ຈີ​ດີ​ພີ​ຈີນ​ໄຕ​ມາດ​ສອງ​ເຕີບໂຕ 6,7%

0
1563

ຕົວ​ເລກ​ລວມຜະລິດ​ຕະພັນ​ພາຍ​ໃນ ຫຼື ຈີ​ດີ​ພີຂອງຈີນ ​ໃນ​ໄຕ​ມາດ​ທີ່​ສອງ​ຂອງ​ປີ​ນີ້​ເຕີບ​ໂຕ 6,7% ດີກ​ວ່າ​ທີ່​ມີ​ການ​ປະ​ເມີນ​ໄວ້​ກ່ອນ​ໜ້າ​ນີ້ ບົ່ງ​ຊີ້​ສັນຍານ​ຟື້ນ​ຕົວ​ທາງ​ເສດຖະກິດ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ສຳນັກງານ​ສະຖິຕິ​ແຫ່ງຊາດ​ຂອງ​ຈີນ (​ເອັນ​ບີ​ເອສ) ອອກ​ລາຍ​ງານ​ສະຫຼຸບ​ສະຖານະ​ການ​ທາງ​ເສດຖະກິດ​ຂອງ​ປະ​ເທດ​ໃນ​ໄຕ​ມາດ​ທີ່​ສອງ​ຂອງ​ປີ​ນີ້​ວ່າ​ຕົວ​ເລກ​ລວມຜະລິດ​ຕະພັນ​ພາຍ​ໃນຂະຫຍາຍຕົວ 6,7% ​ເມື່ອ​ທຽບ​ກັບ​ໄລຍະ​ເວລາ​ດຽວ​ກັນ​ຂອງ​ປີ​ທີ່​ຜ່ານ​ມາ ​ແລະ ຖ້າ​ຫາກ​ຄຳນວນ​ແບບ​ເປັນ​ລາຍ​ໄຕ​ມາດ​ພົບ​ວ່າ ຂະຫຍາຍຕົວ​ເພີ່ມ​ຂຶ້ນ 1,8% ຈາກ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້ ດີກ​ວ່າ​ທີ່​ມີ​ການ​ຄາດ​ຄະ​ເນ​ເອົາ​ໄວ້​ກ່ອນ​ໜ້າ​ນັ້ນ ​ຊີ້​ໃຫ້ເຫັນສັນຍານ​ຂອງ​ການ​ເລີ່​ມຟື້ນ​ຕົວ​ໃນ​ໄລຍະ​ກາງ ​ແລະ ​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ກັບ​ລັດຖະບານ​ຈີນ​ວ່າ ການ​ເຕີບ​ໂຕ​ຂອງ​ຈີ​ດີ​ພີ​ໃນ​ປີ​ນີ້​ຈະ​ເຖິງ​ເປົ້າ​ໝາຍ​ລະຫວ່າງ 6,5-6,7%.

ທັງ​ນີ້ ​ເສດຖະກິດ​ຂອງ​ຈີນ​ຊຶ່ງ​ມີ​ມູນ​ຄ່າ​ຫຼາຍ​ເປັນອັນ​ດັບ 2 ຂອງ​ໂລກ​ຮອງ​ຈາກ​ອາ​ເມ​ລິ​ກາ ​ແລະ ອັນ​ດັບ 1 ຂອງ​ອາຊີ​ຂະຫຍາຍຕົວ 6,9% ​ເມື່ອ​ປີ​ທີ່​ຜ່ານ​ມາ ຖື​ເປັນ​ລະດັບ​ຕໍ່າ​ສຸດ​ນັບ​ຕັ້ງ​ແຕ່​ປີ 1990 ຂະນະ​ທີ່​ສະຖິຕິ​ຂອງ​ຈີ​ດີ​ພີ​ໃນ​ໄຕ​ມາດ​ທຳ​ອິດ​ຂະຫຍາຍຕົວ​ພຽງ 6,2% ຕໍ່າ​ສຸດ​ໃນ​ຮອບ 7 ປີ.