spot_img
Homeຂ່າວຕ່າງປະເທດພາຍຸເຂດຮ້ອນມິຣິແນ ພັດເຂົ້າພາກເໜືອຫວຽດນາມ ມີຜູ້ເສຍຊີວິດແລ້ວ 1 ຄົນ!

ພາຍຸເຂດຮ້ອນມິຣິແນ ພັດເຂົ້າພາກເໜືອຫວຽດນາມ ມີຜູ້ເສຍຊີວິດແລ້ວ 1 ຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ກໍລະກົດຜ່ານມານີ້ວ່າ ພາຍຸເຂດຮ້ອນ ມິຣິແນ ໄດ້ພັດເຂົ້າທາງພາກເໜືອຂອງຫວຽດນາມ ສົ່ງຜົນເຮັດໃຫ້ມີກະແສລົມພັດແຮງ ແລະ ຝົນຕົກໜັກ ໂດຍທາງການຫວຽດນາມລະບຸວ່າ ໄດ້ອົບພະຍົບປະຊາຊົນ ຫລາຍກວ່າ 32,000 ຄົນ ໃນພື້ນທີ່ 6 ແຂວງທາງພາກເໜືອຂອງປະເທດ ໄປຢູ່ເຂດພື້ນທີ່ປອດໄພແລ້ວ ໃນກ່ອນໜ້ານີ້, ແນວໃດກໍຕາມ ອິດທິພົນຂອງພາຍຸ ໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 1 ຄົນ ແລະ ຕົ້ນໄມ້ລົ້ມຫລາຍກວ່າ 500 ຕົ້ນ ທີ່ນະຄອນຫລວງຮ່າໂນ້ຍ ສົ່ງຜົນເຮັດໃຫ້ການສັນຈອນຕິດຂັດ.
VIETNAM-WEATHER-TYPHOON VIETNAM-WEATHER-TYPHOON VIETNAM-WEATHER-TYPHOON

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...