spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມເຈົ້າໜ້າທີ່ກົມອະນາໄມໄທ ເຜີຍ ໃຊ້ທິດຊູ ຊັບນ້ຳມັນຈາກອາຫານ ສ່ຽງໂລກມະເຮັງ

ເຈົ້າໜ້າທີ່ກົມອະນາໄມໄທ ເຜີຍ ໃຊ້ທິດຊູ ຊັບນ້ຳມັນຈາກອາຫານ ສ່ຽງໂລກມະເຮັງ

Published on

ການໃຊ້ເຈ້ຍທິດຊູ ເພື່ອຊັບນ້ຳມັນຈາກອາຫານ ເຊິ່ງຫຼາຍຄົນອາດເຄີຍເຮັດດ້ວຍຄວາມລຶ້ງເຄີຍໃນໄລຍະຜ່ານມາ

ແມ່ນມີຄວາມສ່ຽງ ທີ່ຈະໄດ້ຮັບສານກໍ່ມະເຮັງ ແລະ ໂຊດາໄຟ ທີ່ຈະໄປກັດກິນເນື້ອເຍື່ອ, ແສບໄໝ້ປາກ, ຄໍ, ກະເພາະ

ອາຫານ ເນື່ອງຈາກເສດເນື້ອເຍື່ອຂອງທິດຊູ ທີ່ຕິດໄປກັບອາຫານນັ້ນ ເຊິ່ງແນະນຳໃຫ້ນຳໃຊ້ເຈ້ຍດູດຊຶມນ້ຳມັນສຳ

ລັບອາຫານໂດຍສະເພາະ ແລະ ຫ້າມນຳໃຊ້ໜັງສືພິມຫໍ່ອາຫານເຊັ່ນດຽວກັນ.

 

557000007701501

 

ທ່ານໝໍ ພອນເທບ ສິລິນາຣັງສັນ ຫົວໜ້າກົມອະນາໄມຂອງໄທ ກ່າວວ່າ: ການນຳເອົາເຈ້ຍທິດຊູ ເພື່ອໃຊ້ດູດຊັບ

ນ້ຳມັນອອກຈາກອາຫານ ເປັນສິ່ງທີ່ບໍ່ຄວນກະທຳ ເພາະເປັນອັນຕະລາຍໃຫຍ່ຫຼວງ ເນື່ອງຈາກເນື້ອເຍື່ອນ້ອຍໆ

ຂອງເຈ້ຍທິດຊູຈະຕິດໃນອາຫານ ເຮັດໃຫ້ໄດ້ຮັບສານເຄມີຕ່າງໆ ທີ່ມີຢູ່ໃນເຈ້ຍທິດຊູອີກດ້ວຍຄື: ສານໂຊດຽມໄຮ

ດຼັອກໄຊ (NaOH) ຫຼື ໂຊດາຟ ແລະ ສານໄດອອກຊິນ ເຊິ່ງເປັນສານກໍ່ມະເຮັງ, ເນື່ອງຈາກຂະບວນການຜະລິດທິດ

ຊູ ນອກຈາກນຳໃຊ້ຕົ້ນໄມ້ເຊັ່ນ ຕົ້ນໄຜ່ ມາເປັນວັດຖຸດິບໃນການຜະລິດເນື້ອເຍື່ອຂອງເຈ້ຍບໍລິສຸດແລ້ວ ປັດຈຸບັນ

ຍັງມີການນຳເອົາເຈ້ຍເກົ່າມາໝູນວຽນຄືນໃໝ່ ເພື່ອອະນຸຮັກສິ່ງແວດລ້ອມອີກດ້ວຍ ເຊັ່ນການນຳເອົາເຈ້ຍ A4

ທີ່ໃຊ້ແລ້ວ ມາຜະລິດເປັນເຈ້ຍທິດຊູເປັນຕົ້ນ, ເຊິ່ງການຕີວັດຖຸດິບໃຫ້ເປັນເນື້ອເຍື່ອນັ້ນ ຕ້ອງໃຊ້ໂຊດາໄຟ ແລະ

ເພື່ອຄວາມຂາວເປັນຕາໜ້າຊົມໃຊ້ ຈິ່ງມີການໃຊ້ສານ ຄລໍຣີນຟອກຂາວ ເຊິ່ງມີສານໄດອອກຊິນເປັນສ່ວນປະ

ກອບ.

