ຄວາມສຸກນັ້ນ ໃຜໆກໍຢາກມີ ໃຜໆກໍປາຖະໜາ ເຖິງວ່າຈະມີເງິນທອງຫລາຍປານໃດກໍຕາມ ຖ້າບໍ່ມີຄວາມສຸກແລ້ວ ຊີວິດກໍບໍ່ມີຄວາມໝາຍ ເວົ້າແນວນີ້ບໍ່ແມ່ນໝາຍຄວາມວ່າ ຄົນທີ່ບໍ່ມີເງິນ ເປັນຄົນທີ່ມີຄວາມ ສຸກ ຫລືຄົນທີ່ບໍ່ມີຫຍັງ ເປັນຄົນທີ່ມີຄວາມສຸກ ມັນບໍ່ແມ່ນແນວນັ້ນ. ຄວາມຈິງແລ້ວ ຄວາມສຸກມັນບໍ່ໄດ້ຢູ່ໃກ້ ຫລືໄກ ຄວາມສຸກບໍ່ແມ່ນສິ່ງຂອງທີ່ແລກມາດ້ວຍເງິນທອງຈຳນວນມະຫາສານ ຫລືໄປຫາຊອກຢູ່ເມືອງນອກເມືອງນາ. ຕາມຫລັກພະພຸດທະສາສະໜາແລ້ວ ພະພຸດທະເຈົ້າວ່າ ຄວາມສຸກມັນຢູ່ໃນໃຈເຮົານີ້ເອງ ຂໍພຽງແຕ່ເຮົາປັບປ່ຽນວິທີຄິດ, ວິທີການກະທຳພຽງເທົ່ານັ້ນ ເຮົາກໍມີຄວາມສຸກແລ້ວ.
ຄວາມສຸກມີຢູ່ 3 ລະດັບຄື :
- ຄວາມສຸກແບບຍາດແຍ່ງກັນ ຄືຄວາມສຸກທີ່ກ່ຽວກັບວັດຖຸ (ສ່ວນຫລາຍ) ຖ້າເຮົາສຸກເຂົາກໍທຸກ ຖ້າ
ເຂົາທຸກ ເຮົາກໍສຸກ ປະມານນີ້ ມັນເປັນຄວາມສຸກທີ່ບໍ່ເອື້ອອາທອນແກ່ກັນ ເຮັດໃຫ້ເກີດບັນຫາຕ່າງໆຕາມມາ ເມື່ອເບິ່ງກວ້າງອອກໄປໃນສັງຄົມແລ້ວ ມະນຸດເຮົາຕ່າງກໍຫາຄວາມສຸກຈາກການໄດ້ ແລະການເອົາ ກໍຍາດແຍ່ງ ບຽດບຽນກັນ ສັງຄົມເດືອດຮ້ອນວຸ່ນວາຍ ທຸກຄົນຍາດແຍ່ງກັນຫາຄວາມສຸກ ກໍເລີຍທຸກກັນໄປໝົດ ບໍ່ມີໃຜໄດ້ຄວາມສຸກ ດັ່ງນັ້ນຈຶ່ງຕ້ອງມີຄວາມສຸກທີ່ພັດທະນາຕໍ່ໄປຈາກນີ້.
- ຄວາມສຸກທີ່ປະສານກັນ ຊ່ວຍກັນສຸກ ຖ້າເຮົາມີຄວາມສຸກແລ້ວ ກໍເຮັດໃຫ້ເຂົາມີຄວາມສຸກນຳດ້ວຍ ນີ້
ກໍຄື ຄວາມສຸກທີ່ເກີດຈາກການພັດທະນາຈິດໃຈໂດຍສະເພາະກໍຄື ຄວາມຮັກແທ້ໆ ຄືປາຖະໜາຈະໃຫ້ຜູ້ອື່ນເປັນສຸກ ກໍຄືຄວາມເມດຕານັ້ນເອງ ຄວາມຮັກໃນລັກສະນະນີ້ ເຮົາຈະເຫັນໄດ້ຈາກຄວາມຮັກຂອງພໍ່ແມ່ຕໍ່ລູກ ຢາກໃຫ້ລູກເປັນສຸກ ເຮັດທຸກສິ່ງທຸກຢ່າງເພື່ອລູກ ແລະຕົນເອງກໍມີຄວາມສຸກໄປພ້ອມ ໂດຍບໍ່ເສຍດາຍ ເສຍໃຈເລີຍ.
- ຄວາມສຸກແບບອິດສະລະ ເປັນຄວາມສຸກທີ່ສຸດຍອດ ມັນເປັນຄວາມສຸດທີ່ຢູ່ສູງກວ່າສອງຄວາມສຸກ
ຜ່ານມາ ຄວາມສຸກໃນລັກສະນະນີ້ ເປັນຄວາມສຸກທີ່ສ້າງເອງໄດ້ ໂດຍບໍ່ຕ້ອງອາໄສອິຫຍັງເຂົ້າມາຊ່ວຍ ຂໍຍົກຕົວຢ່າງ : ຍາມເມື່ອເຮົາພົບເຈີກັບຄວາມທຸກທໍລະມານ ພຽງແຕ່ເຮົາມີມຸມມອງຄິດໃໝ່ ຄິດບວກ ແລ້ວປ່ຽນໄປເປັນຄວາມສຸກ ມັນກໍຈະເຮັດໃຫ້ເຮົາເປັນສຸກ.
ພະພຸດທະເຈົ້າວ່າ ຄວາມສຸກນີ້ມັນເປັນອະນິດຈັງ ໝາຍຄວາມວ່າ ມັນເກີດຂຶ້ນແລ້ວຕັ້ງຢູ່ ແລະດັບໄປ ມັນປ່ຽນແປງໄດ້ ສະນັ້ນຈຶ່ງວ່າ ເມື່ອຄົນເຮົາມີຄວາມສຸກແລ້ວ ຢ່າຫລົງມົວເມົາໃນຄວາມສຸກ ເພາະມັນຈະເຮັດໃຫ້ເຮົາຫລົງຕົວ-ລືມຕົນ ເຮົາຕ້ອງຮູ້ເທົ່າທັນມັນຢູ່ຕະຫລອດເວລາ.