Homeຂ່າວການພັດທະນາ9 ເດືອນສົກປີນີ້ ແຂວງຫົວພັນເກັບລາຍຮັບ ໄດ້ເກີນແຜນ 16,27 ຕື້ກວ່າກີບ!

9 ເດືອນສົກປີນີ້ ແຂວງຫົວພັນເກັບລາຍຮັບ ໄດ້ເກີນແຜນ 16,27 ຕື້ກວ່າກີບ!

Published on

ຂປລ. ຕາ​ມການ​ລາຍ​ງານ​ຂອງ ​ທ່ານ ມີ​ຈວນ ພົມ​ເມືອງ​ງາ ຫົວໜ້າພະ​ແນ​ກສວ່ຍ​ສາ​ອາກອນ ​ແຂວງ​ຫົວພັນ​ໃຫ້​ຮູ້​ວ່າ: ໃນ​ໄລຍະ​ 9 ​ເດືອນ​ສົກ​ປີ 2015-2016 ທົ່ວ​ແຂວງສາມາດ​ຈັດ​ເກັບ​ລາຍ​ຮັບ​ ສວຍ​ສາ​ອາກອນ ​ໄດ້ 68,14 ຕື້ກວ່າ​ກີບ ​ທຽບ​ໃສ່​ແຜນການ​ປີທີ່​ວາງ​ໄວ້ 51 ຕື້ 872 ລ້ານ​​ກີບ ​ແມ່ນ​ສາມາດ​ປະຕິບັດ​ໄດ້​ເກີນ​ແຜນ 16,27 ​ກວ່າ​ກີບ, ​ໃນ​ນີ້ລາຍ​ຮັບ​​ສ່ວນ​ໃຫຍ່​ ແມ່ນ​ໄດ້​ມາ​ຈາກ​ ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ລັດ​ເຊັ່ນ: ການ​ຄ້າ, ການ​ບໍລິການ, ການ​ຜະລິດ ​ແລະ ລາຍ​ຮັບຈາກ​ທີ່​ດິນ.

ສຳລັບ​ສາ​ເຫດທີ່​ປະຕິບັດ​ລາຍ​ຮັບ​ລື່ນແຜນການ ແມ່ນຍ້ອນ​ງົບປະມານ​​ແຫ່ງ​ລັດ ​ໄດ້​ຈ່າຍ​ເງິນຊຳ​ລະ ​ໂຄງການ​ກໍ່ສ້າງພື້ນຖານ​ໂຄງ​ລ່າງຈຳນວນໜຶ່ງ​ ໃຫ້​ບັນດາ​ບໍລິສັດ ​ແລະ​ ຜູ້​ປະກອບ​ການທຸລະ​ກິດ ​ໄດ້​ມອບ​ພັນທະ​​​ຕາມ​ລະບຽບກົດໝາຍ; ໄດ້​ຮັບ​ການຮ່ວມມືຈາກຫລາຍພາກສ່ວນ​ທັງ​ພາກ​ລັດ, ພະນັກງານ​ສ່ວຍ​ສາ​ອາກອນ ​ແຕ່​ແຂວງ​ລົງ​ຮອດ​ທ້ອງ​ຖິ່ນ ​​ເອົາ​ໃຈ​ໃສ່​ປະຕິບັດໜ້າທີ​ຂອງ​ຕົນ; ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃກ້​ຊິດ​ຕິດ​ແທດ​ຈາກ​ຂັ້ນ​ເທິງ ຕາມ​ສາຍ​ຕັ້ງ ​ແລະ ສາຍ​ຂວາງ​ ໃນ​ການ​ຊີ້​ນຳ​ຢ່າງ​ເປັນ​ປົກກະຕິ​ ຕໍ່ກັບ​ການຈັດ​ເກັບ​ລາຍ​ຮັບ​ສວຍ​ສາ​ອາກອນ.

ສຳລັບສົກ​ງົບປະມານ 2015- 2016 ນີ້​ຄາດ​ວ່າ: ພະ​ແນ​ກສວຍ​ສາ​ອາກອນ​​ ແຂວງ​ຫົວພັນ ຈະ​ສູ້​ຊົນ​ເກັບ​ລາຍ​ຮັບ​ ໃຫ້​ໄດ້ທັງໝົດ 77,8 ຕື້​ກວ່າ​ກີບ ​​ເມື່ອທຽບ​ໃສ່​ແຜນການປີ​ທີ່​ວາງ​ໄວ້ 51,8 ຕື້​ກວ່າ​ກີບ ເຫັນ​ວ່າ​ຈະ​ສາມາດ​ເກັບ​ ໄດ້​ເກີນ​ແຜນ​ເກືອບ 26 ຕື້​ກີບ ຫລື ​ເທົ່າ​ກັບ 150% ຂອງ​ແຜນການ​ທີ່​ວາງ​ໄວ້.

ແຫລ່ງຂ່າວ:
ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...