spot_img
Homeຂ່າວຕ່າງປະເທດອະດີດທີ່ປຶກສາປະທານປະເທດຈີນ ຖືກສານຕັດສິນຈຳຄຸກຕະຫລອດຊີວິດ ຂໍ້ຫາສໍ້ລາດບັງຫລວງ!

ອະດີດທີ່ປຶກສາປະທານປະເທດຈີນ ຖືກສານຕັດສິນຈຳຄຸກຕະຫລອດຊີວິດ ຂໍ້ຫາສໍ້ລາດບັງຫລວງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ກໍລະກົດນີ້ວ່າ ທ່ານ ຫລິງ ຈື້ຫົວ ອະດີດທີ່ປຶກສາລະດັບສູງຂອງ ທ່ານ ຫູ ຈິນເທົາ ອະດີດເລຂາທິການໃຫຍ່ ແລະ ປະທານປະເທດຈີນ ໄດ້ຖືກສານພິພາກສາລົງໂທດ ຕັດອິດສະຫລະພາບຕະຫລອດຊີວິດ ຫລັງຈາກທີ່ຖືກຕັດສິນວ່າ ມີຄວາມຜິແທ້ຈິງໃນຖານຮັບສິນບົນ, ລັກລອບເອົາຄວາມລັບຂອງຊາດ ແລະ ໃຊ້ອຳນາດໜ້າທີ່ໂດຍບໍ່ຖືກຕ້ອງ ໃນລະຫວ່າງປີ 2007-2012 ໂດຍໄອຍະການຈີນໄດ້ກ່າວຫາວ່າ ທ່ານ ຫລິງ ໄດ້ຮັບເງິນສິນບົນ ຫລາຍກວ່າ 77 ລ້ານຢວນ ທັງໂດຍທາງກົງ ແລະ ທາງອ້ອມ ຜ່ານສະມາຊິກໃນຄອບຄົວຂອງທ່ານເອງ ແລະ ຍັງໄດ້ຖືກພິສູດວ່າມີຄວາມຜິແທ້ ໃນການຮັບເອົາຂໍ້ມູນລັບຂອງປະເທດ ຈຳນວນຫລວງຫລາຍຢ່າງຜິດກົດໝາຍ ພ້ອມທັງຍັງໃຊ້ໜ້າທີ່ຕຳແໜ່ງຂອງຕົນ ໃນການຊ່ວຍເຫລືອຜູ້ອື່ນໆ ໃຫ້ໄດ້ຮັບການເລື່ອນຕຳແໜ່ງ ແລະ ເພື່ອໃຫ້ໄດ້ມາຊຶ່ງອະສັງຫາລິມະຊັບ.

ທັງນີ້ ທ່ານ ຫລິງ ຈື້ຫົວ ອາຍຸ 58 ປີ ໄດ້ຖືກເຈົ້າໜ້າທີ່ຈີນຈັບກຸມຕົວ ໃນເດືອນກໍລະກົດປີ 2015 ແລະ ເຂົ້າຮັບການພິຈາລະນາຄະດີແບບປິດລັບ ເມື່ອເດືອນມິຖຸນາຜ່ານມານີ້ ຊຶ່ງທ່ານເອງໄດ້ກ່າວວ່າ ຈະບໍ່ມີການຍື່ນອຸທອນ ແລະ ທ່ານຍອມຮັບທຸກຂໍ້ກ່າວຫາ ພ້ອມທັງຈະປະຕິບັດຕາມຄຳຕັດສິນຂອງສານທຸກປະການ.

ທ່ານ ຫລິງ ຈື້ຫົວ ເປັນໜຶ່ງໃນຈຳນວນການນຳລະດັບສູງຂອງຈີນ ທີ່ໄດ້ຖືກດຳເນີນຄະດີ ແລະ ຕັດສິນລົງໂທດ ຈາກຄວາມຜິດໃນການສໍ້ລາດບັງຫລວງ ຕາມນະໂຍບາຍປາບປາມການສໍ້ລາດບັງຫລວງ ຂອງທ່ານເລຂາທິການໃຫຍ່ ແລະ ປະທານປະເທດຈີນ ສີຈິ້ນຜິງ ຄົນປັດຈຸບັນ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...