spot_img
Homeປ່ອງຢ້ຽມດວງດາວວອສຕັອກ 1 ຍານທີ່ພາມະນຸດ ຜູ້ທຳອິດຂອງໂລກ ຂຶ້ນສູ່ອາວະກາດ

ວອສຕັອກ 1 ຍານທີ່ພາມະນຸດ ຜູ້ທຳອິດຂອງໂລກ ຂຶ້ນສູ່ອາວະກາດ

Published on

04-gagarin-vostok1_34445_600x450
ວອສຕັອກ 1

 

ຍານວອສຕັອກ 1 (Vostok 1) ເປັນຍານອາວະກາດທຳອິດ ທີ່ນຳເອົາມະນຸດຂຶ້ນໄປໃນອາວະກາດ ໃນປະຫວັດສາດ

ຂອງໂລກຖືກສ້າງຂຶ້ນໂດຍໂຄງການອາວະກາດ ຂອງສະຫະພາບໂຊວຽດ ເຊິ່ງອອກແບບໂດຍວິສະວະກອນຊາວ

ຣັດເຊຍ, ຖືກສົ່ງຂຶ້ນສູ່ວົງໂຄຈອນ ໃນເວລາ 9 ໂມງ 7 ນາທີ ຂອງວັນທີ 12 ເມສາ 1961 ໂດຍມີ ຢູຣິ ກາກາຣິນ

(Yuri Gagarin) ນັກບິນອາວະກາດຊາວໂຊວຽດ ຂຶ້ນໄປເທິງອາວະກາດ ແລະ ກາຍເປັນນັກບິນອາວະກາດຄົນທຳ

ອິດຂອງໂລກ ທີ່ສາມາດຂຶ້ນໄປສຳຫຼວດອາວະກາດ ແລະ ກັບຄືນໂລກດ້ວຍຄວາມປອດໄພ.

 

vostok1_1
ພາບຈຳລອງ ວອສຕັອກ 1 ເທິງອາວະກາດ

 

ຍານ ວອສຕັອກ 1 ມີນ້ຳໜັກ 4 ¾ ໂຕນ ສາມາດໂຄຈອນຮອບໂລກ 1 ຮອບ ໃຊ້ເວລາ 1 ຊົ່ວໂມງ 29 ນາທີ ທີ່ລະດັບ

ຄວາມສູງຫຼາຍທີ່ສຸດ 301 ກິໂລແມັດ ແລະ ລົງຈອດໃນເວລາ 10 ໂມງ 55 ນາທີ ຕາມເວລາທ້ອງຖິ່ນໃນຣັດເຊຍ

ດ້ວຍຄວາມປອດໄພ, ເຮັດໃຫ້ຖ້ຽວບິນອາວະກາດຄັ້ງນັ້ນ ຂອງຍານ ວອສຕັອກ 1 ສ້າງປະຫວັດສາດຄັ້ງທຳອິດໃຫ້

ແກ່ມະນຸດໂລກ ທີ່ສາມາດກ້າວອອກໄປສຳຫຼວດນອກໜ່ວຍພິພົບນີ້ໄດ້.

 

03-gagarin-suit_34444_600x450
ຢູຣິ ກາກາຣິນ ນັກບິນອາວະກາດຄົນທຳອິດຂອງໂລກ ແລະ ວີລະບູລຸດຂອງສະຫະພາບໂຊວຽດ

 

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...