spot_img
Homeຂ່າວພາຍ​ໃນກອງກວດກາພາສີນະຄອນຫລວງ ຢຶດສິນຄ້າໜີພາສີໄດ້ຫລາຍລາຍການ

ກອງກວດກາພາສີນະຄອນຫລວງ ຢຶດສິນຄ້າໜີພາສີໄດ້ຫລາຍລາຍການ

Published on

ຕາມການລາຍງານຂອງທ່ານ ສົມພິນ ອິນທະວົງ ຫົວໜ້າກອງກວດກາພາສີ ປະຈຳນະຄອນຫລວງວຽງຈັນໃຫ້ຮູ້ໃນວັນທີ 20 ມິຖຸນານີ້ວ່າ: ເຈົ້າໜ້າທີ່ກອງກວດກາພາສີ ນະຄອນຫລວງໄດ້ເອົາໃຈໃສ່ເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງ ຕົນເປັນຢ່າງດີ ໂດຍສາມາດສະກັດກັ້ນການລັກລອບໜີພາສີລຽບຊາຍແດນ ແລະ ການເຄື່ອນຍ້າຍສິນຄ້າພາຍໃນຂອບເຂດຄວາມຮັບຜິດຊອບຕາມລະບຽບການຄື: ໃນລະຫວ່າງວັນທີ 17-18 ມິຖຸນານີ້,ໄດ້ກັກສິນຄ້າປະເພດ ເຄື່ອງໃຊ້ໄຟຟ້່າໄດ້ຈຳນວນຫນຶ່ງມີ ຕູ້ເຢັນ 7,8 ຄິວ ຍີ່ຫໍ້ ໄຮເອີ ແລະ ຊຳຊຸງ ລວມ ຈຳນວນ 20 ໜ່ວຍ, ຈັກຊັກຜ້າ LG 13 ກິໂລກຣາມ ຈຳນວນ 30ໜ່ວຍ, ໂທລະ ພາບ ຍີ່ຫໍ້ ໄຮເອີ 50 ນີ້ວ ແລະ ໂທລະພາບ ຍີ່ຫໍ້ ຊໍາຊຸງ 24 ນີ້ວ, ລວມ 2ໜ່ວຍ, ເກີບໂບກ 44 ແກັດ ແລະ ກັກພາຫະນະ ຈຳນວນ 5 ຄັນ ລວມມີ ລົດກະບະ 4 ປະຕູ

MITSUBISHI, ລົດກະບະ4ປະຕູ MAZDA, ລົດກະບະ4ປະຕູ TOYOTA 2 ຄັນ ແລະ ລົດຈິບ 5 ປະຕູ TOYOTA, ເຊິ່ງລົດຈໍານວນດັ່ງກ່າວນີ້ ພາຍຫລັງກວດກາຕົວຈິງເຫັນວ່າໃຊ້ປ້າຍ ແລະ ທະບຽນປອມ, ຊຶ່ງບໍ່ມີຢູ່ໃນກົງໂຕນ.

ທ່ານ ສົມພິນ ອິນທະວົງ ໃຫ້ຮູ້ອີກວ່າ: ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ກອງກວດກາ ພາສີ ນະ ຄອນຫລວງ ກໍ່ໄດ້ກັກຢຶດສິນຄ້າ ປະເພດຢາປົວພະຍາດ ຈຳນວນ 19 ລາຍ ການທີ່ບໍ່ມີເອກະສານເສຍພາສີນຳເຂົ້າ ແລະ ເອກະສານຈາກພາກສ່ວນກ່ຽວຂ້ອງ, ຊຶ່ງ ຢາຈໍານວນດັ່ງກ່າວທາງກົມອາຫານ ແລະ ຢາ ກະຊວງສາທາລະນະສຸກໄດ້ຢັ້ງຢືນວ່າ: ບໍ່ໄດ້ອະນຸຍາດໃຫ້ໃຊ້ເນື່ອງຈາກມີຄວາມສ່ຽງທາງດ້ານຄວາມປອດໄພຕໍ່ຜູ້ໃຊ້ຢາທີ່ບໍ່ທັນຂື້ນທະບຽນໃນ ສປປ ລາວ ຈຶ່ງສະເໜີໃຫ້ມີການທຳລາຍຖິ້ມ.

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...