ຄືນນີ້ເປັນຄືນວັນເພັງ ຂຶ້ນ 15 ຄໍ່າ ເດືອນ 3 ລາວ ເຊິ່ງເປັນວັນທີ່ມີສຳຄັນທີ່ສຸດຂອງບ້ານ ຄືເປັນວັນບຸນກອງເຂົ້າ ໃນນັ້ນມັນມີຄວາມສຳຄັນເທົ່າໆກັບບຸນກຸດສົງການແລະບຸນບັ້ງໄຟ ເວລາຕອນເຊົ້າແລະຕອນສວາຍຂອງມື້ນີ້ ພໍ່ແມ່ປະຊາຊົນແຕ່ລະຄອບຄົວພາຍໃນບ້ານ ໂດຍການຮັບຜິດຊອບຂອງແຕ່ລະໜ່ວຍ ໄດ້ພາກັນເອົາເຂົ້າເປືອກມາໂຮມກັນເປັນກອງໂຈ່ນໂພ່ນບັກໃຫຍ່ ທີ່ກາງສາລາຂອງວັດ ປະດັບປະດາໄປດ້ວຍທຸງສີຢັ່ງຢາຍໄປທຸກທິດທາງ ຂ້າງກອງເຂົ້າກໍມີພາຂວັນ ພ້ອມດ້ວຍເຄື່ອງໄທຍະທານ ບໍລິຂານນາໆຊະນິດ.
ເມື່ອຜູ້ຄົນຍ່າງໄປຕາມທຸກຮ່ອມທາງ ທຸກແຈເຮືອນຂອງບ້ານ ຈະໄດ້ຍິນສຽງດົນຕີບັນເລງດ້ວຍຈັງຫວະຕ່າງໆ ໃນນັ້ນແນວຂັບລຳ ແລະລູກທົ່ງແມ່ນພົ້ນເດັ່ນກວ່າໝູ່ ໃຜໆກໍໜ້າຕາຊື່ນບານ ກະກຽມອາຫານການກິນ ແລະເຄື່ອງຂອງໄວ້ຢ່າງຄົບຖ້ວນເພື່ອຄອຍຖ້າຮັບຕ້ອນຍາດສະໜິດມິດສະຫາຍທັງໃກ້ແລະໄກ.
ຈະເຫັນວ່າໃຜໆກໍຫຍຸ້ງວຽກກັນທັງນັ້ນ ພໍ່ເຮືອນຜູ້ເປັນຫົວໜ້າຄອບຄົວອອກໄປເອົາພູດຊີ້ນງົວ ຫລືຄວາຍທີ່ກຳລັງຂ້າຢູ່ ແລະກັບມາເຮືອນດ້ວຍສີໜ້າບົ່ງບອກເຖິງການໄດ້ຮັບຄວາມເພິ່ງພໍໃຈຢ່າງທີ່ສຸດ ຈາກນັ້ນຈະໄດ້ຍິນສຽງຟັກຊີ້ນດັງປົກໆຢູ່ບໍ່ຂາດສາຍ ຜູ້ເປັນເມຍກະກຽມພາເຂົ້າ ພ້ອມດ້ວຍເຄື່ອງຂອງມະຍິກມະຍ່ອຍມາຕັ້ງໄວ້ທີ່ກາງເຮືອນ ຂາດບໍ່ໄດ້ກໍແມ່ນເຫລົ້ານ້ຳຂາວໆ ທີ່ຖືກບັນຈຸຢູ່ໃນແກ້ວໃສໆ ບັດນີ້ມັນຖືກນຳເອົາມາຕັ້ງໄວ້ຢູ່ຂ້າງກົກເສົາບໍລິເວນກາງເຮືອນ ເພາະຖືວ່າເປັນສິ່ງໜຶ່ງຂາດບໍ່ໄດ້ໃນງານບຸນ ສ່ວນວ່າພວກເດັກນ້ອຍລູກໆຫລານໆຕ່າງກໍພາກັນໄປເກັບຜັກຢູ່ຂ້າງເຮືອນຄົວ ຫລືໄປຂໍຂຶ້ນເອົາໃບໝາກເຟືອງນຳພີ່ນ້ອງຜູ້ເພິ່ນມີຕົ້ນ ເພື່ອເອົາມາກິນກັບອາຫານໃນມື້ນີ້.
