ບົດແລກປ່ຽນຄໍາເຫັນຈາກປະຊາຊົນ: ມະນຸດບາງຄົນມີສິ່ງໜຶ່ງທີ່ບໍ່ມີໃຜບອກບໍ່ມີໃຜແນະນໍາແຕ່ຈ່ອງຮອງ ແລະ ດື້ດຶງຍ່າງເຂົ້າໄປຫາເອງແບບສະໝັກໃຈຄືໝໍ້ລາຮົກອາເວຈີທີ່ເຕັມໄປດ້ວຍຊົ່ວ, ຂີ້ໂຫດສາມານ, ສໍ້ລາດບັງ, ກິນຢາບ້າຂ້າຄົນເມົາ, ຂ້າເຈົ້າເອົາຂອງຄົນອື່ນ, ຫລິ້ນຊູ້ເພີ່ນເມຍເຂົາ, ເອົາຂອງເພີ່ນມາເປັນຂອງຕົນ ແລະ ອື່ນໆ.
ເວົ້າບໍ່ທັນສຸດຄວາມກໍເຫັນແລ້ວ ດັ່ງເຫດການນັກສຶກສາມ 7 ສະຫລອງຮຽນຈົບໃນວັນທີ 22 ມິຖຸນາ 2016 ຜ່ານມານີ້ເອງ ຖ້າທ່ານໃດ ຫລື ພໍ່ແມ່ຜູ້ປົກຄອງເຫັນສະພາບລູກຕົນເອງອາດມີຄວາມຮູ້ສຶກເສຍໃຈບໍ່ໜ້ອຍກໍຫລາຍ ແຕ່ບາງຄົນກໍອາດຕົບມືຊົມເຊີຍໃຫ້ລູກຕົນເອງ. ກ່ອນໜ້ານັ້ນ 20 ປີຜ່ານມາ ນັກຮຽນນັກສຶກສາຢ້ານຄູຄືຢ້ານລູກລະເບີດ ຮູ້ອອ່ນນ້ອມຖອມຕົນ, ຮູ້ຕໍ່າຮູ້ສູງ, ຮູ້ເວົ້າຈ້າວຮູ້ເວົ້າໂດຍ, ນັ່ງຕອບໝອບຕອບຂາ, ໄປມາລາຄອບ, ຕັ້ງມົກຕັ້ງໃຈບວດຮຽນຂຽນອ່ານ ພໍເມື່ອຈົບມ 7 ແລ້ວເວົ້າພາສາຝຣັ່ງອັງກິດໄຫລປານຂີ້ແບ້ ບັ້ງສູດເລົ່າແຕ່ແມ່ 1 ຈົນຈົບ ແຕ່ມາຮອດປັບຈຸບັນນີ້ ນັກຮຽນເລີ່ມເປັນນັກເລັ່ງ ແລະ ນັກດື່ມບໍ່ສົນໃຈການຮຽນການສອນ, ບ່ອງຫູບ່ອງຫາງ, ຈີກເສື້ອຈີກແພ, ສັກລາຍເຕັມໂຕ, ເຂົ້າເທັກເຂົ້າບາ, ສັ່ງພໍ່ສັ່ງແມ່ເຮັດວຽກຮັບໃຊ້ເພີ່ນປານສັ່ງເຝີ, ແມ່ຍິງນຸ່ງໂສ້ງຂາສັ້ນເຂົ້າວັດວາອາຮາມ, ບໍ່ຮູ້ຕັກບາດຢາດພົກ.
ບັນຫາດັ່ງກ່າວນີ້ແລ້ວ ພໍ່ແມ່ຜູ້ປົກຄອງເດັກຕ້ອງເບິ່ງຄືນວ່າຄວນສິດສອນລູກແນວໃດ ແລະ ຄວນເປັນແບບຢ່າງແນວໃດ? ບໍ່ແມ່ນວ່າຈະໄປຊອກຫາແຕ່ເງິນຄໍາກໍາແກ້ວ, ໄປຕີກອຟ, ໄປຫລິ້ນໄພ້, ໄປເຂົ້າຮ້ານນ້ອຍ, ໄປຕີໝາກບູນ ຈົນບໍ່ມີເວລາບອກສອນລູກ. ພ້ອມດຽວກັນ ພາກລັດກໍຕ້ອງເຄັ່ງຄັດ ແລະ ມີລະບຽບຮັດແຮງຂຶ້ນຕື່ມກ່ຽວກັບການແຜ່ລະບາດຮ້ານກິນດື່ມສິ່ງມືນເມົາ ແລະ ສະຖານບັນເທີງ ຖ້າມີແຕ່ເວົ້າບໍ່ເຮັດແທ້ທໍາຈິງ ອີກບໍ່ດົນຊາວໜຸ່ມຍິງ-ຊາຍຈະກາຍເປັນຄົນໜ້າເຫລືອງຄືກະປູຈີ່ ຕໍ່າເຕັ້ຍ ສະໝອງໂງ່ຈ້າຫລ້າຫລັງ ແລະ ອອ່ນເພຍ ໃນທີ່ສຸດປະເທດຊາດກໍບໍ່ສາມາດເພີ່ງເຂົາເຈົ້າໄດ້.
ໂດຍ: ຮັກຊາດ
ທີ່ມາ: ສຳນັກຂ່າວສານປະເທດລາວ