spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມໝອນຮອງກະດູກຄໍເຊື່ອມ

ໝອນຮອງກະດູກຄໍເຊື່ອມ

Published on

ທ່ານທີ່​ນັ່ງ​ເຮັດ​ວຽກຫຼາຍໆທ່ານ​ ອາດ​ມີ​ອາການ​ເຫລົ່ານີ້: ປວດ​ກະດູກ​ຄໍ, ປວດ​ບ່າ​ໄຫລ່ ລວມ​ເຖີງອາການ​ມືນ ​ແລະ ​ເມື່ອຍ​, ມີ​ບາງ​ທ່ານ​ເປັນຫຼາຍ ​ເຖີງຂັ້ນຍົກ​ແຂນ​ບໍ່​ຂື້ນ ​ແລະ ອື່ນໆ ຖ້າ​ທ່ານ​ໃດ ​ມີ​ອາການ​ເຫລົ່ານີ້​ແມ່ນ ​​ເປັນ​ສັນຍາ​ນ​ເຕືອນ​ຂອງ​ ໂລກໝອນຮອງ​ກະດູກ​ຄໍ​ເຊື່ອມ ​ກົດ​ທັບ​ເສັ້ນປະສາດ ຫຼື ​ໄຂ​ສັນຫຼັງ​ໄດ້

ສາ​ເຫດ ​ແລະ ອາການ​ຂອງ​ໂລກ ໝອນຮອງ​ກະດູກ​ຄໍ​ເຊື່ອມ ອາດ​ເກີດ​ຂື້ນ​ໄດ້​ ທັງ​ໃນ​ພາວະ​ ທີ່​ເກີດ​ອຸບັດ​ຕິ​ເຫດ ຫຼື ບໍ່​ເກີດ​ອຸບັດ​ຕິ​ເຫດ. ​ໃນ​ສ່ວນ​ທີ່​ເກີດ​ຈາກ ​ອຸບັດ​ຕິ​ເຫດ ​ໄດ້​ຮັບ​ບາດ​ເຈັບ ​ແລະ ​ເຮັດ​ໃຫ້ ໝອນຮອງ​ກະດູກ​ບໍລິ​ເວນ​ ຕົ້ນຄໍ​ມີ​ການ​ເຄື່ອນ ຫຼື ກົດ​ທັບ ບໍ່​ວ່າ​ຈະ​ເປັນ ​ໄຂ​ສັນຫຼັງ ຫຼື ​ເສັ້ນປະສາດ, ສຳລັບ​ກຸ່ມ​ຄົນ​ ທີ່​ບໍ່​ໄດ້​ເກີດ​ຈາກ​ອຸບັດ​ຕິ​ເຫດ​ ​ແມ່ນ​ຈະ​ເຫັນ​ໄດ້ຫຼາຍ​ ໃນ​ກຸ່ມ​ຄົນ​ທີ່​ນັ່ງ​ເຮັດ​ວຽກ ​ເປັນ​ເວລາ​ດົນ, ກຸ່ມທີ່​ມີ​ພຶດຕິ​ກຳ​ສ່ຽງ ​ໃນ​ເລື່ອງ​ການ​ໃຊ້​ຄໍ, ​ໃຊ້​ກ້າມ​ເນື້ອ​ແຜ່ນຫຼັງ ທີ່​ຜິດ​ລັກສະນະ ​ເຊັ່ນ: ກຸ່ມ​ຄົນ​ທີ່​ໃຊ້​ຄອມ​ພິວ​ເຕີ​ ເປັນ​ເວລາ​ດົນ, ກຸ່ມ​ຄົນ​ເຫລົ່ານີ້ ມັກ​ມີ​ບັນຫາ ​ເລື່ອງ​ປວດຄໍ, ບ່າ​ໄຫລ່ ​ແລະ ຈະ​ມີ​ອາການປວດ​ ຄ້າຍຄື​ກັບ​ຖືກ​ໄຟ​ຊ໋ອດ ລົງ​ໄປ​ແຂນ, ມີ​ອາການ​ມືນ, ອ່ອນ​ລ້າ ​ເຮັດ​ໃຫ້​ຄວາມ​ສາມາດ​ ໃນ​ການ​ເຮັດ​ວຽກຫຼຸດລົງ.

​​ໃນ​ປັດຈຸບັນ​ ມີ​ເຄື່ອງມື​ທີ່​ທັນ​ສະ​ໃໝ ​ແລະ ຊ່ວຍ​ໃຫ້​ແພດ​ ສາມາດ​ວິ​ເຄາະ ​ໄດ້​ງ່າຍ ​ແລະ ຊັດ​ເຈນຫຼາຍຂື້ນ ການ​ຮັກສາ​ ຈະ​ແບ່ງ​ອອກ​ເປັນ 3 ກຸ່ມ​ໃຫຍ່​ຄື:

