spot_img
HomeຊີວິດແລະຄວາມຮັກWedding-Sex-love10 ວິທີເພີ່ມຮໍໂມນເພດຊາຍຢ່າງງ່າຍໆ

10 ວິທີເພີ່ມຮໍໂມນເພດຊາຍຢ່າງງ່າຍໆ

Published on

ໃນຫົວບົດ ຄວາມຮັກ ກັບ ເຊັກສ໌ ວັນນີ້ເຮົາຈະມາເອົາໃຈໜຸ່ມໆ ທີ່ຕ້ອງການເພີ່ມຮໍໂມນເພດຊາຍ ດ້ວຍເຄັດລັບ 10 ວິທີເພີ່ມຮໍໂມນເພດຊາຍຢ່າງງ່າຍໆ ເຊິ່ງຈະເຮັດແນວໃດນັ້ນເຮົາມາອ່ານໄປນຳກັນເລີຍ

1. ໃນຕອນເຊົ້າ ຫຼື ຕອນແລງຂອງທຸກມື້ ຄວນອອກໄປຮັບເອົາແສງແດດຢ່າງໜ້ອຍ 15-20ນາທີ ມັນຈະຊ່ວຍໃຫ້ຮໍໂມນເພດຊາຍເພີ່ມຂຶ້ນມາໄດ້ ຫຼື ການການຍ່າງ-ແລ່ນໃນຕອນເຊົ້າ ຫຼື ຄ້າຍແລງກໍ່ຈະຊ່ວຍໃຫ້ຮໍໂມນເພດຊາຍເພີ່ມຂຶ້ນໄດ້ເຊັ່ນດຽວກັນ

985

2. ກິນໄຂ່ລວກຄວບຄູ່ກັບການອອກກຳລັງກາຍ ເພາະໃນໄຂ່ຈະມີທາດສັງກະສີ ແລະ ວິຕາມິນບີ ຊ່ວຍໃນການສ້າງຮໍໂມນເພດຊາຍ ແລະ ໄຂມັນຈາກໄຂ່ ຈັດເປັນໄຂມັນ (HDL) ທີ່ຮ່າງກາຍຈຳເປັນຕ້ອງໄດ້ຮັບເພື່ອໃຊ້ສ້າງ ແລະ ເສີມສ້າງຮ່າງກາຍ

3. ກິນວິຕາມິນຊີ ຊ່ວຍໃຫ້ຫຼອດເລືອດຂະຫຍາຍຕົວໄດ້ດີ ເຮັດໃຫ້ເລືອດໄຫລວຽນໄປສູ່ອະໄວຍະວະເພດເພີ່ມຂຶ້ນ ແລະ ຍັງເຮັດໃຫ້ຕົວເຊື້ອສະເປີມແຂງແຮງ ປ້ອງກັນບໍ່ໃຫ້ຕົວເຊື້ອສະເປີມຈັບກັນເປັນກຸ່ມ ປ້ອງກັນການຕີດເຊື້ອທາງເດີນລະບົບປັດສະວະ (UTI) ສະຖາບັນສາທາລະນະສຸກແຫ່ງຊາດອາເມລິກາ ແນະນຳວ່າ ຜູ້ຊາຍຄວນໄດ້ຮັບວິຕາມິນຊີວັນລະ 90 ມິລີກຣັມ ຫາກເປັນຜູ້ທີ່ສູບຢາ ຄວນໄດ້ຮັບເພີ່ມເປັນ 125 ມິລິກຣັມ