ແສງຕາເວັນລາລັບໄປກັບຂອບຟ້າ….
ເມື່ອຍາພໍ່ ແລະອ້າຍຈົວພາກັນສູດ ແລະເທດສະໜາກັນຢ່າງຄັກແນ່ແລ້ວ ຕອນຄໍ່າຂອງງານບຸນ ກຶກກ້ອງໄປດ້ວຍສຽງດົນຕີ ດ້ວຍຈັງຫວະເລົ້າໃຈແລະສະໜຸກສະໜານ ຜູ້ຄົນຍ່າງໄປແຈໃດຂອງວັດ ຈະພົບແຕ່ຮ້ານຂາຍເຄື່ອງຫລິ້ນເດັກນ້ອຍ, ສິ້ນເສື້ອແພໄໝ, ເຄື່ອງດື່ມນາໆຊະນິດ, ຂອງກິນປີ້ງຈີ່ຫລາກຫລາຍອັນ ທີ່ສຳຄັນຂາດບໍ່ໄດ້ກໍແມ່ນການຊັດໝາກປູມເປົ້າ ແລະຂີ່ມ້າໝຸນ ເຊິ່ງເປັນບ່ອນລວມຂອງບ່າວສາວ ແລະຊຸມເດັກນ້ອຍ.
ເມື່ອເວລາຍ່າງເຂົ້າຮອດ 12 ໂມງກາງຄືນ ຜູ້ຄົນພາກັນທະຍອຍກັບເຮືອນຂອງໃຜລາວ…
ດ້ວຍພິດແຮງຂອງນ້ຳຕາຜີເຜດ (ເຫລົ້າ) ສີແລະສາພາກັນຍ່າງກອດຄໍອອກຈາກວົງດົນຕີໃນງານວັດດ້ວຍອາການໂຊຊັດໂຊເຊ ເພື່ອມຸ່ງໜ້າສູ່ເຮືອນຂອງຕົນ.
ທັນໃດນັ້ນ ຜູ້ຄົນບໍ່ວ່າຈະນອນຢູ່ຕາມເຮືອນຂອງຕົນ ຫລືຍ່າງໄປຕາມທາງ ຕ່າງກໍໄດ້ຍິນສຽງຮ້ອງໂຮປະສານກັນສອງສຽງ ເຊິ່ງດັງກັງວານກວ່າໃຜໆວ່າ :
“ໂອ້ຍກູເມົາ! ກູມາວ” ຄົນຊື່ສີເວົ້າ
“ເຮົາກະເມົາຄືກັນຫັ້ນລະສ່ຽວ!” ຜູ້ເປັນສ່ຽວ ທີ່ຊື່ສາຂານຮັບ
“ສ່ຽວເອີ້ຍ! ກອດຄໍເຮົາດີໆແດ່ແມ້ ເຮົາຈັ້ງຂາບໍ່ຢູ່ແລ້ວນີ້ນ່າ!”
“ເອີນ່າ! ເຮົາກະຄືກັນກັບໂຕຫັ້ນລະ! ປວດແຂ່ງປວດຂາ ຊາໂຕໄປໝົດແລ້ວ ຈັ່ງໃດກະກອດຄໍກັນໃຫ້ດີໆ! ດຽວມັນຊິລົ້ມ”
ທັງສອງຄ້າຍຄືກັບວ່າຖືກກັບລົມພາຍຸລູກບັກໃຫຍ່ ທີ່ພັດກະໜ່ຳໃສ່ປ່າດົງພົງໄພ ເຮັດໃຫ້ຕົ້ນໄມ້ໂອນເອນ ໄກວໄປໄກວມາ ໃນບາງຄັ້ງທັງສອງກໍຢຸດພາກັນຢຸດຮາກ ສຽງດັງ ອວາກ! ແລ້ວກໍພາກັນຍ່າງຕໍ່.
