spot_img
Homeຂ່າວຕ່າງປະເທດມາເລເຊຍກວດສອບເລື່ອງໄອເອສອ້າງແກວ່ງລະເບີດບານອກເມືອງຫລວງ

ມາເລເຊຍກວດສອບເລື່ອງໄອເອສອ້າງແກວ່ງລະເບີດບານອກເມືອງຫລວງ

Published on

ທາງການມາເລເຊຍກຳລັງປະເມີນຂໍ້ອ້າງຂອງກຸ່ມລັດອິດສະລາມ (ໄອເອສ) ທີ່ອ້າງໃນເຟສບຸກວ່າ ຜູ້ນິຍົມໄອເອສເປັນຜູ້ແກວ່ງລະເບີດບານອກນະຄອນຫລວງກົວລາລຳເປີເມື່ອວັນນີ້ທີ່ເຮັດໃຫ້ມີຜູ້ບາດເຈັບ 8 ຄົນ.

ແຕ່ເດີມເຈົ້າໜ້າທີ່ສອບສວນມາເລຍເຊຍຕັດເລື່ອງກໍ່ການຮ້າຍວ່າບໍ່ແມ່ນມູນເຫດຈູງໃຈຂອງການແກວ່ງລະເບີດບາແຫ່ງໜຶ່ງໃນເມືອງປູຊອງ ລັດສະລັງງໍ ແຕ່ໜ້າຈະເປັນສີມືຄູ່ແຂ່ງທາງທຸລະກິດ ຫຼື ເປົ້າໝາຍເປັນຄົນທີ່ຢູ່ໃນ ຂະນະທີ່ເຈົ້າຂອງບາສົງໄສວ່າ ຜູ້ກໍ່ເຫດອາດບໍ່ພໍໃຈລູກຄ້າ 2 ຄົນທີ່ມາຈັດງານສະຫຼອງແຕ່ງານໃນບາ ເພາະມີພະຍານເຫັນຊາຍ 2 ຄົນແກວ່ງລະເບີດມາທີ່ບ່າວສາວຄູ່ນີ້, ຢ່າງໃດກໍຕາມ ເຈົ້າໜ້າທີ່ປາບປາມກໍ່ການຮ້າຍກຳລັງກວດສອບໂພສຂອງທ້າວ ມູຫັມໝັດ ວັນດີ ໂມຮັມເໝັດ ເຈດີ ຊາຍມາເລເຊຍນັກຮົບໄອເອສທີ່ອ້າງວ່າ ຜູ້ນິຍົມໄອເອສ 2 ຄົນ ເປັນຜູ້ກໍ່ເຫດ.

ມາເລເຊຍເກີດເຫດລັກສະນະຄ້າຍຄືກັນໃນປີ 2014 ເມື່ອຄົນຮ້າຍແກວ່ງລະເບີດໃນໄນຄລັບໃຈກາງນະຄອນຫລວງກົວລາລຳເປີ ຫຼັງສັງຫານຫົວໜ້າແກ້ງແຕ່ບໍ່ສຳເລັດ ມີຜູ້ອື່ນເສຍຊີວິດ 1 ຄົນ ແລະ ບາດເຈັບ 12 ຄົນ ໜ່ວຍງານຄວາມໝັ້ນຄົງມາເລເຊຍພະຍາຍາມສະກັດບໍ່ໃຫ້ໄອເອສແຜ່ອິດທິພົນ ແລະ ຄາດວ່າມີຊາວມາເລຍປະມານ 50 ຄົນຮ່ວມຮົບກັບໄອເອສໃນຊີເຣຍ ແລະ ອີຣັກ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...