spot_img
Homeຂ່າວການພັດທະນາໄອເອັຟຊີ ສືບຕໍ່ຊ່ວຍລາວປະຕິບັດໂຄງການຄໍ້າປະກັນສັງຫາລິມະຊັບ

ໄອເອັຟຊີ ສືບຕໍ່ຊ່ວຍລາວປະຕິບັດໂຄງການຄໍ້າປະກັນສັງຫາລິມະຊັບ

Published on

ວັນ​ທີ 5 ກໍ­ລະ­ກົດ 2016  ທີ່​ກະຊວງ​ການ​ເງິນນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ມີ​ພິ­ທີ​ເຊັນ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈກ່ຽວ​ກັບ​ໂຄງ­ການ​ຈົດ​ທະ­ບຽນ​ການ​ຄ້ຳປະ­ກັນ​ສັງ­ຫາ­ລິ­ມະ​ຊັບ​ດ້ວຍ​ລະ­ບົບ​ເອເລັກ​ໂຕຣ​ນິກ​ໄລ­ຍະ 2, ລະ­ຫວ່າງ​ລັດ​ຖະບານ​ລາວ ແລະ​ອົງ­ການ​ການ​ເງິນ​ສາ­ກົນ (IFC) ໂດຍ​ຕ່າງ​ໜ້າ​ລົງ​ນາມ​ໃຫ້​ລັດ​ຖະບານ​ລາວ​ແມ່ນ ທ່ານ ນາງ ທິບ​ພະ​ກອນ ຈັນ­ທະ​ວົງ­ສາ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງການ​ເງິນ ແລະ​ຕາງ­ໜ້າ​ອົງ­ການ​ການເງິນ​ສາ­ກົນ ໂດຍ​ທ່ານ ຈອດ​ສ ໂຈ​ເຊບ ກໍ​ລາ ຮັກ­ສາ​ການ​ຫົວ­ໜ້າ​ຫ້ອງ­ການ ການ​ເງິນ​ສາ­ກົນ​ປະ­ຈຳ​ລາວ, ກຳ­ປູ­ເຈຍ ແລະ​ຫວຽດ­ນາມ, ພ້ອມ​ດ້ວຍ​ພະ­ນັກງານ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ໂຄງ­ການ​ຈົດ​ທະ­ບຽນ​ການ​ຄ້ຳ​ປະກັນ​ສັງ­ຫາ­ລິ­ມະ​ຊັບ​ດ້ວຍ​ລະ­ບົບ​ເອ​ເລັກ ໂຕຣ​ນິກ​ໄລ­ຍະ 2 ແມ່ນ​ເພື່ອ​ຊ່ວຍ​ໃຫ້­ການເງິນ ນຳ​ໃຊ້​ລະ­ບົບ​ທັນ​ສະ­ໄໝ​ເຂົ້າ​ໃນ​ການຈົດ​ທະ­ບຽນ​ໃຊ້​ສັງ­ຫາ­ລິ­ມະ​ຊັບ​ເປັນ​ຫຼັກ ຊັບ​ຄ້ຳ­ປະ­ກັນ​ໃນ​ບັນ­ດາ​ທະ­ນາ­ຄານ​ທຸ­ລະ ກິດ​ຢູ່​ລາວ ຊຶ່ງ​ຈະ​ຊ່ວຍ​ເພີ່ມ​ການ​ປ່ອຍ ເງິນ​ກູ້​ໃຫ້​ວິ​ສາ​ຫະ​ກິດ​ຈຸ​ລະ​ພາກ, ຂະໜາດ​ນ້ອຍ ແລະ​ກາງ ເພື່ອ​ຊ່ວຍ​ວິ​ສາຫະ​ກິດ​ເຫຼົ່າ­ນັ້ນ​ໃຫ້​ເຕີບ​ໃຫຍ່ ແລະ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດຖະ​ກິດ​ຂອງ​ລາວ.