ເມື່ອຍ່າງມາໄດ້ປະມານໜຶ່ງຫລັກ ທັນໃດນັ້ນຕີນຂອງຜູ້ເປັນສ່ຽວສີໄດ້ຢຽບເຂົ້າກັບສິ່ງໃດສິ່ງໜຶ່ງ ເຂົາຮ້ອງຂຶ້ນຈົນສຸດສຽງ.
“ໂອ້ຍໆໆໆ!”
“ຮຶ! ເປັນອິຫຍັງສ່ຽວ!“ ສ່ຽວສາຖາມ
“ເບິ່ງດຸ! ໂຕເບິ່ງແຂ່ງເຮົາດຸ ຖືກອິຫຍັງກັດກະບໍ່ຮູ້! ຂີດກັບໄຟສ່ອງເບິ່ງແມະ”
“ເອີ! ເຮົາຊິເບິ່ງດຽວນີ້ລະ”
“ໂອຍ ! ໂອຍ! ໂອຍ” ສຽງຈົ່ມໃນຄວາມເຈັບປວດຂອງສ່ຽວສີ
“ປາຕິໂທ ມັນແມ່ນອິຫຍັງນີ້ນະ! ຮອຍອິຫຍັງກັດລະບາດນີ ເປັນຮອຍຕັ້ງ 4-5 ຮອຍ ເລືອດໄຫລຍ້ອຍອອກບັກຫລາຍໆ!” ສ່ຽວສາລາຍງານໃນສິ່ງທີ່ເຫັນ
“ໂອ້ຍສ່ຽວເຮົາເຈັບຂະໜາດ! ໂຕຄິດວ່າເຮົາຖືກອິຫຍັງກັດນິ”
“ຫລືວ່າຈະເປັນ….. ເປັນ….. ງູ”
“ໂຕຢ່າເວົ້າຈັ່ງຊີ້ແມສ່ຽວ! ເຮົາບໍ່ຢາກຕາຍນ່າ”
“ແຕ່… ມື້ວານນີ້ ບ່ອນທີ່ເຮົາຢືນຢູ່ນີ້ມີຄົນເຄີຍຖືກງູເຫົ່າກັດໄດ໋! ຈົນໄດ້ເອົາໄປໂຮງໝໍ” ສ່ຽວສາສະເໜີ
ມາຮອດຕອນນີ້ ທັງສອງສ່ຽວປາກົດວ່າ ລືມຄວາມມືນເມົາໄປຈົນໝົດ ປານວ່າປິດໃບໄມ້ຖິ້ມ
“ສ່ຽວ! ເອົາເຮົາໄປໂຮງໝໍແດ່! ເຮົາໝົດເຫື່ອໝົດແຮງແລ້ວ ສົງໄສພິດງູມັນແຜ່ໄປທົ່ວຮ່າງກາຍແລ້ວ” ສ່ຽວສີເວົ້າສຽງຄ່ອຍໆ ພ້ອມກັບລົ້ມຟຸບລົງກັບພື້ນດິນ
“ບັກສ່ຽວ! ເຮັດໃຈດີໆໄວ້ແມ໋! ດຽວເຮົາຊິຟ້າວເອົາໂຕໄປໂຮງໝໍໄວໆ” ສ່ຽວສາທັງເວົ້າທັງຟ້າວຍົກສ່ຽວຂຶ້ນປະຄອງ ແລ້ວກໍຍ່າງມຸ່ງໜ້າສູ່ເຮືອນຂອງຕົນຢ່າງໄວວາ ເພື່ອນຳສົ່ງໄປໃຫ້ໝໍປິ່ນປົວຢູ່ສຸກສາລາຂອງບ້ານໃກ້ຄຽງ.
