spot_img
Homeຂ່າວທ້ອງຖິ່ນທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ບວດເປັນພະແລ້ວ

ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ບວດເປັນພະແລ້ວ

Published on

ອີງຕາມການລາຍງານຂອງສື່ທອງຖິ່ນ ຈາກວັດຊຽງທອງ ຣາຊວໍຣະວິຫານ ເມືອງຫຼວງພະບາງ ແຂວງຫຼວງພະບາງໃຫ້ຮູ້ວ່າ ມື້ເຊົ້ານີ້ ທີ່ວັດໂພນເພົາ ເມືອງແລະແຂວງຫຼວງພະບາງ ໄດ້ມີພິທີອຸປະສົມບົດ ທ່ານນາກ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ການຜະລິດ ແລະ ຈໍລະຈອນ ເປັນພະພິກຂຸຢ່າງສົມບູນ ໂດຍການເຂົ້າຮ່ວມຂອງ ພະອາຈານ ຄຳມາ ປັນຍາວິຈິດ ຮອງປະທານ ອົງການພຸດທະສາດສະໜາສຳພັນລາວ ສູນກາງ.

ລາຍງານແຈ້ງວ່າອະດີດ ຮອງນາຍົກໄດ້ຕັດສິນໃຈເຂົ້າອຸປະສົມບົດໃນຄັ້ງນີ້ ແມ່ນເພື່ອເປັນການຕອບບຸນແທນຄຸນບິດາມານດາ, ສຶກສາຮຽນຮູ້ພະທຳຄຳສອນຂອງອົງສຳມາສຳພຸດທະເຈົ້າ ແລະເປັນການພັກຜ່ອນໃຈ ຈາກການປະຕິບັດໜ້າທີ່ໃນຄະນະນຳ ລັດຖະບານຂອງ ສປປລາວ ຕະຫຼອດຫຼາຍປີທີ່ຜ່ານມາ ຫຼັງຈາກໄດ້ພັກຜ່ອນເຂົ້າຮັບບຳນານ.

13631654_522718117931973_766525763375116768_n

ສົມສະຫວາດ ເລັ່ງສະຫວັດ

ອ່ານຂ່າວອື່ນໆ ທີ່ໜ້າສົນໃຈທີ່ນີ້ :www.laopost.com

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...