spot_img
Homeຂ່າວການສຶກສາມະຫາວິທະຍາໄລແຫ່ງຊາດ ເປີດຂາຍຄຳຮ້ອງສອບເສັງແລ້ວ! ສົກປີ 2016-2017

ມະຫາວິທະຍາໄລແຫ່ງຊາດ ເປີດຂາຍຄຳຮ້ອງສອບເສັງແລ້ວ! ສົກປີ 2016-2017

Published on

     ເປີດແລ້ວ! ເປີດຂຶ້ນແລ້ວ! ສະຖານທີ່ຂາຍໃບຄຳຮ້ອງເພື່ອສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດ ສຳລັບໃຜໆທີ່ກຳລັງຈະຮຽນຈົບ ມ7 ເຊິ່ງເພິ່ນໄດ້ເລີ່ມເປີດຂາຍມາ 3-4 ມື້ແລ້ວ. ໃຜໆກໍຮູ້ດີວ່າ ມະຫາວິທະຍາໄລແຫ່ງຊາດນັ້ນ ມີຈຳນວນຄົນທີ່ເສັງເຂົ້າຫລາຍທີ່ສຸດໃນປະເທດ ແຕ່ເພິ່ນຮັບເອົາປະມານ 3000-4000 ຄົນເທົ່ານັ້ນ ດັ່ງນັ້ນ, ຮີບຟ້າວມາຊື້ ເພື່ອຊິໄດ້ລົງລາຍລະອຽດຢ່າງຄັກແນ່ ສົ່ງຟອມໃຫ້ມັນສຳເລັດ ຊິໄດ້ສະບາຍອົກສະບາຍໃຈ ກະກຽມອ່ານບົດຮຽນໃຫ້ຫລາຍໆ ເພື່ອວ່າຊິເສັງໄດ້ ແລະຈະໄດ້ກາຍເປັນນັກສຶກສາຄົນໜຶ່ງທີ່ໄດ້ຮຽນໃນສະຖານທີ່ສຳຄັນທີ່ສຸດໃນປະເທດ.

      ບ່ອນຂາຍຄຳຮ້ອງແມ່ນສະໂມສອນ ມຊ ກົງຂ້າມກັບຄະນະສະຖາປັດຕະຍະກຳສາດ ລາຍລະອຽດຂອງຂໍ້ມູນເຊີນອ່ານຕາມລາຍລະອຽດລຸ່ມນີ້ :

20160629_153853

20160629_153916

20160629_153840

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...