ປະມານ 1 ໂມງກາງຄືນ ອາກາດກຳລັງໜາວເໜັບ ດວງເດືອນເຄື່ອນຄ້ອຍໄປຕາມທ້ອງຟ້າອັນມືດມົນ ສີພ້ອມດ້ວຍຄົນປະມານ 3-4 ຄົນ ກໍາລັງຂີ່ລົດຕ໋ອກໆອອກຈາກບ້ານ ເຖິງວ່າຫົນທາງລະຫວ່າງບ້ານຕໍ່ບ້ານມັນຈະມີຂີ້ຝຸ່ນ ແລະຂຸມຫລາຍປານໃດກໍຕາມ ຄົນທັງໝົດທີ່ຢູ່ໃນລົດກໍບໍ່ຫວັ່ນໄຫວ ທຸກຄົນພາວະນາຢູ່ໃນໃຈຂໍໃຫ້ສາຜູ້ທີ່ຖືກງູກັດ ນອນໝົດເຫື່ອ ແຮງຢູ່ນັ້ນ ຂໍຢ່າໃຫ້ເປັນໄປໃນທາງທີ່ບໍ່ດີທ້ອນ.
ສຽງໝາເຫົ່າດັງຂຶ້ນເປັນຝູງຕາມຫລັງຄາເຮືອນໃນບ້ານ ຄ້າຍຄືກັບວ່າມີອັນໃດອັນໜຶ່ງມາກະຕຸກເສັ້ນປະສາດສຳຜັດອັນດີຂອງມັນ ລົດຕ໋ອກໆຄັນນ້ອຍໆ ທີ່ມີແສງໄຟດວງຮິບຮີ່ນຳທາງ ໄດ້ຮອດຈຸດໝາຍປາຍທາງແລ້ວ ນັ້ນກໍຄືສຸກສາລາ.
“ກ໋ອກໆ! ນາຍໝໍເອີຍ! ຢູ່ບໍ່ນໍ້?” ສີເຄາະປະຕູ ພ້ອມດ້ວຍສຽງເອີ້ນ
ຊາຍຄົນໜຶ່ງເປີດປະຕູອອກມາ ດັງແອດດດດດ!
“ມີອັນໃດໃຫ້ຊ່ອຍບໍ່ນໍ້? ຄືວ່າພາກັນມາເດິກມາດື່ນແທ້!”
“ຄືວ່າ! ສ່ຽວຂອງຂ້ອຍຊື່ສາຖືກງູກັດທີ່ຕີນ ທ່ານໝໍຕ້ອງຮີບຊ່ອຍໄວໆເດີ້! ”
“ຮີບຟ້າວຫ້າມລົງຈາກລົດດຽວນີ້ເລີຍ!”
“ພວກເຮົາມາຊ່ອຍກັນໄວໆ!”
ສີຖືກຜູ້ຄົນຫາມໄປສູ່ຕຽງນອນ ແສງໄຟນີອອນສ່ອງລົງມາກະທົບໃບໜ້າ ສະແດງໃຫ້ເຫັນເຖິງຄວາມເຈັບປວດອັນແສນທໍລະມານ ສາຍຕາຂອງເຂົາຂາດກອງໄຟທີ່ເຄີຍລຸກໄໝ້ ຮ່າງກາຍບໍ່ມີເຫື່ອມີແຮງພໍໜ້ອຍ.
