spot_img
Homeວິທະຍາສາດ-ວິທະຍາການເມື່ອຄົນເຮົາຕາຍແລ້ວ! ຈະເກີດຫຍັງຂຶ້ນກັບຮ່າງກາຍຂອງເຮົາ

ເມື່ອຄົນເຮົາຕາຍແລ້ວ! ຈະເກີດຫຍັງຂຶ້ນກັບຮ່າງກາຍຂອງເຮົາ

Published on

ເຖິງແມ່ນວ່າຄວາມຈິງຈະເປັນສິ່ງທີ່ໂຫດຮ້າຍພຽງໃດກໍ່ຕາມ ແຕ່ວັນໜຶ່ງທຸກຄົນກໍ່ຕ້ອງໄດ້ພົບກັບຄວາມຕາຍ ແລະ ມີຂໍ້ສົງໃສທີ່ວ່າເມື່ອຮົາຕາຍແລ້ວ “ເຮົາຈະໄປໃສ” ແລະ “ຈະເກີດຫຍັງຂຶ້ນກັບຮ່າງກາຍຂອງເຮົາ” ວັນນີ້ເຮົາມາຫາຄຳຕອບໃຫ້ກັບຄຳຖາມທີ່ວ່າ ເມື່ອຄົນເຮົາຕາຍແລ້ວ! ຈະເກີດຫຍັງຂຶ້ນກັບຮ່າງກາຍຂອງເຮົາ

  1. ພາຍໃນເວລາພຽງບໍ່ເທົ່າວິນາທີຫຼັງຈາກທີ່ເຮົາເສຍຊີວິດ ຮ່າງກາຍຂອງເຮົາຈະສູນເສຍອົກຊີເຈນທັງໝົດ ສະໜອງຈະຢຸດທຳງານ ຈິ່ງເຮັດໃຫ້ທຸກສ່ວນຂອງຮ່າງກາຍຢຸດການທຳງານພາຍໃນເວລາບໍ່ເທົ່າໃດວິນາທີ
  2.  ສັງເກດໄດ້ວ່າຫຼັງຈາກເສຍຊີວິດລົງແລ້ວຜິດໜັງຂອງຄົນເຮົາຈະຈີດລົງໂດຍຈະເຫັນໄດ້ຢ່າງຊັດເຈນ ນັ້ນເປັນເພາະຫຼັງຈາກເສຍຊີວິດໄປແລ້ວປະມານ 15-20 ນາທີ ເລືອດຈະບໍ່ມີການໝູນວຽນ ແລະ ໄຫຼລົງມາດ້ານລຸ່ມຕາມແຮງໂນ້ມຖ່ວງ
  3. ຫຼັງຈາກຜ່ານໄປບໍ່ເທົ່າໃດຊົ່ວໂມງຮ່າງກາຍຈະເລີ່ມມີຈ້ຳສີແດງ ແລະ ສີມ່ວງທີ່ເກີດຈາກການຕົກຄ້າງຂອງເລືອດ
  4. ເມື່ອຜ່ານໄປຄົບ 12 ຊົ່ວໂມງ ສີຜິວຂອງຄົນທີ່ຕາຍຈະປ່ຽນແປງໄປຫຼາຍທີ່ສຸດຈົນກາຍເປັນສີຂຽວຊ້ຳ ເຊິ່ງຊ່ວຍໃຫ້ຜູ້ຊ່ຽວຊານສາມາດສັງເກດໄດ້ໃນເບື້ອງຕົ້ນວ່າຮ່າງການນັ້ນເສຍຊີວິດໄປແລ້ວເທົ່າໃດຊົ່ວໂມງ
  5.  ນອກຈາກລະບົບເລືອດແລ້ວອີກສິ່ງໜຶ່ງທີ່ມີການປ່ຽນແປງໃນຊ່ວງໄລຍະນີ້ຄືເຊລກ້າມເນື້ອ ຫຼັງຈາກເສຍຊີວິດປະມານ 3-6 ຊົ່ວໂມງ ເຊລກ້າມເນື້ອຈະຂາດພະລັງງານ ແລະ ແຄລຊຽມທີ່ຈະໄຫລຊຶມເຂົ້າໄປພາຍໃນ ເມື່ອໄປຮວມເຂົ້າກັບໂປຣຕິນແ້ວຈະເຮັດໃຫ້ກ້າມເນື້ອສ່ວນຕ່າງໆ ແຂງຕົວ ເຊິ່ງຈະເຮັດໃຫ້ຮ່າງກາຍຊົງຕົວຢູ່ໃນທ່າເດີມດົນເຖິງ 24-48 ຂົ່ວໂມງ ຫຼັງຈາກເສຍຊີວິດ
  6.  ເມື່ອເຊລໃນຮ່າງກາຍເກີດການສະສົມໂດຍຂາດການໝູນວຽນ ແກ໊ສຄາຣບອນໄດອອກໄຊດ໌ ແລະ ຄ່າ pH ຈະຂຶ້ນ ເຮັດໃຫ້ເຍື່ອຫຸ້ມເຊລບາງລົງ
  7.  ພາຍໃນເຊລມີທັງໂປຣຕີນ ແລະ ເອນໄຊທີ່ຈະເຈາະທະລຸເຍື່ອຫຸ້ມເຊລອອກມາພ້ອມດ້ວຍຄວາມຊ່ວຍເຫຼືອຈາກຈຸລິນຊີປະມານ 100 ລ້ານລ້ານຕົວ ຜົມຈະຫຼົ່ນ ແລະ ຮ່າງກາຍຈະຄ່ອຍຍ່ອຍສະຫຼາຍໄປຕາມການເວລາ
  8.  ຈາກນັ້ນແບັກທີເຣຍທີ່ບໍ່ຕ້ອງອາໃສອົກຊີເຈນໃນການຈະເລີນເຕີບໂຕກໍ່ຈະກັດກິນເນື້ອເຍື່ອ ຂະບວນການທີ່ເກີດນີ້ຈະສົ່ງກິ່ນເໝັນເນົ່າອອກມາເນື່ອງຈາກກຣົດອະມິໂນເລີ່ມສະຫຼາຍຕົວ ເຊິ່ງຈະດິງດູດໃຫ້ແມງໄມ້ຫຼາຍຊະນິດເຂົ້າມາກັດກິນອະໄວຍະວະຕ່າງໆຂອງຮ່າງກາຍ
  9.  ຫຼັງຈາກຜ່ານໄປເປັນເວລາເກີນໜຶ່ງປີຮ່າງກາຍຂອງຄົນເຮົາກໍ່ຈະເຫຼືອພຽງໂຄງກະດູກເທົ່ານັ້ນ

ຊີວິດບໍ່ມີຫຍັງທີ່ແນ່ນອນ ແຕ່ສິ່ງທີ່ແນ່ນອນກໍ່ຄືຄວາມຕາຍ ເຖິງຮ່າງກາຍຈະງົດງາມພຽງໃດກໍ່ຕາມເມື່ອຕາຍໄປແລ້ວທຸກຄົນກໍ່ມີຈຸດຈົບແບບດຽວກັນ ສະນັ້ນ ເມື່ອຍາມທີ່ຍັງມີຊີວິດຢູ່ຄວນທຳຕົວດີ ເຖິງຈະບໍ່ສ້າງໃຫ້ສັງຄົມໄດ້ ແຕ່ກໍ່ບໍ່ສ້າງຄວາມເດືອດຮ້ອນໃຫ້ສັງຄົມກໍ່ດີແລ້ວ.

 

ທີ່ມາ: http://www.meekhao.com/education/death-body

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...