ພ້ອມ​ນັ້ນ ໂຄງ­ການ​ດັ່ງ­ກ່າວ​ຍັງ​ເປັນໂຄງ­ການ​ສືບ­ຕໍ່​ຊ່ວຍ­ເຫຼືອ​ຈາກ​ອົງ­ການ IFC ທີ່​ໄດ້​ສະ­ໜອງ​ທຶນ​ຊ່ວຍ­ເຫຼືອ​ໃຫ້ ສປປ ລາວ ຕະ­ຫຼອດ​ໃນ​ໄລ­ຍະ​ຜ່ານ​ມາ​ໃນການ​ສ້າງ​ລະ­ບຽບ​ກົດ­ໝາຍ​ກ່ຽວ​ກັບການ​ຄ້ຳ­ປະ­ກັນ​ການ​ປະ­ຕິ­ບັດ​ສັນ­ຍາ ແລະ​ການ​ສ້າງ­ຕັ້ງ​ລະ­ບົບ​ຈົດ​ທະ­ບຽນການ​ຄ້ຳ­ປະ­ກັນ​ດ້ວຍ​ສັງ­ຫາ­ລິ­ມະ​ຊັບ, ຊຶ່ງຊ່ວຍ​ໃຫ້​ບັນ­ດາ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ ແລະ​ກາງ​ສາ­ມາດ​ນຳ​ໃຊ້​ສັງ­ຫາ­ລິ­ມະ​ຊັບເຊັ່ນ: ວັດ­ຖຸ​ມີ­ຄ່າ, ກົນ​ຈັກ, ຍານ​ພາ­ຫະນະ, ສິນ­ຄ້າ​ໃນ​ສາງ ຫຼື ວັດ­ຖຸ​ດິບ​ເພື່ອການ​ຜະ­ລິດ, ໜີ້​ຕ້ອງ​ຮັບ, ເອ­ກະ­ສານທາງ​ການ​ເງິນ, ຜົນ​ຜະ­ລິດ​ທາງ​ກະ­ສິ­ກຳ, ສິນ­ຄ້າ​ອຸ­ປະ­ໂພກ-ບໍ­ລິ­ໂພກ, ບັນ­ຊີ​ເງິນຝາກ, ຊັບ​ສິນ​ທາງ​ປັນ­ຍາ ແລະ​ອື່ນໆ​ມາ ເປັນ​ຫຼັກ​ຊັບ​ຄ້ຳ­ປະ­ກັນ​ໃນ​ການ​ຂໍ​ກູ້​ຢືມຈາກ​ທະ­ນາ­ຄານ ແລະ​ສະ​ຖາ​ບັນ​ການເງິນ.

ນອກ​ນັ້ນ ອົງ­ການ IFC ຍັງ​ສືບ­ຕໍ່ຊ່ວຍ​ສົ່ງ­ເສີມ​ໃຫ້​ບັນ­ດາ​ທະ­ນາ­ຄານ​ທຸ­ລະກິດ ໃນ​ລາວ​ປ່ອຍ​ເງິນ​ກູ້​ໂດຍ​ຮັບ​ເອົາ​ສັງຫາ​ລິ​ມະ​ຊັບ​ເປັນ​ຫຼັກ​ຊັບ​ຄ້ຳ­ປະ­ກັນ​ດ້ວຍການ​ສ້າງ​ຄວາມ​ສາ­ມາດ​ດ້ານ​ການ​ເງິນ ແລະ​ຜະ­ລິດ​ຕະ​ພັນ​ການ​ເງິນ​ທີ່​ກ່ຽວ­ຂ້ອງ.

ການ​ຊ່ວຍ­ເຫຼືອ​ຂອງ​ອົງ­ການ IFC ໃນ​ຄັ້ງ​ນີ້ຈະ​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ​ຈຸ​ລະພາກ, ຂະ­ໜາດ​ນ້ອຍ ແລະ​ກາງກວມເອົາ  98% ຂອງ​ພາກ​ເອ­ກະ​ຊົນ​ຢູ່​ໃນ ສປປ ລາວ, ຊຶ່ງ​ໃນ​ເມື່ອ​ກ່ອນ​ບໍ່​ສາ­ມາດເຂົ້າ​ຫາ​ແຫຼ່ງ​ທຶນ​ໄດ້, ແມ່ນ​ບໍ່​ສາ­ມາດ​ໃຊ້ສັງ­ຫາ­ລິ­ມະ​ຊັບ​ເພື່ອ​ຄ້ຳ­ປະ­ກັນ​ເງິນ​ກູ້ຈາກ​ທະ­ນາ­ຄານ​ທຸ­ລະ​ກິດ​ໄດ້ ຍ້ອນ​ເຂົາເຈົ້າ​ບໍ່​ມີ​ກຳ­ມະ­ສິດ​ທີ່​ດິນ ຫຼື ອາ­ຄານ​ທີ່ທະ­ນາ­ຄານ​ທຸ­ລະ​ກິດ​ຍອມ­ຮັບ​ເປັນ​ຫຼັກ​ຊັບ​ຄ້ຳ­ປະ­ກັນ.

ນັບ​ຕັ້ງ­ແຕ່​ເປີດ​ນຳ​ໃຊ້​ລະ­ບົບ​ການ​ຈົດທະ­ບຽນ​ການ​ຄ້ຳ­ປະ­ກັນ​ດ້ວຍ​ສັງ­ຫາ­ລິ­ມະຊັບ​ໃນ​ທ້າຍ​ປີ 2013, ໄດ້​ມີ​ການ​ອະ­ນຸມັດ​ເງິນ​ກູ້​ທີ່​ໃຊ້​ສັງ­ຫາ­ລິ­ມະ​ຊັບ​ເປັນ​ຫຼັກຊັບ​ຄ້ຳ­ປະ­ກັນ​ຫຼາຍ​ກວ່າ 1,3 ຕື້​ໂດ​ລາ​ສະຫະ​ລັດ ກວມ​ເອົາ 99%ຂອງ​ວົງ​ເງິນ ດັ່ງ­ກ່າວ​ແມ່ນ​ສະ­ໜອງ​ໃຫ້​ວິ​ສາ​ຫະ​ກິດຕ່າງໆ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...