spot_img
Home​ຂ່າວທ່ອງທ່ຽວງານມະຫາກຳທ່ອງທ່ຽວອານຸລັກອາຊຽນຈະຈັດຂຶ້ນທີ່ແຂວງຈຳປາສັກໃນມໍ່ໆນີ້

ງານມະຫາກຳທ່ອງທ່ຽວອານຸລັກອາຊຽນຈະຈັດຂຶ້ນທີ່ແຂວງຈຳປາສັກໃນມໍ່ໆນີ້

Published on

ປັດຈຸບັນບັນດາອະນຸກຳມະການ ພ້ອມດ້ວຍລັດຖະມົນຕີ ທ່ອງທ່ຽວອາຊຽນ, ອາຊຽນ+3 ແລະ ແຂກຮັບເຊີນໄດ້ເດີນທາງເຖິງເມືອງປາກເຊ ແຂວງຈຳປາສັກແລ້ວ ເພື່ອ ເຂົ້າຮ່ວມງານມະຫາກຳທ່ອງທ່ຽວແບບອານຸລັກອາຊຽນ 2016 ແລະ ງານວາງສະແດງການທ່ອງທ່ຽວສີຂຽວ, ເຊິ່ງຈະໄຂຂຶ້ນໃນວັນທີ 22-23 ມິຖຸນາ 2016 ທີ່ເມືອງປາກເຊ, ຄາດວ່າຈະມີທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃຫ້ກຽດເຂົ້າຮ່ວມ.

່ານ ສູນ ມະນີວົງ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະ ນະທໍາແລະ ທ່ອງທ່ຽວ ທັງເປັນຫົວໜ້າອະນຸກຳມະການເນື້ອໃນ ແລະ ກອງເລຂາໃຫ້ຮູ້ວ່າ: ສຳລັບຕອນບ່າຍຂອງວັນທີ 21 ມິຖຸນາ ຈະມີກອງປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ເພື່ອຜ່ານຮ່າງຖະແຫລງການ ປາກເຊ, ຕອນເຊົ້າວັນທີ 22 ມິຖຸນາ ຈະເປີດງານມະຫາກຳທ່ອງທ່ຽວແບບອານຸລັກອາຊຽນ 2016 ແລະ ງານວາງສະແດງການທ່ອງທ່ຽວສີຂຽວ ແລະ ໃນຕອນແລງວັນດຽວກັນ ກໍຈະມີກອງປະຊຸມໂຕະມົນລະດັບລັດຖະມົນຕີທ່ອງທ່ຽວອາຊຽນ ເພື່ອຈະໄດ້ພິຈາລະນາ-ຮັບຮອງເອົາຮ່າງຖະແຫລງການປາກເຊ, ສ່ວນຕອນຄ່ຳ ກໍຈະມີງານລ້ຽງຮັບຮອງ ແລະ ເທດສະການອາຫານລາວ, ຊົມການສະແດງສິລະປະ ຈາກແຂວງຈຳປາສັກ, ຊົມລາຍການຮ້ອງເພັງຈາກນັກຮ້ອງຜູ້ມີຊື່ສຽງຂອງລາວ ແລະ ໄທ, ພ້ອມການເດີນແບບອາພອນເພດຊົງລາວ, ໃນຕອນເຊົ້າວັນທີ 23 ມິຖຸນາ ຈະສືບຕໍ່ກອງປະຊຸມຂອງງານມະຫາກຳທ່ອງທ່ຽວແບບອານຸລັກອາຊຽນ ແລະ ຕອນບ່າຍ ຈະມີການຖະແຫລງຂ່າວ ຖະແຫລງການປາກເຊ ກ່ຽວກັບງານມະຫາກຳທ່ອງທ່ຽວແບບອານຸລັກອາຊຽນ ປີ 2016, ເພື່ອຢັ້ງຢືນເຖິງຜົນສໍາເລັດຂອງການເປັນເຈົ້າພາບ ຂອງສປປ ລາວ ທີ່ມຸ່ງຫວັງຢາກໃຫ້ມີການທ່ອງທ່ຽວແບບເຊື່ອມໂຍງ ແລະ ແບບອານຸລັກ ກັບບັນດາປະເທດສະມາຊິກອາຊຽນ ລວມເຖິງບັນດາປະເທດ+3 ໃນຕໍ່ໜ້າ.

ວັນທີ 24-25 ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນຖານະປະເທດເຈົ້າ ພາບຈະໄດ້ຈັດໃຫ້ມີ 2 ລາຍການທັດສະນະສຶກສາ ແກ່ຄະນະຜູ້ແທນທ່ອງທ່ຽວອາຊຽນ, ເພື່ອຊົມແຫລ່ງທ່ອງທ່ຽວຂອງແຂວງຈໍາປາສັກ ເປັນຕົ້ນ ສະຖານທີ່ທ່ອງທ່ຽວດ້ານວັດທະນະທຳຜາສາດຫີນວັດພູຈຳປາສັກ, ເຮືອນວັດທະນະທຳຊົນ ເຜົ່າ ແລະ ແຫລ່ງທ່ອງທ່ຽວທຳມະຊາດນ້ຳຕົກຕາດຜາສ້ວມ, ເຂດມະຫານະທີສີພັນດອນ ກໍຄື ອຸທິຍານນ້ຳ ຕົກຕາດຄອນພະເພັງ, ດອນເດດ, ດອນຄອນ, ຕາດສົມພະມິດ (ຫລີ່ຜີ), ຊົມຂົວເກົ່າຝຣັ່ງ-ຫົວລົດໄຟ ແລະ ຈຸດຊົມວິວ-ປາຂ່າ ຢູ່ເຂດຊາຍແດນແມ່ນ້ຳຂອງ ລາວ-ກຳປູເຈຍນຳອີກ.

ຈາກນັ້ນຄະນະຜູ້ແທນຈະໄດ້ໄປພັກຄ້າງຄືນ ທີ່ເມືອງໂຂງ ເພື່ອມີພິທີບ່າສີສູ່ຂັວນຕາມປະເພນີລາວ, ພ້ອມທັງຊົມໝໍລຳສີ່ພັນດອນ ແລະ ລຳວົງມ່ວນຊື່ນແບບລາວ, ພິເສດບັນດາຜູ້ແທນ ຈະໄດ້ຕື່ນຂຶ້ນມາຊົມຕາເວັນຂຶ້ນໃນຕອນ 5 ໂມງເຊົ້າຂອງວັນທີ 25 ມິຖຸນາ, ພິທີຕັກບາດ, ຊົມຫໍພິພິດທະພັນເມືອງໂຂງ ແລະ ຊົມວິຖີຊີວິດການຫາປາ, ກໍຄືການດຳລົງຊີວິດຂອງຊາວບ້ານຢູ່ເມືອງໂຂງ ພາກໃຕ້ຂອງລາວອີກດ້ວຍ.

 

ໂພສຕໂດຍ kalouna ວັນທີ 6/21/2016 08:03:00 am

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...