spot_img
HomeມູມໄອທີລາວXiaomi ເປີດໂຕ Soocare X3 ແປງຖູແຂ້ວໄຟຟ້າ ສາມາດຕໍ່ Bluetooth ໄດ້

Xiaomi ເປີດໂຕ Soocare X3 ແປງຖູແຂ້ວໄຟຟ້າ ສາມາດຕໍ່ Bluetooth ໄດ້

Published on

​ກ່ອນໜ້ານີ້ Xiaomi ໄດ້ປ່ອຍຮູບພາບປິດສະໜາກ່ຽວກັບສິນຄ້າໃໝ່ຂອງບໍລິສັດ ຫຼາຍໆຄົນກໍຄາດວ່າຈະ ເປັນແປງຖູແຂ້ວຫຼືບໍ່ ແລະສຸດທ້າຍກໍເປີດໂຕຢ່າງເປັນທາງການແລ້ວ ເຊິ່ງກໍເປັນແປງຖູແຂ້ວໄຟຟ້ານີ້ເອງ.

ສຳລັບແປງຖູແຂ້ວໄຟຟ້າທີ່ເວົ້າເຖິງນີ້ມີຊື່ວ່າ Soocare X3 ທີ່ຜະລິດໂດຍບໍລິສັດສະຕາຣ໌ດອັບຈາກປະເທດຈີນນາມວ່າ Soocare Cassels ທີ່ຫາກ່ອນກໍ່ຕັ້ງເມື່ອປີກ່ອນນີ້. ສຳລັບໂຕເຄື່ອງຂອງແປງຖູແຂ້ວແມ່ນໃຊ້ມໍເຕີ້ຄື້ນແມ່ເຫຼັກລອຍອະຄູສຕິກທີ່ມີຄວາມໄວໃນການແກວ່ງ 37200 ເທື່ອຕໍ່ນາທີ ໝຸນດ້ວຍຂົນແປງ. ໃນສ່ວນຂອງແກດເຈັດມໍເຕີ້ຍັງມີແຮງບິດ 220 gf.cm ເຊິ່ງມັນສາມາດຊ່ວຍໃຫ້ການແກວ່ງໄດ້ຢ່າງແຂງແຮງ.

ທາງດ້ານຂອງຂົນແປງແມ່ນເຮັດໂດຍບໍລິສັດສັນຊາດອາເມຣິກາ DuPont ແລະມີຄວາມບາງປະມານ o.152 ມມ ຂົນແປງເອງກໍມີຄວາມນຸ້ມໆໃນໂຕ, ມີການອອກແບບເປັນ 3D ເຊິ່ງເໝາະແກ່ການເຮັດຄວາມສະອາດແຂ້ວ ແລະພື້ນທີ່ທີ່ເຂົ້າເຖິງຍາກໄດ້ດີ. ນອກຈາກການຖູແຂ້ວໃນທຸກໆມື້ເພື່ອເຮັດໃຫ້ແຂ້ວສະອາດແລ້ວ, ໂຕແປງ Soocare X3 ຍັງມີຄຸນສົມບັດໃນການເບິ່ງແຍງຮັກສາຫົວແປງ ແລະ ເຮັດຄວາມສະອາດຫົວແປງແບບເລິກໄດ້. ນອກນີ້ກໍຍັງມີ Soocare Mini ແປງໄຟຟ້າສຳລັບເດັກນ້ອຍໃນໄວກຳລັງຮຽນຍ່າງອີກນຳ.

ນອກນີ້ໂຕແປງຍັງມາພ້ອມກັບຄວາມສາມາດໃນການເຊື່ອມຕໍ່ Bluetooth ເພື່ອຕໍ່ກັບສະມາດໂຟນໃນການສະແດງຜົນການໃຊ້ພະລັງງານແບັດເຕີຣີ ແລະສະແດງເປີເຊັນແບັດ. ດ້ານແບັດເຕີຣີໃຫ້ມາ 1000mAh ສາມາດໃຊ້ງານໄດ້ 25 ມື້ ແລະໃຊ້ເວລາໃນການສາກໃຫ້ເຕັມພຽງ 16 ຊົ່ວໂມງ. ນອກນີ້ກໍຍັງຮອງຮັບລະບົບສາກໄຮ້ສາຍອີກນຳ. ສ່ວນທີ່ສຳຄັນຂອງໂຕແປງກໍຄືຮອງຮັບມາດຕະຖານ IPX7 ທີ່ສາມາດກັນນ້ຳ ແລະເຮັດຄວາມສະອາດດ້ວຍນ້ຳໄດ້ໂດຍກົງ ໂດຍທີ່ບໍ່ຕ້ອງຫ່ວງວ່າມັນຈະສ້າງຄວາມເສຍຫາຍໃຫ້ໂຕແປງໃດໆ.

ສຳລັບລາຄາຂອງ Xiaomi Soocare X3 ແມ່ນຢູ່ທີ່ 229 ຢວນ (277.000 ກີບ) ແລະຈະເລີ່ມຈັດສົ່ງໃຫ້ກັບຜູ້ສັ່ງລ່ວງໜ້າໃນຊ່ວງເດືອນສິງຫານີ້.

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...

“ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ” (ປະຫວັດນາງສັງຂານເທບພະທິດາທັງ 07)

"ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ"(ປະຫວັດນາງສັງຂານເທບພະທິດາທັງ 07) ຄວາມເປັນມາຂອງນາງສັງຂານ (ບຸນປີໃໝ່ລາວ) ໃນອະດີດຕະການດົນນານມາແລ້ວ... ໃນສະໄໝນັ້ນມີເຈົ້າຜູ້ຄອງເມືອງສະຫວັນອົງໜື່ງຊື່ "ພະຍາກະບິນລະພຣົມ" ເປັນຄົນມີພູມປັນຍາສະຫຼາດອາດຫານເກັ່ງກ້າສາມາດບໍ່ມີຜູ້ໃດມາທຽມໄດ້ເປັນເທບແຫ່ງສວງສະຫວັນວິມານຊັ້ນຟ້າ (ຊັ້ນພຣົມ), ຢູ່ມາມື້ໜຶ່ງບັນດາເສນາອາມາດໄດ້ຮູ້ຂ່າວວ່າມີຊາຍໜຸ່ມຄົນໜື່ງໃນໂລກມະນຸດສະຫຼາດຫຼັກແຫຼມເປັນນັກປຣາດບັນດິດຈື່ງເຊີນເຂົ້າມາໃນເມືອງສະຫວັນເພື່ອທ້າສະໝອງລອງປັນຍາດ້ວຍເຫດເລົ່າກັນມາມີດັ່ງນີ້: "ພະຍາກະບິນລະພຣົມ" ຈຶ່ງໄດ້ທ້າສະໝອງລອງປັນຍາ ກັບທ່ານນັກປຣາດຜູ້ຮຽນຈົບໄຕຼເພດ (ຄວາມຮູ້ຂັ້ນສູງສາມຢ່າງ ໄດ້ແກ່...