spot_img
Homeຂ່າວພາຍ​ໃນຕຳແລ້ວໜີຈະມີໂທດໜັກປານໃດ? ສານຈະຕັດສິນແນວໃດ?

ຕຳແລ້ວໜີຈະມີໂທດໜັກປານໃດ? ສານຈະຕັດສິນແນວໃດ?

Published on

ຂ່າວອຸບັດເຫດລົດໃຫຍ່ຕຳລົດຈັກ ເຮັດໃຫ້ສອງແມ່ລູກເສຍຊີວິດຄາທີ່ ທີ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເມື່ອຕອນເຊົ້າວັນທີ 6 ກໍລະກົດ 2016 ແລ້ວຄົນຂັບລົດເອົາໂຕລົບໜີ ແຕ່ສຸດທ້າຍກໍໜີບໍ່ລອດລະບຽບກົດໝາຍ ຜູ້ກ່ຽວຖືກເຈົ້າໜ້າທີີ່ກັກໂຕໃນແລງຂອງວັນທີ 9 ກໍລະກົດ 2016 ທີ່ຜ່ານມາ ນັ້ນເປັນຂ່າວດັງຂ່າວໃຫຍ່ໜຶ່ງ ໃນຫຼາຍໆ ເຫດການຕຳແລ້ວໜີ ໃນໄລຍະທີ່ຜ່ານມາ. ເຊິ່ງແນ່ນອນວ່າປະຊາຊົນຜູ້ທີ່ຮູ້ຂ່າວ ຕ່າງກໍຢາກໃຫ້ຖືເອົາຄະດີນີ້ເປັນຄະດີຕົວຢ່າງ ຢາກໃຫ້ມີການລົງໂທດຢ່າງໜັກ ເພື່ອເຕືອນສະຕິໃຫ້ນັກຂັບຂີ່ໄດ້ລະມັດລະວັງ ແລະເມື່ອເກີດອຸບັດເຫດຂຶ້ນແລ້ວ ຄວນຕ້ອງໄດ້ຮັບຜິດຊອບຕໍ່ກົດໝາຍ.

ອີກສິ່ງໜຶ່ງທີ່ສັງຄົມຕ້ອງການຢາກຮູ້ນັ້ນ ຄົງໜີບໍ່ມົ້ມກົດໝາຍທີ່ກ່ຽວຂ້ອງ ຢາກຮູ້ວ່າການກະທຳຜິດໃນລັກສະນະນີ້ ຈະມີບົດລົງໂທດໜັກຫຼືເບົາສະຖານໃດ ມື້ນີ້, ທີມຂ່າວລາວໂພສໄດ້ຄົ້ນເອົາກົດໝາຍທີ່ກ່ຽວຂ້ອງມານຳສະເໜີ ເຊິ່ງເຮົາສາມາດເບິ່ງເຫດທີ່ເກີດຂຶ້ນນັ້ນແມ່ນຕົກຢູ່ໃນກົດໝາຍອາຍາ ສະບັບປັບປຸງ ປະກາດໃຊ້ເມື່ອ 9 ທັນວາ 2005 ໃນມາດຕາ 86, 87 ແລະ 89 (ອາດຈະທັງ 3 ມາດຕາ ຫຼື ໜ້ອຍ/ຫຼາຍ ກວ່ານັ້ນກໍໄດ້) ດັ່ງມີລາຍລະອຽດລະບຸໄວ້ດັ່ງຕໍ່ໄປນີ້:

Screenshot (49)
Screenshot (47) Screenshot (48)

ນັ້ນແມ່ນຂໍ້ກົດໝາຍອາຍາທີ່ຄາດວ່າຈະກ່ຽວຂ້ອງກັບຄະດີ ອຸບັດເຫດມີຜູ້ເສຍຊີວິດ ແລ້ວເອົາໂຕລົບໜີ ແຕ່ການຕັດສິນຕົວຈິງອາດຈະແຕກຕ່າງໄປຈາກນີ້ ເພາະແຕ່ລະກໍລະນີກະທຳຜິດ ມັນຈະແຕກຕ່າງກັນ ດ້ານອົງປະກອບ ແລະ ລັກສະນະຂອງມັນ ເຮົາຍັງບໍ່ຮູ້ຈະແຈ້ງວ່າ ຄະດີນີ້ມັນເປັນແນວໃດແທ້ ຊຶ່ງສານອາດຕັດສິນ ໃສ່ໂລດໜັກກວ່າ ຫລື ເບົາກວ່າ ທີ່ມາດຕາດັ່ງກ່າວນີ້ກຳນົດ ເພາະມັນຕ້ອງໄປເບິ່ງສາເຫດຂອງການເພີ່ມ ຫລື ຫລຸດຜ່ອນໂທດອີກ.

ໂທດປັບໃໝ ທີ່ຂຽນໃສ່ມາດຕາຂອງກົດໝາຍອາຍາ ແມ່ນລັດໃໝຈາກຜູ້ກະທຳຜິດ ເອົາເຂົ້າງົບປະມານຂອງລັດ, ສ່ວນຄ່າຫົວຂອງຜູ້ເສຍຊີວິດ ແລະ ອື່ນໆ ແມ່ນຍາດພີ່ນ້ອງ ຈະເປັນໂຈດທາງແພ່ງ ຍື່ນຟ້ອງຕໍ່ສານອາຍາ ໃຫ້ຕັດສິນໃຊ້ຄ່າເສຍຫາຍທາງແພ່ງໃຫ້ຕ່າງຫາກ ເຊິ່ງໂຈດທາງແພ່ງຈະຮຽກເອົາທໍ່ໃດກໍສຸດແລ້ວແຕ່, ແຕ່ວ່າເວລາຕັດສິນ ສານຈະໃຊ້ຫລັກປະເພນີສານ ເພື່ອຊີ້ແຈງໃຫ້ຄູ່ຄວາມຕົກລົງກັນ ໂດຍອີງຕາມຄຳຕັດສິນ ຫລື ຄຳພິພາກສາ ທີ່ເຄີຍນຳໃຊ້ຜ່ານມາ ເປັນບ່ອນອີງ. ຕົວຢ່າງວ່າ: ຜ່ານມາສານເຄີຍຕັດສິນຄະດີລັກສະນະດຽວກັນ ໂຈດໄດ້ໃຊ້ແທນຄ່າຫົວ ປະມານ 50,000,000 ກີບ ສານກໍຈະຊີ້ແຈງຂຶ້ນມາວ່າ ຜ່ານມາກໍບໍ່ເກີນນີ້ ທັງສອງຝ່າຍຮັບໄດ້ບໍ່ ຖ້າຮັບບໍ່ໄດ້ກໍອຸທອນຂຶ້ນໄປ ຕາມຂະບວນການ.

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...