 

ທ່ານ ພອນເທບ ກ່າວອີກວ່າ ໂຊດາໄຟເມື່ອທຳປະຕິກິລິຍາກັບໂປຣຕີນ ແລະ ໄຂມັນ ຈະມີລິດກັດເຊາະເນື້ອເຍື່ອ

ທີ່ຮຸນແຮງ ເຮັດໃຫ້ບໍລິເວນນັ້ນອ່ອນນຸ້ມກາຍເປັນວຸ້ນ ເຊິ່ງເນື້ອເຍື່ອຈະຖືກທຳລາຍ ຫຼື ຖືກກັດເລິກລົງໄປ ໂດຍ

ການທຳລາຍອາດຕໍ່ເນື່ອງຫຼາຍມື້ ຫາກຫາຍໃຈເຂົ້າໄປກໍຈະເຮັດໃຫ້ລະຄາຍເຄືອງທາງເດີນຫາຍໃຈສ່ວນເທິງ, ຈາມ,

ປວດຄໍ, ນ້ຳມູກໄຫຼ, ປອດອັກເສບຮຸນແຮງ, ຫາຍໃຈຂັດ, ຫາກສຳຜັດຖືກຜິວໜັງ ກໍຈະລະຄາຍເຄືອງຮຸນແຮງ

ເປັນບາດແຜໄຟໄໝ້ ແລະ ໂພງໄດ້, ການກືນກິນອາຫານທີ່ຕິດເນື້ອເຍື່ອເຂົ້າໄປ ກໍຈະເຮັດໃຫ້ແສບໄໝ້ບໍລິເວນ

ປາກ, ຄໍ ແລະ ກະເພາະອາຫານ; ສ່ວນສານໄດອອກຊິນ ເຊິ່ງເປັນສານກໍ່ມະເຮັງ ເມື່ອຮ່າງກາຍໄດ້ຮັບເຂົ້າໄປ

ຈະບໍ່ເຮັດໃຫ້ເກີດອາການໃນທັນທີ ແຕ່ຈະຄ່ອຍໆເກີດ ແລະ ເພີ່ມຄວາມຮຸນແຮງຈົນເຖິງຂັ້ນເສຍຊີວິດ.

 

ທ່ານໄດ້ເວົ້າຕື່ມອີກວ່າ ” ການໃຊ້ທິດຊູຊັບນ້ຳມັນຈາກອາຫານ ຈະເຮັດໃຫ້ເຈ້ຍສຳຜັດກັບອາຫານໂດຍກົງ

ຈຶ່ງຕ້ອງເລືອກໃຊ້ເຈ້ຍທີ່ຜະລິດມາ ເພື່ອໃຊ້ກັບອາຫານໂດຍສະເພາະ ແລະ ຕ້ອງຜ່ານການຮັບຮອງຕາມມາດ

ຖະຕານລະດັບສາກົນ ເຊັ່ນ HACCP ເຊິ່ງເປັນມາດຕະຖານການຜະລິດ ທີ່ມີມາດຕະການປ້ອງກັນອັນຕະລາຍ

ທີ່ຜູ້ບໍລິໂພກອາດຈະໄດ້ຮັບ ຈາກການບໍລິໂພກອາການ ເຊິ່ງເປັນທີ່ນິຍົມໃຊ້ໃນວົງການອຸດສາຫະກຳອາຫານ,

ຮ້ານອາຫານຂ້າມຊາດ ຫຼື ຮ້ານຟາສຟູດ ເຊິ່ງຈະຕ້ອງບໍ່ມີສານເຄມີທີ່ເປັນອັນຕະລາຍ ອອກມາປົນເປື້ອນກັບ

ອາຫານ, ບໍ່ປົນເປື້ອນເຊື້ອພະຍາດ, ບໍ່ມີສິ່ງແປກປອມຕິດຄ້າງຢູ່ ເຊັ່ນເສດເນື້ອເຍື່ອຂອງເຈ້ຍ. ”

 

ນອກຈາກນັ້ນ, ການນຳເອົາເຈ້ຍໜັງສືພິມ ມາໃຊ້ຫໍ່ບັນຈຸອາຫານປະເພດຈືນຕ່າງໆ ກໍເປັນອັນຕະລາຍ ເພາະ

ນ້ຳມັນຈະເປັນຕົວລະລາຍສານເຄມີໃນນ້ຳໝຶກໄດ້ເປັນຢ່າງດີ, ເຮັດໃຫ້ຜູ້ບໍລິໂພກກິນອາຫານທີ່ປົນເປື້ອນສານ

ເຄມີເຂົ້າສູ່ຮ່າງກາຍ ເຖິງແມ່ນວ່າຜູ້ບໍລິໂພກຈະບໍ່ສາມາດກວດສອບມາດຕະຖານຂອງເຈ້ຍ ທີ່ຜູ້ຂາຍໄດ້ນຳມາ

ຊັບນ້ຳມັນຈາກອາຫານໄດ້ ແຕ່ກໍສາມາດຫຼີກລ່ຽງອາຫານມັນ ແລະ ອາຫານປະເພດຈືນ ເພື່ອຄວາມປອດໄພ

ຈາກການຮັບສານເຄມີຕົກຄ້າງ ແລະ ເພື່ອສຸຂະພາບທີ່ດີຂອງຜູ້ບໍລິໂພກ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...