spot_img
Homeຂ່າວພາຍ​ໃນວິເຄາະເປັນຫຍັງຜູ້ຊົມຈຶ່ງ ບໍ່ເຂົ້າຊົມການແຂ່ງຂັນ ບານເຕະລາວລີກ ຫຼາຍ? ຄຳຖາມນີ້ມີຄຳຕອບ

ວິເຄາະເປັນຫຍັງຜູ້ຊົມຈຶ່ງ ບໍ່ເຂົ້າຊົມການແຂ່ງຂັນ ບານເຕະລາວລີກ ຫຼາຍ? ຄຳຖາມນີ້ມີຄຳຕອບ

Published on

505

ມື້ນີ້ ວັນທີ 10/08/2016 ທ່ານ ອຈ  ເວີນສະຫວັນ ສີວິໄຊ ຄູຝຶກທີມຊາດຊຸດໃຫຍ່ ແລະອາດີດຄູຝຶກສະໂມສອນບານເຕະ ທະນາຄານ ແລະ HSB ວຽງຈັນໄດ້ ອອກມາຕອບຄຳຖາມໃນ ເຟສບຸກສ່ວນຕົວຂອງເພິ່ນເອງກ່ຽວກັບຄຳຖາມ ທີ່ຖາມວ່າ ເປັນຫຍັງຜູ້ຊົມຈຶ່ງ ບໍ່ເຂົ້າຊົມການແຂ່ງຂັນເຕະບານລາວລີກ ໃນທັດສະນະຂອງເພິ່ນກ່າວວ່າ:
ຂໍຕອບຄຳຖາມຊິຖືກຫຼື ຜິດ ກະຄິດເອົາເອງ 
1. ແຕ່ປີ 1978 – 1986 ຜູ້ຊົມ ຍັງເຕັມໜາມ ທັງລະດັບສາຍ ກ ສາຍ ຂ ຍ້ອນວ່າໃນໄລະນັ້້ນ ສະຖານທີ່ ສ້າງກິດຈະກຳບໍ່ມີຫຼາຍແຫ່ງ ບໍ່ມີແຫຼ່ງທ່ອງທ່ຽວຫຼາຍແຫ່ງ
2. 1990- 2002 ຄົນກະຍັງເຕັມສະໜາມ 2003 – 2015 ເຫັນວ່າ ຄົນເລີ່ມບາງຕາ ສາເຫດ ຍ້ອນວ່າ
– ແຫຼ່ງທ່ອງທ່ຽວມີຫຼາຍແຫ່ງເຊັ່ນ: ເຮືອແພທ່າງ່ອນ, ຕາດຊອນ, ບ່ອນຕຶກປາ, ສວນສັດ, ບ່ອນລອຍນ້ຳ, ອິນແປງ ແລະອື່ນໆ
– ເດີ່ນເຕະບານ ຂະໜາດ 7 ຄົນກຳເນີດເກີດຂຶ້ນ ຄົນພາກັນໄປເຕະ ພໍດີກັບຊ່ວງ ແຂ່ງຂັນ
– ຄົນຈັດງານສັງສັນ ວັນເສົາ-ວັນອາທິດ
ຈາກກິດຈະກຳ ຂ້າງເທິງ ທ່ານ ຄິດວ່າ ປະຊາກອນຢູ່ນະຄອນຫຼວງ ທີ່ມີກິດຈະກຳຂ້າງເທິງ ກວມເອົາປະມານ 80 % ແລ້ວ ຈະມີຄົນເຂົ້າເບິ່ງເຕະບານຫຼາຍປານໃດ ນີ້ຄືປັດໄຈພາຍນອກ
ບາດນີ້ມາວິເຄາະ ປັດໄຈພາຍໃນ ປະກອບມີ : 
– ບໍ່ມີແຮງຈູງໃຈ ບໍ່ມີການແຈກລາງວັນ ທີ່ເໝາະສົມ ຫຼື ຄຸ້ມຄ່າໄປເບິ່ງ (ຄ່ານ້ຳມັນລົດ, ຄ່ານ້ຳດື່ມ, ອາຫານຫວ່າງ ແລະ ອື່ນໆ )
– ສະໜາມແຂ່ງຂັນ ຢູ່ໄກ
– ບໍ່ມີນັກກິລາທີ່ໂດດເດັ່ນປະທັບໃຈ ຄື ຍຸກກຜ່ານມາເຊັ່ນ: ວັດທະນາ, ອຸເທນສັກດາ, ສາຍທອງ, ໜູດໍາ, ບຸນຍູ້, ໄພປະດິດ, ໂປ້ຍ, ໂສວັດ, ໄຊຊະນະ, ບຸນລັບ, ບຸນເລັ່ງ, ຈາລະນາ ແລະຄົນອື່ນໆອີກ
– ກະໂຕສະໂມສອນກະບໍ່ມີຂາເຊຍຂອງຕົນ ແຕ່ປາກົດວ່າ ໃນຂາກັບ ປີ 2016 ເລີ່ມມີກອງເຊຍຂອງແຕ່ລະທີມແລ້ວ ແລະຜູ້ຊົມກໍ່ເລີ່ມຫຼາຍຂຶ້ນ.

ແລ້ວພວກທ່ານເດມີຄວາມຄິດເຫັນແນວໃດ.

ຂອບໃຈຂໍູມູນແລະ ພາບຈາກ: www.facebook.com/veunsavanh.sivisay ແລະ http://laosportnews.com/index.php/news/article/505

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...