ທົ່ວພັກ–ທົ່ວປວງຊົນລາວທັງຊາດ ຕ່າງກໍຮູ້ດີວ່າ ປະທານ ສຸພານຸວົງ ເປັນເຊື້ອເຈົ້າ ແລະ ແມ່ນປັນຍາຊົນຜູ້ໜຶ່ງ ທີ່ມີນ້ຳໃຈຮັກຊາດອັນດູດດື່ມ ທີ່ໄດ້ເອົາຊີວິດຕິດພັນກັບ ພາລະກິດການຕໍ່ສູ້ປົດປ່ອຍຊາດ ຕັ້ງແຕ່ຫົວທີ ແລະ ຕະຫລອດເຄິ່ງສະຕະວັດທີ່ຜ່ານມາ. ປະທານ ສຸພານຸວົງ ໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງ ກາຍເປັນນັກປະຕິວັດ ທີ່ກ້າແກ່ນ, ເປັນໜຶ່ງໃນບັນດາຜູ້ນຳທີ່ດີເດັ່ນ ແລະ ເປັນທີ່ເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ.
ປະທານ ສຸພານຸວົງ ເຄີຍໄດ້ບັນທຶກຄວາມຊົງຈຳ ເປັນຂໍ້ຄວາມຕອນໜຶ່ງໄວ້ວ່າ: “ສະເພາະຂ້າພະເຈົ້າແລ້ວ ຕັ້ງແຕ່ອາຍຸ 13 ປີ ຂ້າພະເຈົ້າໄດ້ຕັດສິນໃຈວ່າ ເຖິງຈະເສຍຄ່າແພງທໍ່ໃດກໍ່ຕາມ ຂ້າພະເຈົ້າກໍ່ຈະຕ້ອງ ປະລະນິໄສທີ່ປ່ອຍປະລະເລີຍ ໃຫ້ໄປຕາມບຸນຕາມກຳ, ຂີ້ຄ້ານມັກງ່າຍ, ເອົາແຕ່ເວົ້າເປັນໃຫຍ່ ເຊິ່ງແມ່ນຈຸດພິເສດ ຂອງສັງຄົມເຮົາ ແລະ ຂອງບັນດາຊາດທີ່ຊຸດໂຊມ ອັນຈະຕ້ອງກາຍເປັນເຫຍື່ອ ໃຫ້ແກ່ຝູງສັດຮ້າຍໃນທີ່ສຸດ”. ຄຳເວົ້າເຫລົ່ານີ້ຊ່ວຍຢືນຢັນໄດ້ວ່າ ປະທານ ສຸພານຸວົງ ໄດ້ເລືອກເສັ້ນທາງຊີວິດ ແລະ ພາລະກິດອັນຍິ່ງໃຫຍ່ ຂອງເພີ່ນໄວ້ແຕ່ດົນພຸ້ນແລ້ວ.
ຫລັງຈາກການປະຕິວັດຂອງປະເທດຫວຽດນາມ ໃນເດືອນສິງຫາ ປີ 1945 ໄດ້ຮັບໄຊຊະນະ ແລະ ປະກາດຄວາມເປັນເອກະລາດ ຕໍ່ຊາວໂລກໄດ້ຮັບຮູ້ແລ້ວ. ປະທານ ໂຮ່ຈີ່ມິງ ໄດ້ເຊີນປະທານ ສຸພານຸວົງ ໄປນະຄອນຫລວງຮ່າໂນ້ຍ ເພື່ອພົບປະໂອ້ລົມກັນເປັນຄັ້ງທຳອິດ ຂອງປະຫວັດສາດ ແລະ ສຳຄັນຍິ່ງກວ່ານັ້ນ ແມ່ນຜູ້ນຳທັງສອງຝ່າຍ ໄດ້ຕົກລົງສ້າງກອງທະຫານປະສົມລາວ–ຫວຽດນາມ ຂຶ້ນຢູ່ລາວ ເພື່ອດຳເນີນການຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ຍາດເອົາຄວາມເປັນເອກະລາດໃຫ້ແກ່ລາວ ເພາະປະເທດລາວ ເປັນເອກະລາດ, ຫວຽດນາມຈິ່ງມີເອກະລາດທີ່ຖາວອນໄດ້. ພາຍຫລັງທີ່ໄດ້ເດີນທາງກັບຄືນມາເຖິງປະເທດລາວ ປະທານ ສຸພານຸວົງ ໄດ້ກ່າວ ປາໄສຕໍ່ປະຊາຊົນ ທີ່ມາເຕົ້າໂຮມກັນ ເພື່ອຕ້ອນຮັບເພີ່ນ ຢູ່ທີ່ເມືອງເຊໂປນ ໂດຍມີໃຈຄວາມວ່າ: “ແຜ່ນດິນລາວ ຕ້ອງແມ່ນຄົນລາວເປັນເຈົ້າຂອງ ສະນັ້ນພວກເຮົາ ທຸກຄົນຕ້ອງສາມັກຄີກັນ ໂຮມແຮງກັນຕໍ່ສູ້ກູ້ຊາດ ອັນແສນຮັກຂອງພວກເຮົາ ຄືນມາໃຫ້ໄດ້”. ໃນເວລານັ້ນເອງ, ເພິ່ນໄດ້ສືບຕໍ່ເຄື່ອນໄຫວ ປຸກລະດົມ ແລະ ສ້າງກຳລັງຢູ່ສະຫວັນນະເຂດ ແລະ ທ່າແຂກ ເພື່ອກະກຽມໃຫ້ແກ່ການຢຶດອຳນາດ ແລະ ປະກາດເອກະລາດ ເຊິ່ງມາຮອດວັນທີ 12 ຕຸລາ 1945 