spot_img
Homeເກມ8 ເລື່ອງລາວກ່ຽວກັບ Nintendo ທີ່ຫຼາຍຄົນອາດຈະຍັງບໍ່ຮູ້

8 ເລື່ອງລາວກ່ຽວກັບ Nintendo ທີ່ຫຼາຍຄົນອາດຈະຍັງບໍ່ຮູ້

Published on

Nintendo ຖືວ່າເປັນບໍລິສັດໜຶ່ງທີ່ມີປະຫວັດສາດອັນຍາວນານ ແລະບໍລິສັດແມ່ນກໍຕັ້ງຂຶ້ນໃນປີ 1889 ຫຼືເມື່ອ 126 ປີທີ່ແລ້ວ. ແຕ່ກ່ອນທີ່ຈະມາເປັນ Nintendo ທີ່ເຮົາຮູ້ຈັກໃນປັດຈຸບັນນີ້ບໍລິສັດນິນເທັນໂດກໍຜ່ານເລື່ອງລາວມາຫຼາຍໆຢ່າງ ຈົນມາເປັນຕຳນານທີ່ເຮົາຮູ້ຈັກກັນດີ ແລະມື້ນີ້ເອງເຮົາກໍມີເລື່ອງລາວເດັ່ນໆກ່ຽວກັບ Nintendo ມາຝາກກັນ

1. ທີ່ມາຂອງຊື່ Mario



ໂຕລະຄອນຈາກເກມຍອດຮິດຕະຫຼອດການຂອງ Nintendo ທີ່ຊື່ວ່າ Mario ນັ້ນໄດ້ມາຈາກຊື່ຂອງເຈົ້າຂອງດິນທີ່ Nintendo ເຊົ່າໃຊ້ໃນອາເມຣິກາຊື່ວ່າ Mario Segale ເຊິ່ງທີ່ມາກໍຄື ໃນຕອນທີ່ກຳລັງຈະອອກວາງຈຳໜ່າຍເກມ Donkey Kong ຕອນນັ້ນບໍລິສັດມີບັນຫາດ້ານການຈ່າຍຄ່າເຊົ່າສຳນັກງານແລະ Segale ໄດ້ມາຫາເຖິງທີ່ດ້ວຍຄວາມໃຈຮ້າຍເຊິ່ງຫຼັງຈາກໄດ້ມີການໂອ້ລົມກັນຢ່າງດຸເດືອດແລ້ວ ຜູ້ບໍລິຫານ Nintendo ສາຂາອາເມຣິກາ Minoru Arakawa ໄດ້ໃຫ້ສັນຍາວ່າຄ່າເຊົ່າຈະຈ່າຍໃນໄວໆນີ້ແນ່ນອນ ເຊິ່ງ Arakawa ແລະທີມພັດທະນາກໍໄດ້ເຮັດໃຫ້ຊື່ຂອງ Mario Segale ເປັນທີ່ຮູ້ຈັກກັນໄປຕະຫຼອດການດ້ວຍການປ່ຽນຊື່ Jumpman ໃນເກມ Donkey Kong ໃຫ້ກາຍເປັນ Mario.

2. Gameboy ໃນອະວະກາດ



ເຄື່ອງຫຼິ້ນເກມພົກພາສຸດຮິດຂອງ Nintendo ທີ່ເປັນເຄື່ອງເກມທຳອິດທີ່ໄດ້ຂຶ້ນໄປໃນອະວະກາດໂດຍນັກບິນອະວະກາດນາມວ່າ Aleksandr Serebrov ສັນຊາດ ໂຊວຽດ/ຣັດເຊຍ ເຊິ່ງເກມທີ່ລາວເອົາຂຶ້ນໄປຫຼິ້ນນຳກໍເປັນເກມທີ່ຄົນຣັດເຊຍເປັນຜູ້ພັດທະນາຂຶ້ນມາຄືເກມ Tetris ນັ້ນເອງ.