863

4. ກິນວິຕາມິນອີ ຈັດເປັນການສານອາຫານທີ່ຢັບຢັ້ງຄວາມແກ່ເຖົ້າ ຕໍ່ຕ້ານອະນຸມູນອິດສະລະ ປົກປ້ອງຜິວເຊລບໍ່ໃຫ້ເກີດຄວາມເສຍຫາຍ ຖ້າກິນວິຕາມິນອີປະລິມານ 1300 IU/ວັນ ຕໍ່ເນື່ອງ 2 ປີ ຈະຊ່ວຍຢັບຢັ້ງການເກີດໂຣກສະໝອງເສື່ອມ ກິນວິຕາມິນອີວັນລະ 200 IU/ວັນຢ່າງຕໍ່ເນື່ອງເປັນເວລາ 3 ເດືອນ ຈະເພີ່ມໂອກາດໃນການມີລູກໄດ້ງ່າຍຂຶ້ນ ເນື່ອງຈາກວິຕະມິນອີ ຊ່ວຍຫຼຸດອະນຸມູນອິດສະລະໃນນ້ຳອະສຸຈິໄດ້ ເຮັດໃຫ້ເຊລອະສຸຈິແຂງແຮງ

5. ງົດເຄື່ອງດື່ມແອລກໍຮໍ ເພາະຈະເຮັດໃຫ້ຮໍໂມນຄໍຣຕີຊອລຫຼັ່ງອອກມາຫຼາຍ ເຮັດໃຫ້ມີການເກັບສະສົມໄຂມັນຫຼາຍຂຶ້ນ ແລະ ຫຼຸດກ້າມເນື້ອລົງ

6. ກິນຜັກກະຫລ່າເປັນປະຈຳ ຈາກຜົນການວິໄຈຂອງ Rockefeller University ສະຫະລັດອາເມລິການພົບວ່າ ໃນຜັກກະຫຼ່່ຳ ຈະມີສານອິນໂດລ – 3 – ຄາຣ໌ບິນອລ (indole-3-carbinol) ຫຼື IC3 ຊ່ວຍໃຫ້ຮ່າງກາຍຜະລິດຮໍໂມນຕ່າງໆໄດ້ຫຼາຍຂຶ້ນ

33 (1)

7. ພັກຜ່ອນໃຫ້ພຽງພໍ ຄົນທີ່ນອນໜ້ອຍຈະເຮັດໃຫ້ຮໍໂມນຫຼຸດລົງໄປເຖິງ 30% ແລະ ເຮັດໃຫ້ເກີດພາວະສະສົມໄຂມັນທີ່ຫຼາຍຂຶ້ນ ສະນັ້ນຈິ່ງຄວນນອນວັນລະ 8 ຊົ່ວໂມງ

8. ຄວນອອກກຳລັງກາຍ ແຕ່…ອອກໃຫ້ພໍດີ ເພາະການອອກກຳລັງກາຍຫຼາຍຈົນເກີນໄປ ຈະເຮັດໃຫ້ພະລັງງານບໍ່ພຽງພໍຕໍ່ການສ້າງກ້າມເນື້ອ ແລະ ບໍ່ພໍຕໍ່ການສ້າງຮໍໂມນ

warm

9. ກິນໄຂມັນດີ (ໄຂມັນບໍ່ອີ່ມຕົວ) ພົບຫຼາຍໃນນ້ຳໝາກກອກ ນ້ຳມັນຖົ່ວເຫຼືອງ ນ້ຳໝາກພ້າວ ນ້ຳດອກຕະເວັນ ແລະ ໂອເມກ້າ 3, 6, 9 ພົບໃນປາ, ຖົ່ວ, ອະໂວກາໂດ້ ສານເຫຼົ່ານີ້ເປັນສ່ວນປະກອບສຳຄັນຂອງຮໍໂມນເພດຊາຍ

10. ການເຮັດກິດຈະກຳທີ່ເຮັດໃຫ້ຕົນເອງຮູ້ສຶກຕື່ນເຕັ້ນ ຮູ້ສຶກທ້າທາຍ ແລະ ມີຄວາມສຸກເຊັ່ນ: ການເບິ່ງກີລາ, ການປີນເຂົາ, ການກະໂດດນ້ຳ ແລະ ອື່ນໆ ຈະເຮັດໃຫ້ຮໍໂມນເພດຊາຍເພີ່ມສູງຂຶ້ນໄດ້

 

ທີ່ມາ: http://www.fhm.in.th

ບົດຄວາມຫຼ້າສຸດ

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...