spot_img
Homeຂ່າວທ້ອງຖິ່ນເມືອງຕຸ້ມລານ ປະກາດ 2 ບ້ານ ເປັນບ້ານວັດທະນະທຳ

ເມືອງຕຸ້ມລານ ປະກາດ 2 ບ້ານ ເປັນບ້ານວັດທະນະທຳ

Published on

ຂປລ. ເມືອງຕຸ້ມລານ ແຂວງສາລະວັນ ໄດ້ປະກາດບ້ານສາມະຄີໄຊ ແລະ ບ້ານກົກມ່ວງ ເປັນບ້ານວັດທະນະທຳ ຢ່າງເປັນທາງການ ໃນວັນທີ 25 ກໍລະກົດ 2016 ນີ້, ພາຍຫລັງທີ່ໄດ້ຜ່ານການຕິດຕາມກວດກາ ແລະ ປະເມີນຜົນ ຄົບຕາມ 5 ມາດຖານ ການສ້າງບ້ານຄອບຄົວວັດທະນະທຳ ເຊັ່ນ: ມີເຮືອນຢູ່ຖາວອນ, ມີອາຊີບໝັ້ນຄົງ; ຄອບຄົວມີຄວາມສາມັກຄີຖືກຕ້ອງປອງດອງ; ເອົາໃຈໃສ່ລ້ຽງລູກ ຖືກຫລັກອະນາໄມ, ສຶກສາອົບຮົມລູກເຕົ້າ ໃຫ້ເປັນຄົນຮູ້ຜູ້ດີ ແລະ ໄດ້ສຶກສາຮ່ຳຮຽນ; ການດຳລົງຊິວິດປອດໃສຂາວສະອາດ, ບໍ່ເຊື່ອຖືງົມງວາຍ, ຮັກສາວັດທະນະທຳຮີດຄອງປະເພນີ ອັນດີງາມຂອງຊາດ ແລະ ນັບຖືລະບຽບກົດໝາຍ; ມີຄວາມສາມັກຄີພາຍໃນ ແລະ ພາຍນອກຢ່າງກ້ວາງຂວາງ.

ໃນພິທີຄັ້ງນີ້, ມີທ່ານ ຈັນສະໝອນ ພົມມະແສງ ເຈົ້າເມືອງໆຕຸ້ມລານ, ມີຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທຽ່ວແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດດຽວກັນນີ້, 2 ບ້ານ ດັ່ງກ່າວ ຍັງໄດ້ຖືກປະກາດຮັບຮອງເປັນ ບ້ານສາທາລະນະສຸກແບບຢ່າງ, ບ້ານປ້ອງກັນຊາດເຂັ້ມແຂງ, ປ້ອງກັນຄວາມ ສະຫງົບດີ ແລະ ບ້ານປະຕິບັດສະເໝີພາບຍິງຊາຍຕື່ມອີກ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...