ກຸ່ມ​ທີ 1 ​ເປັນ​ກຸ່ມ​ ທີ່​ມີ​ອາການບໍ່ຮຸນ​ແຮງ ສາມາດ​ຮັກສາ​ໄດ້ ​ໂດຍ​ການ​ກິນ​ຢາ ​ແລະ ກາ​ຍະ​ບຳບັດ.
ກຸ່ມ​ທີ 2 ​ເປັນ​ກຸ່ມ​ທີ່ ກີ​ນຢາ​ແລ້ວ​ ບໍ່ມີອາການ​​ດີ​ຂື້ນ ກຸ່ມ​ນີ້​ຈະ​ມີ ​ນະວັດຕະ​ກຳ​​ ໃນ​ການ​ຮັກສາ ​ໂດຍ​ທີ່​ບໍ່​ຕ້ອງ​ຜ່າຕັດ ​ເຊັ່ນ: ການ​ຮັກສາ​​ໂດຍ ​ຜ່ານ​ຄື້ນຄວາມ​ຮ້ອນ ຫຼື ສັກ​ຢາ​ເຂົ້າ​ໄປ ​ເໜືອ​ເສັ້ນປະສາດ ບໍລິ​ເວນ​ຄໍ.
ກຸ່ມ​ທີ  3 ​ເປັນ​ກຸ່ມ​ຜູ້​ປ່ວຍ ​ທີ່​ຕ້ອງ​ໄດ້​ຮັບ​ ການຜ່າຕັດ​ຄື: ກຸ່ມ​ທີ່​ມີ​ອາການ ​ເປັນ​ມາຫຼາຍກວ່າ 6 ອາທິດ ​ແລະ ​ເປັນ​ຖີ່​ຂື້ນ​ເລື້ອຍໆ ຄວາມ​ຮຸນ​ແຮງ​ ຂອງ​ອາການ​ປວດຫຼາຍຂື້ນ. ກຸ່ມ​ທີ່​ບໍ່​ຕອບ​ສະໜອງ​ ໃນ​ການ​ຮັກສາ​ ດ້ວຍ​ວິທີ​ອື່ນ ຫຼື ຜູ້​ປ່ວຍ​ທີ່​ຕ້ອງ​ ທົນ​ທຸກທໍລະມານ ​ກັບ​ອາການ​ປວດ​ນັ້ນ ​ເປັນ​ປະຈຳ.  ກຸ່ມ​ທີ່​ມີ​ ອາການ​ອ່ອນ​ລ້າ ຂອງ​ຂໍ້​ຕໍ່ ​ເຊັ່ນ: ຂໍ້ມື, ຂໍ້ສອກ, ບ່າ​ໄຫລ່. ​ກຸ່ມ​ອາການ​ ກົດ​ທັບ​ໄຂ​ສັນຫຼັງ ຄື: ຄວາມ​ສາມາດ​ ໃນ​ການ​ໃຊ້​ຂໍ້ມືຫຼຸດລົງ ​ແລະ ​ເສີຍ​ການ​ຊົງ​ຕົວ. ພາວະ​ການ​ຕິດ​ເຊື້ອ ຫຼື ​ເນື້ອ​ງອກ.

ຖ້າ​ຢາກ​ຫ່າງ​ໄກ​ ຈາກ​ພາວະ ໝອນຮອງ​ກະດູກ​ຄໍ​ເສື່ອ​ມ ກົດ​ທັບ​ເສັ້ນປະສາດ ຫຼື ອາການ ປວດ​ກ້າມ​ຊີ້ນ​ທີ່ຢູ່​ບໍລິ​ເວນ​ ຄໍ, ບ່າ​ໄຫລ່ ​ແມ່ນ​ຕ້ອງ​ເຕືອນ​ ຕົວ​ເອງ​ໄວ້​ວ່າ ນັ່ງ 1 ຊົ່ວ​ໂມງ ​ແລ້ວ​ລຸກ​ຢືນ 1 ນາທີ (Time Stretching) ຍືດ ​ແລະ ຢຽດກ້າມ​ຊີ້ນ ຕາມ​ຄຳ​ແນະນຳ​ຂອງ​ແພດ, ຖ້າ​ຈຳ​ເປັນ​ ຕ້ອງ​ນັ່ງໜ້າ ຄອມ​ພິວ​ເຕີ​ ຄວນ​ຫັນໜ້າ​ໃຫ້​ຊື່​ ກັບໜ້າຈໍ, ​ໂຕະ​ເຮັດ​ວຽກ ຈະ​ຕ້ອງ​ມີ​ບ່ອນ​ວາງ​ມື ​ເອີ້ນ​ວ່າ (Hand rest) ​ແລະ ຈໍ​ຄອມ​ພິວ​ເຕີ​ ຈະ​ຕ້ອງ​ຢູ່​ໃນ​ລະດັບ ​ສາຍຕາ, ການ​ນັ່ງ​ຕ້ອງ​ນັ່ງ​ ໃຫ້​ເຕັມ​ກົ້ນ ​ແລະ ມີ​ບ່ອນ​ອີງ, ຖ້າ​ເຮັດ​ແບບ​ນີ້​ໄດ້ ຈະ​ເຮັດ​ໃຫ້​ຫ່າງ​ໄກ​ ຈາກ​ພາວະ ປວດ​ຄໍ, ບ່າ​ໄຫລ່ (Office Syndrome) ຫຼື ທີ່​ຮຸນ​ແຮງ​ ໄປ​ກວ່າ​ນັ້ນກໍ​ຄືໝອນຮອງ​ກະດູກ​ຄໍ ຫຼື ກະດູກ​ຄໍ​ເຄື່ອນ​ໄປ​ກົດ​ທັບ​ ເສັ້ນປະສາດ​ໄດ້.

ທີ່ມາ: http://kpl.gov.la/detail.aspx?id=14281

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...