spot_img
Homeຂ່າວຕ່າງປະເທດບຣາ​ຊິນ​ເລັ່ງຂະຫຍາຍ​ສະໜາມ​ບິນ​ຫຼຸດ​​ຂາດ​ດຸນ

ບຣາ​ຊິນ​ເລັ່ງຂະຫຍາຍ​ສະໜາມ​ບິນ​ຫຼຸດ​​ຂາດ​ດຸນ

Published on

ລັດຖະບານ​ບຣາຊິນ​ກຳລັງ​ພິຈາລະນາ​ຂະຫຍາຍ​ສະໜາມ​ບິນ 2 ​ແຫ່ງ ​ໃນ​ເມືອງຣິ​ໂອ ​ແລະ ​ເມືອງ​ເຊົາ​ເປົາ​ໂລ ​ເພື່ອ​ຊ່ວຍ​ຫຼຸດ​ການ​ຂາດ​ດຸນ​ງົບປະມານ​ໃນ​ປີໜ້າ.

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ລັດຖະບານ​ບຣາຊິນ​ກຳລັງ​ພິຈາລະນາ​ຂະຫຍາຍ​ສະໜາມ​ບິນ 2 ​ແຫ່ງ​ໃນ​ເມືອງຣິ​ໂອ ​ແລະ ​ເມືອງ​ເຊົາ​ເປົາ​ໂລ ​ເພື່ອ​ຊ່ວຍ​ຫຼຸດ​ການ​ຂາດ​ດຸນ​ງົບປະມານ​ໃນ​ປີໜ້າ ຈາກ​ການ​ເປີດ​ເຜີຍ​ຂອງ​ທ່ານ ມິ​ເຊ​ລ ​ເທ​ເມີ ປະທານາທິບໍດີ​ຂອງ​ບຣາຊິນ​ໃນ​ວັນ​ທີ 10 ກໍລະກົດ​ທີ່​ຜ່ານ​ມາ, ທ່ານ​ເທ​ເມີ ​ແລະ ທິມ​ເສດຖະກິດ​ລັດຖະບານ​ຊຸດ​ປະຈຸ​ບັນ ບໍ​ເຫັນ​ດີ​ກັບ​ການ​ຄັດຄ້ານ​ຂອງ​ລັດຖະບານ​ຊຸດ​ກ່ອນ ສຳລັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຂະຫຍາຍ​ສະໜາມ​ບິນ​ຊາ​ນ​ໂຕ​ສ ດູມ​ອງ ​ໃນ​ເມືອງຣິ​ໂອ​ເດີ​ຈາ​ເນ​ໂຣ ​ແລະ ສະໜາມ​ບິນ​ຄອນ​ໂກ​ຍາ ຢູ່​ເມືອງ​ເຊົາ​ເປົາ​ໂລ ​ເປັນ​ໄປ​ໄດ້​ວ່າ​ເຮົາ​ຈະ​ຂະຫຍາຍ​ສະໜາມ​ບິນ​ທັງ​ສອງ​ແຫ່ງ ​ແລະ ມັນ​ຈະ​ເຮັດ​ໃຫ້​ມີ​ເງິນ​ຈຳນວນ​ຫຼາຍ. ລັດຖະບານ​ບຣາຊິນ​ມີ​ແຜນ​ຂະຫຍາຍ​ຊັບ​ສິນ​ຫຼາຍ​ໂຄ​ງການ ​ແລະ ​ໃຫ້​ສຳ​ປະທານ​ບໍລິສັດ​ຕ່າງໆ​ໃນ​ການ​ກໍ່ສ້າງ ​ແລະ ດຳ​ເນີນ​ໂຄງການ​ສາທາລະ​ນູປະ​ໂພ​ກ ຂະນະ​ທີ່​ລັດຖະບານ​ພະຍາຍາມ​ປົວ​ແປງ​ເສດຖະກິດ ​ແລະ ຫຼຸດ​ການ​ຂາດ​ດຸນ​ງົບປະມານ ຊຶ່ງ​ຕົວ​ເລກ​ຕາມ​ການ​ປະ​ເມີນ​ຢູ່​ທີ່ 170 ຕື້​ໂດ​ລາ​ສະ​ລັດ​ໃນ​ປີ​ນີ້.

ທ່ານ ​ເອນຣິ​ເກ້ ​ໄມ​ເຣລ​ເລ​ສ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ບຣາຊິນ ຕ້ອງ​ຫຼຸດ​ຕົວ​ເລກ​ຂາດ​ດຸນ​ລົງ​ເຫຼືອ 139 ຕື້​ໂດ​ລາ​ໃນ​ປີໜ້າ ​ແລະ ລັດຖະບານ​ຈຳ​ເປັນ​ຕ້ອງ​ຕັດ​ຫຼຸດ​ລາຍ​ຈ່າຍ 80 ຕື້​ໂດ​ລາ ​ເພື່ອ​ບັນລຸ​ເປົ້າ​ໝາຍ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...