“ສ່ຽວເອີຍ! ເຮົາຄືຊິຢູ່ບໍ່ໄດ້ດົນດອກ” ສີເວົ້າກັບສ່ຽວສາ
“ເຮັດໃຈດີໆໄວ້ເດີ! ດຽວມັນກະຊິດີດອກ ລະດັບໂຕແລ້ວ ເລື່ອງສ່ຳນີ້ຄືຊິບໍ່ເປັນຫຍັງ? ເຮົາເຊື່ອໃຈໂຕບັກສ່ຽວ” ສາຕອບ ພ້ອມກັບໃຫ້ກຳລັງໃຈ
ສາພ້ອມດ້ວຍຄົນອື່ນໆ ນັ່ງລໍຖ້າຢູ່ທາງນອກຫ້ອງ ແຕ່ລະຄົນສີໜ້າໂສກເສົ້າ ເໝືອນກັບຕົ້ນໄມ້ທີ່ໃບຂອງມັນຫ່ຽວແຫ້ງ ທຸກໆຄົນລ້ວນແຕ່ສົ່ງກະແສຈິດແລະພາວະນາໃຫ້ຄົນທີ່ກຳລັງປ່ວຍຢູ່ນັ້ນ ໃຫ້ຫາຍຈາກອາການເຈັບປວດ ແລ້ວກັບມາເປັນປົກກະຕິຄືແຕ່ກ່ອນ.
ເວລາຜ່ານໄປໜຶ່ງຊົ່ວໂມງ ກໍບໍ່ເຫັນນາຍໝໍອອກມາຈາກຫ້ອງ ຜູ້ຄົນທີ່ລໍຢູ່ ໃຜໆກໍມີຄວາມເປັນຫ່ວງວ່າຢ້ານຈະເກີດເລື່ອງໃຫຍ່ ໂດຍສະເພາະແມ່ນສາຜູ້ເປັນສ່ຽວຮັກສ່ຽວແພງກັບສີ ເພາະຕອນນີ້ໝາກຫົວໃຈຂອງລາວ ວຸ່ນວາຍເປັນທີ່ສຸດ ຮູບພາບໃນອະດີດມັນມາປາກົດໃຫ້ເຫັນ ເປັນຕົ້ນວ່າ : ໃນສະໄໝເປັນໄວໜຸ່ມເອາະໆນັ້ນ ສີແລະສາເຄີຍໄປຫລິ້ນນຳຜູ້ສາວດ້ວຍກັນ ຖ້າຜູ້ສາວເປັນເອື້ອຍເປັນນ້ອງກັນ ສີແລະສາຈະຖືກໃຈເປັນທີ່ສຸດ ເພາະບໍ່ໄດ້ຍາດແຍ່ງກັນ ເມື່ອຍາມເຮັດນາທັງສອງສ່ຽວຈະຊ່ອຍເຫລືອກັນຈົນເຖິງທີ່ສຸດ ທັງສອງຝ່າຍຈະວານໃຫ້ພີ່ນ້ອງຂອງຕົນມາເປັນກຳລັງແຮງໃຫ້ພ້ອມ ແລະທີ່ສຳຄັນ ຍາມມີບຸນໃນເດືອນຕ່າງໆ ຕາມຮີດສິບສອງຄອງສິບສີ່ ບໍ່ວ່າຈະເຮັດຢູ່ໃນບ້ານຂອງຕົນເອງ ຫລືບ້ານອື່ນກໍຕາມ ສີແລະສາທັງສອງສ່ຽວ ຈະເອີ້ນກັນມາຮ່ວມວົງຄຽງຂ້າງກັນສະເໝີ.
“ແຕ່ມາຕອນນີ້! ສ່ຽວເຮົາຊ້ຳພັດໂຊກຮ້າຍແທ້ໆ! ຮືຮືຮື” ສາຈົ່ມທຸກຢູ່ໃນໃຈ ນ້ຳຕາເລີ່ມໄຫລຊຶມອອກຈາກເບົ້າຕາທັງສອງໜ່ວຍ.
“ແອດດດ!” ສຽງປະຕູເປີດອອກມາ
“ໄປສ່ຽວ! ເຮົາກັບບ້ານກັນເທາະ!” ສາເວົ້າກັບສ່ຽວສີ
“ຫຶ! ໂຕດີລະຫວາສ່ຽວ” ສ່ຽວສາຕອບ
“ເອີ ດີແລ້ວ ! ໄປໆກັບກັນທ້ອນ”
“ກັບອີຫລີຫວາ! ໂຕດີແທ້ລະຕິ!”
