spot_img
Homeຂ່າວທ້ອງຖິ່ນຮອງປະທານສະພາເຄື່ອນໄຫວເຮັດວຽກຢູ່ອັດຕະປື

ຮອງປະທານສະພາເຄື່ອນໄຫວເຮັດວຽກຢູ່ອັດຕະປື

Published on

ວັນທີ 17-18 ກໍລະກົດ 2016, ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະໄດ້ສືບຕໍ່ລົງເຄື່ອນໄຫວເຮັດວຽກຢູ່ ແຂວງອັດຕະປື ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະນິຕິກໍາລຸ່ມກົດໝາຍໃນຂົງເຂດເສດຖະກິດ, ມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ VIII ເປັນຕົ້ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານທີ່ຕິດພັນກັບຂົງເຂດເສດຖະກິດ, ເຕັກໂນໂລຊີ ແລະສິ່ງແວດລ້ອມ, ທັງເປັນຂໍ້ມູນພື້ນຖານໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ VIII.
ໃນການລົງເຄື່ອນໄຫວຄັ້ງນີ້, ຄະນະໄດ້ລົງເບິ່ງສວນຢາງພາລາ ແລະໂຮງງານຜະລິດຢາງພາລາໂຄງການລ້ຽງງົວເປັນຟາມຂອງບໍລິສັດຮ່ວງແອງຢາ ລາຍ, ເບິ່ງສວນປູກໄມ້ວິກຂອງບໍລິສັດໂອຈິ, ຢ້ຽມຢາມໂຄງການຂຸດຄົ້ນຫີນປາໂກໄດ(ຫີນອ່ອນ) ພ້ອມພົບປະໂອ້ລົມນາຍທະຫານ ແລະນາຍຕຳຫຼວດທີ່ປະຕິບັດໜ້າທີ່ປ້ອງກັນຄວາມສະຫງົບຢູ່ໂຄງການດັ່ງກ່າວ.
ນອກນັ້ນ, ທ່ານຍັງໄດ້ເຂົ້າຮ່ວມກອງປະຊຸມກັບການນໍາຂອງແຂວງ, ສະພາປະຊາຊົນຂັ້ນແຂວງ ແລະບັນດາພະແນກການທີ່ກ່ຽວຂ້ອງໃນຂົງເຂດເສດຖະກິດ ໃນກອງປະຊຸມແມ່ນໄດ້ຮັບບຟັງການລາຍງານການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງແຕ່ລະຂະແໜງການ ຊຶ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະຂໍ້ຄົງຂ້າງທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນການທີ່ວາງໄວ້.
ຈາກນັ້ນທ່ານ ບຸນປອນ ບຸດຕະນະວົງ ໄດ້ກ່າວເນັ້ນໜັກໃຫ້ເອົາໃຈໃສ່ຕື່ມກ່ຽວກັບບັນຫາການອະນຸລັກຮັກສາປ່າໄມ້ໃຫ້ມີເນື້ອທີ່ປ່າປົກຫຸ້ມກວມ 70%, ການຄຸດຄົ້ນບໍ່ແຮ່ກໍໃຫ້ເອົາໃຈໃສ່ບໍ່ໃຫ້ມີຜົນກະທົບຕໍ່ປະຊາຊົນ, ສະເໜີພະແນກການລົງຊຸກຍູ້ຊີ້ນຳອົງການປົກຄອງທ້ອງຖິ່ນໃນການແກ້ໄຂບັນດາຂໍ້ຄົງຄ້າງທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດ, ສຶກສາອົບຮົມພະນັກງານເຈົ້າໜ້າທີ່ໃຫ້ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ມີຈັນຍາບັນ, ປຸກລະດົມບັນດາຫົວໜ່ວຍທຸລະກິດໃຫ້ມີສະຕິເປັນເຈົ້າການໃນການເສຍພາສີອາກອນ ເພື່ອເກັບລາຍຮັບງົບປະມານໃຫ້ບຸລຸຕາມຄາດໝາຍ, ເອົາໃຈໃສ່ຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງຄຸ້ມຄອງບັນຫາທີ່ດິນ, ຈັດສັນທີ່ດິນ ແລະອື່ນໆ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...