3. ເຮືອໃບທີ່ຊື່ວ່າ Donkey Kong



ຕ້ອງເລົ່າທີ່ມາກັນກ່ອນ ໂດຍກັບໄປໃນຊ່ວງປີ 1984 ເຄີຍມີຄະດີຟ້ອງຮ້ອງສຸດຍິ່ງໃຫຍ່ລະຫວ່າງ Universal City (ຊື່ປັດຈຸບັນ Universal Pictures) ກັບ Nintendo ສາເຫດເນື່ອງມາຈາກ Universal ກ່າວຫາວ່າເກມ Donkey Kong ກ໋ອບເນື້ອເລື່ອງແລະໂຕລະຄອນຈາກຮູບເງົາເລື່ອງ King Kong ຂອງຕົນ (ຜູ້ຊາຍໄປຊ່ອຍຜູ້ຍິງທີ່ຖືກຈັບໂດຍລິງໂຕໃຫຍ່) ເຊິ່ງ John J.Kirby ທະນາຍຄວາມຂອງ Nintendo ໃນຕອນນັ້ນຊ່ອຍໃຫ້ Nintendo ຊະນະຄະດີຄວາມມາໄດ້ ເຊິ່ງທາງ Nintendo ກໍໄດ້ຂອບໃຈ John ດ້ວຍການໃຫ້ເຮືອໃບລາຄາ 30,000 ໂດລາສະຫະລັດ ພ້ອມສິດທິໃນການໃຊ້ຊື່ເຮືອໃບວ່າ Donkey Kong ໃຫ້ແກ່ລາວຄົນດຽວ ເຊິ່ງໂຕລະຄອນສຸດໜ້າຮັກແບບ Kirby ຂອງ Nintendo ເວົ້າກັນວ່າຖືກຕັ້ງຊື່ຕາມ John Kirby ເພື່ອເປັນກຽດໃຫ້ແກ່ລາວອີກນຳ.

4. Nintendo ກັບຄວາມກ່ຽວຂ້ອງກັບ Popeye



ເຈົ້າຍິງພີດ, ມາຣິໂອ້ ແລະດອງກີ້ຄອງ, ໂຕລະຄອນຈາກຊີຣີຍອດນິຍົມຂອງ Nintendo ນັ້ນເປັນໂຕລະຄອນທີ່ອີງຈາກກາຕູນຊື່ດັງທີ່ສອນໃຫ້ເດັກນ້ອຍກິນຜັກຫົມໄດ້ເປັນຢ່າງດີກັບ Popeye ເຊິ່ງໃນຕອນທຳອິດ Nintendo ຍັງບໍ່ໄດ້ລິຂະສິດໃນການສ້າງເກມຈາກ Popeye ເຮັດໃຫ້ເກີດໂຕລະຄອນສາມໂຕນີ້ຂຶ້ນມານັ້ນເອງ.

5. Nintendo Card



ກ່ອນທີ່ຈະໂດ່ງດັງໃນຕະຫຼາດເກມ Nintendo ເຄີຍຜະລິດເກມກາຣ໌ດມາກ່ອນໃນຊື່ວ່າ hanafuda ເຊິ່ງໃນປັດຈຸບັນນີ້ກໍຍັງຜະລິດຢູ່ແຕ່ປ່ຽນໂຕລະຄອນເປັນເກມຊື່ດັງຂອງໂຕເອງແທນ.

6. Nintendo Ultrahand



ກ່ອນທີ່ຈະມາຮິດຮ໋ອດໃນວົງການເກມ ເຄື່ອງຫຼິ້ນທີ່ທາງ Nintendo ເຄຍຜະລິດແລະຂາຍໄດ້ເປັນຈຳນວນຫຼາຍມີຊື່ວ່າ Ultrahand ທີ່ເປັນຮູບຊົງຄ້າຍໆກັບມີດຕັດທີ່ມີຄີບບ່ອນປາຍທີ່ຢືດໄປຈັບຂອງທີ່ຢູ່ໄກໆໄດ້.

7. Nintendo ກັບທີມເບສບອນ



Nintendo ສາຂາຕັ້ງຢູ່ທີ່ເມືອງ Seattle,Washington ເຊິ່ງ Hiroshi Yamauchi ປະທານຄົນທີ 3 ຂອງ Nintendo ເປັນເຈົ້າຂອງທີມເບສບອນ Seattle Mariners ໃນປີ 1992

8. Nintendo 64 ກັບ Final Fantasy 7



Final Fantasy 7 ເກມສຸດຮິດທີ່ເຮັດຍອດຂາຍໃຫ້ກັບ Sony Playstation ແບບຂຶ້ນທະລຸເພດານເຄີຍມີກຳນົດວາງຈຳໜ່າຍເທິງເຄື່ອງ Nintendo 64 ແຕ່ເນື່ອງຈາກແຜ່ນ CD ທີ່ໃຫ້ພື້ນທີ່ຄວາມບັນຈຸເນື້ອຫາຫຼາຍກວ່າ ຜູ້ພັດທະນາເກມຄ້າຍ Square ຈຶ່ງເຮັດການຍ້າຍເຄື່ອງໄປເຮັດລົງໃຫ້ກັບ Play Station ແທນ. ຖ້າຫາກວ່າ Final Fantasy 7 ເຮັດລົງໃຫ້ກັບ N64 ເຮົາອາດຈະໄດ້ເຫັນໜ້າປະຫວັດສາດໃໝ່ຂອງເຄື່ອງ Console ກໍເປັນໄດ້.
ທີ່ມາ:online station

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...