“ເອີນ່າ! ດີປານປິດຖິ້ມເລີຍລະ!”
ສາຂຶ້ນຂັບລົດຕ໋ອກໆຢ່າງໄວວາ ເພື່ອມຸ່ງໜ້າກັບສູ່ບ້ານຂອງຕົນເອງ ສີພ້ອມດ້ວຍຄົນອື່ນໆນັ່ງຢູ່ທາງຫລັງ ໃຜໆກໍແປກໃຈເປັນທີ່ສຸດວ່າ ເປັນຫຍັງຄົນທີ່ຖືກງູພິດກັດມັນຈຶ່ງດີໄວປານນີ້ ຫລືຈະເປັນເພາະ ວ່າ ທ່ານໝໍຄືຊິມີຢາດີວິເສດທີ່ປິ່ນປົວຄົນຫາຍຂາດຈາກໂລກພະຍາດໄດ້ຢ່າງໄວວາ ຫລືບໍ່ດັ່ງນັ້ນ ຜູ້ກ່ຽວອາດຈະມີພູມຕ້ານທານອັນດີມາກືນກິນພິດຂອງງູ ໃຫ້ສູນສິ້ນຈາກຮ່າງກາຍ ແຕ່ເຫດຜົນມັນກໍເປັນໄປບໍ່ໄດ້ ເພາະວ່າມີຄົນທີ່ຖືກງູກັດຄືນວານນີ້ ກໍຍັງໄດ້ນຳສົ່ງໄປໃຫ້ທາງໂຮງໝໍເມືອງເພິ່ນປິ່ນປົວ ເຫດການນີ້ສ້າງຄວາມປະຫລາດໃຈໃຫ້ທຸກໆຄົນເປັນທີ່ສຸດ.
ເມື່ອລົດຕ໋ອກໆມາຮອດໜ້າບ້ານຂອງສີ ເຂົາລົງຈາກລົດກຳລັງກ້າວຂຶ້ນຂັ້ນໄດເຮືອນ ສາຜູ້ເປັນສ່ຽວໄດ້ຍ່າງລົງໄປທັກຖາມ.
“ຈັ່ງແມ່ນເຮົາດີໃຈເອົາແທ້ເອົາວ່າ! ໂຕດີຂຶ້ນໄວປານນີ້ ທ່ານໝໍເພິ່ນຄືຊິມີຢາດີໆເນາະ!”
“ບໍ່ມີຢາດຸກຢາດີອິຫຍັງດອກ? ບັກສ່ຽວເອີຍ! ເຮົາຂອບໃຈໂຕຫລາຍໆທີ່ຢູ່ຄຽງຂ້າງເຮົາສະເໝີ” ສ່ຽວສີເວົ້າ
“ແລ້ວຄວາມຈິງມັນເປັນຈັ່ງໃດ? ເວົ້າສູ່ເຮົາຟັງດຸ!” ສ່ຽວສາຖາມຂຶ້ນດ້ວຍຄວາມແປກໃຈ
“ໂຕຕ້ອງສັນຍາກ່ອນວ່າ ຈະບໍ່ເວົ້າເລື່ອງນີ້ສູ່ໃຜຟັງ”
“ເຊື່ອໃຈເຮົາໂລດ! ເຮົາເວົ້າຄຳໃດຄຳນັ້ນ!”
“ເລື່ອງທີ່ເຮົາຖືກງູກັດຫັ້ນນະ! ຄວາມຈິງແລ້ວມັນບໍ່ແມ່ນງູດອກທີ່ກັດ ເຮົາໄປເຕາະເອົາໄມ້ຊື່ໆ! ທ່ານໝໍເພິ່ນວ່າ ບໍ່ມີພິດມີໄພອິຫຍັງດອກ?”
“ຈົບ”
18-19/1/2016