ຢູ່ນະຄອນຫລວງວຽງຈັນ ໄດ້ຈັດພິທີປະກາດເອກະລາດຢ່າງ ເປັນທາງການ, ລັດຖະບານລາວອິດສະລະ ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍປະທານ ສຸພານຸວົງ ໄດ້ຮັບແຕ່ງຕັ້ງ ເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ດຳລົງຕຳແໜ່ງຜູ້ບັນຊາການສູງສຸດ ຂອງບັນດາກຳລັງ ປະກອບອາວຸດອິດສະລະ. ແຕ່ມາເຖິງວັນທີ 24 ເມສາ 1946 ກອງທັບຂອງພວກລ່າເມືອງຂຶ້ນແບບເກົ່າ ໄດ້ຢຶດເອົານະຄອນຫລວງວຽງຈັນ ເຮັດໃຫ້ປະທານ ສຸພານຸວົງ ພ້ອມດ້ວຍພະນັກງານລັດຖະບານອິດສະລະ ຈຳນວນໜຶ່ງ ຕ້ອງໄດ້ລີ້ໄພໄປປະເທດໄທເປັນການຊົ່ວຄາວ ເຊິ່ງປະທານ ສຸພານຸວົງ ເພື່ອກ່າວປະນາມ ຢ່າງເຄັ່ງຂຶມວ່າ: “ຂະບວນການຕໍ່ຕ້ານພວກລ່າເມືອງຂຶ້ນແບບເກົ່າ ເພື່ອປົດປ່ອຍຊາດຂອງປະຊາຊົນ ລາວຍັງຄົງດຳເນີນສືບຕໍ່ໄປ ຈົນເຖິງໄຊຊະນະສຸດທ້າຍ….”. ພ້ອມກັນນັ້ນ, ປະທານ ສຸພານຸວົງ ຍັງໄດ້ຮຽກຮ້ອງ ໃຫ້ປະຊາຊົນລາວທັງຊາດ ຈົ່ງລຸກຂຶ້ນຕໍ່ສູ້ຢ່າງທໍລະຫົດອົດທົນ ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ລູກແຫລ້ງຕີນມືຂອງພວກເຂົາ ເພື່ອຍາດເອົາເອກະລາດ.
ວັນທີ 13 ສິງຫາ 1950 ກອງປະຊຸມໃຫຍ່ ຜູ້ແທນປະຊາຊົນທົ່ວປະເທດ ໄດ້ຕົກລົງສ້າງຕັ້ງ ແນວໂຮມເອກະພາບແຫ່ງຊາດ ຂຶ້ນຢ່າງເປັນທາງການ ໂດຍໃສ່ຊື່ວ່າ: ແນວລາວອິດສະລະ ແລະ ສ້າງຕັ້ງລັດ ຖະບານລາວຕໍ່ຕ້ານ. ປະທານ ສຸພານຸວົງ ໄດ້ຖືກແຕ່ງຕັ້ງເປັນ ປະທານກອງອຳນວຍການກາງ ຂອງແນວລາວອິດສະລະ ແລະ ເປັນນາຍົກລັດຖະມົນຕີຂອງລັດຖະບານລາວຕໍ່ຕ້ານ ຍິ່ງເປັນການຍົກສູງ ບົດບາດຂອງເພີ່ນ ໃຫ້ສູງເດັ່ນຂຶ້ນພ້ອມກັບພາລະກິດອັນໜັກໜ່ວງ. ແຕ່ຕົກໃນວັນທີ 28 ກໍລະກົດ 1959, ປະທານ ສຸພານຸວົງ ແລະ ບັນດາຜູ້ນຳ, ພະນັກງານຂອງແນວລາວຮັກຊາດຫລາຍທ່ານ ໄດ້ຖືກຂັງໄວ້ຢູ່ຄຸກໂພນເຄັງ ແຕ່ມາຮອດວັນທີ 23 ພຶດສະພາ 1960, ປະທານ ສຸພານຸວົງ ແລະ ຜູ້ນໍາແນວລາວຮັກຊາດທັງໝົດ ໄດ້ໂຕນອອກຈາກຄຸກ ກັບຄືນສູ່ເຂດທີ່ໝັ້ນປະຕິວັດຢ່າງປອດໄພ ເຊິ່ງເປັນເຫດການອັນໜ້າອັດສະຈັນໃຈ ເປັນຢ່າງຍິ່ງ ໃນໝູ່ປະຊາຊົນລາວໃນທົ່ວປະເທດ.
ໃນວັນທີ 1 ແລະ 2 ທັນວາ 1975, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ຜ່ານບັນດາມະຕິ ຕົກລົງທີ່ມີລັກສະນະປະຫວັດສາດ ແລະ ເປັນເອກະສັນກັນ ໃນການແຕ່ງຕັ້ງ ປະທານ ສຸພານຸວົງ ເປັນປະທານປະເທດຄົນທຳອິດຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ບົດຄວາມຈາກ:
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!