spot_img
Homeຂ່າວການສຶກສາທຶນລັດຖະບານຢີ່ປຸ່ນ JDS ເປີດໃຫ້ສະຫມັກແລ້ວ! ສຳລັບພະນັກງານລັດ

ທຶນລັດຖະບານຢີ່ປຸ່ນ JDS ເປີດໃຫ້ສະຫມັກແລ້ວ! ສຳລັບພະນັກງານລັດ

Published on

ໄປຮຽນຢູ່ທີ່ຍີ່ປຸ່ນກັນເທາະ! ຮຽນເປັນພາສາອັງກິດໃນລະດັບປະລິນຍາໂທເປັນໄລຍະເວລາ 2 ປີ ທຶນການສຶກສາຂອງຍີ່ປຸ່ນ ເພື່ອການພັດທະນາຊັບພະຍາກອນມະນຸດ ພວກເຮົາມີຄວາມຍິນດີແຈ້ງໃຫ້ຊາບວ່າປະຈຸບັນທຶກການສຶກສາແມ່ນໄດ້ເປີດແລ້ວ. ເຊິ່ງມື້ປິດຮັບສະໝັກແມ່ນວັນສຸກ, ວັນທີ 20 ຕຸລາ 2016.

ທຶນການສຶກສາແມ່ນສຳລັບພະນັກງານລັດ (ອາຍຸລະຫວ່າງ 22-39 ປີ,ເປັນພະນັກງານລັດ ຫຼື ມີປະສົບການເຮັດວຽກຢ່າງໜ້ອຍ 2ປີຢູ່ໃນກະຊວງເປົ້າໝາຍ)

ເຊີນເຂົ້າຮ່ວມກອງປະຊຸມເຜີຍແຜ່ກ່ຽວກັບທຶນດັ່ງກ່າວໄດ້ດັ່ງລຸ່ມນີ້:

ນະຄອນຫຼວງວຽງຈັນ: ວັນພຸດ, ທີ 17 ສິງຫາ 2016, ວັນອັງຄານ, ທີ 23ສິງຫາ 2016 ແລະ ວັນສຸກ, ທີ 23 ກັນຍາ 2016

ແຂວງຫຼວງພະບາງ: ວັນສຸກ ທີ 16 ກັນຍາ 2016

ແຂວງສະຫວັນນະເຂດ: ວັນອັງຄານ ທີ 20 ກັນຍາ 2016

ແຂວງຈຳປາສັກ: ວັນພຸດ ທີ 21 ກັນຍາ 2016

ສຳລັບສະຖານທີ່ ແລະ ລາຍລະອຽດຕ່າງໆ,ກະລຸນາເຂົ້າຫາເພີ່ມເຕີມທີ່ເວບໄຊສ໌ພວກເຮົາໄດ້ (http://jds-scholarship.org/country/laos/)

670

ຂ່າວຈາກ: ອົງການ JICA Laos

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...