spot_img
Homeຂ່າວຕ່າງປະເທດທະນາຄານສິງກະໂປປ່ອຍສິນເຊື່ອຊື້ອະສັງຫາລິມະຊັບໃນລອນດອນ

ທະນາຄານສິງກະໂປປ່ອຍສິນເຊື່ອຊື້ອະສັງຫາລິມະຊັບໃນລອນດອນ

Published on

ທະນາຄານຢູໄນເຕັດໂອເວີຊີ (ຢູໂອບີ) ຂອງສິງກະໂປໄດ້ລະງັບການປ່ອຍສິນເຊື່ອໃຫ້ແກ່ຜູ້ທີ່ຕ້ອງການຊື້ອະສັງຫາລິມະຊັບໃນນະຄອນຫຼວງລອນດອນຂອງອັງກິດ ເພາະມີຄວາມບໍ່ແນ່ນອນຈາກການທີ່ສະຫະຣາຊະອານາຈັກລົງປະຊາມະຕິອອກຈາກສະຫະພາບເອີຣົບ (ອີຢູ) ຫຼື ເບຣກຊິດ.

ຢູໂອບີ ໜຶ່ງໃນທະນາຄານສັນຊາດສິງກະໂປສາມແຫ່ງຖະແຫຼງວ່າ ຈະຢຸດຮັບຄຳຂໍສິນເຊື່ອເພື່ອຊື້ອະສັງຫາລິມະຊັບໃນນະຄອນຫຼວງລອນດອນຢ່າງລະມັດລະວັງ, ທະນາຄານຈະຕິດຕາມສະຖານະການຕະຫຼາດຢ່າງໃກ້ຊິດ ແລະ ຈະປະເມີນຢ່າງສະໝໍ່າສະເໝີເພື່ອພິຈາລະນາວ່າຈະປ່ອຍສິນເຊື່ອຕາມປົກກະຕິໄດ້ອີກເມື່ອໃດ.

ດ້ານດີບີເອສ ທະນາຄານໃຫຍ່ທີ່ສຸດຂອງສິງກະໂປເຜີຍວ່າ ຈະປ່ອຍສິນເຊື່ອເພື່ອການຊື້ອະສັງຫາລິມະຊັບໃນນະຄອນຫຼວງລອນດອນຕໍ່ໄປ ແຕ່ໄດ້ໃຫ້ລູກຄ້າເລືອກວ່າຈະກູ້ເປັນສະກຸນເງິນໂດລາສິງກະໂປຫຼືສະກຸນເງິນປອນ ຂໍແນະນຳລູກຄ້າທີ່ສົນໃຈຈະຊື້ອະສັງຫາລິມະຊັບໃນນະຄອນລອນດອນໃຫ້ປະເມີນສະຖານະການຢ່າງໃກ້ຊິດກ່ອນຕັດສິນໃຈຊື້ ເພາະອາດມີຄວາມສ່ຽງເລື່ອງອັດຕາແລກປ່ຽນ ແລະ ຄວາມສ່ຽງຈາກການປ່ຽນນະໂຍບາຍພາກລັດ.

ນັກລົງທຶນອາຊີຊື້ອະສັງຫາລິມະຊັບສຳລັບພັກອາໄສ ແລະ ດ້ານການຄ້າໃນສະຫະຣາຊະອານາຈັກເພື່ອການລົງທຶນມາດົນແລ້ວ ລາຄາເຮືອນພັກໃນນະຄອນລອນດອນເພີ່ມຂຶ້ນຕໍ່ເນື່ອງຕະຫຼອດ 6 ປີມານີ້ ແຕ່ຫຼັງຈາກຮູ້ຜົນເບຣກຊິດເມື່ອວັນສຸກທີ່ຜ່ານມາ ບໍລິສັດທີ່ປຶກສາຫຼາຍແຫ່ງຄາດວ່າ ລາຄາເຮືອນໃນອັງກິດອາດຕົກລົງ 5-10 ໃນຊ່ວງ 2 ປີຂ້າງໜ້າ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...