spot_img
Homeຂ່າວຕ່າງປະເທດຫວາດສຽວ! ຈີນໃຊ້ຄ້ອນປອນ ທຸບຂົວແວ່ນແກ້ວທີ່ຍາວທີ່ສຸດໃນໂລກ

ຫວາດສຽວ! ຈີນໃຊ້ຄ້ອນປອນ ທຸບຂົວແວ່ນແກ້ວທີ່ຍາວທີ່ສຸດໃນໂລກ

Published on

ເວັບໄຊ໌ mashable.com ໄດ້ມີການເປີດເຜີຍວ່າ ເມື່ອວັນທີ 26 ມິຖຸນາ 2016 ທາງການຈີນໄດ້ມີການທົດສອບ ຄວາມແຂງແຮງຂອງຂົວສະກາຍວໍສູງ ເຊິ່ງເປັນຂົວຄົນຍ່າງທີ່ເຮັດດ້ວຍແວ່ນແກ້ວຍາວທີ່ສຸດໃນໂລກ ທີ່ຕັ້ງຢູ່ອຸທະຍານແຫ່ງຊາດຈາງເຈຍເຈ້ຍ ມົນທົນຫູໜານ ເພື່ອເປັນການຢັ້ງຢືນເຖິງຄວາມປອດໄພຂອງຂົວດັ່ງກ່າວ ກ່ອນຈະເປີດໃຊ້ຢ່າງເປັນທາງການໃນເດືອນກໍລະກົດນີ້

ໂດຍການທົດສອບດັ່ງກ່າວມີການໃຫ້ອາສາສະໝັກຈຳນວນ 30 ຄົນ ໄດ້ຮ່ວມກັນນຳເອົາຄ້ອນປອນມາທຸບທີ່ບໍລິເວນແວ່ນແກ້ວໃສ ເຊິ່ງເປັນທາງຍ່າງ ຂະນະດຽວກັນຍັງມີການນຳລົດຂະໜາດໃຫຍ່ໄປແລ່ນເທິງສະພານອີກດ້ວຍ ສຳລັບຂົວແຫ່ງນີ້ເປັນຂົວແບບເຄເບິ້ນເສື່ອມຕໍ່ລະຫວ່າງພູເຂົາຊັນໃນອຸທະຍານ ໃຊ້ເງິນລົງທຶນນັບຮ້ອຍລ້ານຢວນ ແລະ ມີການຄາດວ່າຈະຖືກບັນທຶກເປັນສະຖິຕິໂລກ ແລະ ກາຍເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ຂອງປະເທດ

39 40 41 42

ທີ່ມາ:http://news.mthai.com/mashable/504004.html

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...