spot_img
Homeນານາສາລະວິທີທົດສອບເບິ່ງແປ້ງນົວ ຂອງແທ້ ຫຼື ຂອງປອມ

ວິທີທົດສອບເບິ່ງແປ້ງນົວ ຂອງແທ້ ຫຼື ຂອງປອມ

Published on

ເຖິງວ່າຈະມີກະແສເລື່ອງການລົນນະລົງໃຫ້ຫຼຸດການໃຊ້ແປ້ງນົວເຂົ້າໃນການປະກອບອາຫານ ເພາະແປ້ງນົວມີຂໍ້ເສຍຫຼາຍຢ່າງທີ່ຈະສົ່ງເສຍຕໍ່ຮ່າງກາຍ ແຕ່ຜູ້ບໍລິໂພກສ່ວນຫຼາຍກໍ່ຍັງນິຍົມໃຊ້ແປ້ງນົວໃນການເພີ່ມລົດຊາດຂອງອາຫານຄືເກົ່າ ແລະ ບາງຄົນອາດຈະບໍ່ຮູ້ວ່າປັດຈຸບັນນີ້ແປ້ງນົວກໍ່ມີຂອງແທ້ ແລະ ຂອງປອມວາງຂາຍຕາມທ້ອງຕະຫຼາດປະປົນໄປໝົດຈົນແຍກຈົນບໍ່ອອກ ເຊິ່ງແປ້ງນົວປອມນັ້ນມີສານອັນຕະລາຍຕໍ່ຮ່າງກາຍຂອງຄົນເຮົາ ເພາະມີການໃຊ້ ບໍແຣກຊ໌ ເປັນສ່ວນປະກອບ ຫຼື ບາງຄັ້ງອາດພົບວ່າມີການປະສົມໂຊດຽມເມຕາຟອສເຟດ ເຊິ່ງເປັນອັນຕະລາຍຕໍ່ຮ່າງກາຍເມື່ອກິນເຂົ້າໄປໃນປະລິມານຫຼາຍຈະເຮັດໃຫ້ຖອກທ້ອງໄດ້ ສະນັ້ນເພື່ອຄວາມປອດໄພຂອງຮ່າງກາຍ ພວກເຮົາເລີຍບໍ່ພາດທີ່ຈະນຳວິທີທົດສອບຜົງແປ້ງນົວ ຂອງແທ້ ຫຼື ຂອງປອມ ມານຳສະເໜີ ສະນັ້ນເຮົາໄປເບິ່ງພ້ອມກັນເລີຍ

ວິທີທົດສອບແປ້ງນົວປອມ

1. ກວດຫາສານບໍແຣກຊ໌

ເຮັດໄດ້ໂດຍການເອົາແປ້ງນົວ 1 ສ່ວນປະສົມກັບນ້ຳລ້າ 10 ສ່ວນ ຄົນໃຫ້ເຂົ້າກັນຈາກນັ້ນນຳເຈ້ຍຂິມິ້ນມາຈຸ່ມລົງໃຫ້ປຽກ ຫາກພົບວ່າມີສານບໍແຣກຊ໌ປະສົມຢູ່ແທ້ ເຈ້ຍຂິມິ້ນຈະປ່ຽນເປັນສີສົ້ມ ຫຼື ສີແດງ ເຊິ່ງມີຄວາມໝາຍວ່າແປ້ງນົວນັ້ນເປັນຂອງປອມ ແຕ່ຖ້າເຈ້ຍຂິມິ້ນບໍ່ປ່ຽນສີສະແດງວ່າແປ້ງນົວນັ້ນເປັນຂອງແທ້

93

2. ກວດຫາໂຊດຽມເມຕາຟອສເຟສ

ໃຫ້ລະລາຍແປ້ງນົວລົງນ້ຳສະອາດເຄິ່ງຖ້ວຍ ຈາກນັ້ນຕື່ມປູນຂາວ ແລະ ກົດນ້ຳສົ້ມລົງໄປ ຄົນໃຫ້ເຂົ້າກັນ ແລະ ປະໄວ້ ເຊິ່ງຖ້າພົບວ່າມີສານຕົກຕະກອນ ສະແດງວ່າແປ້ງນົວນັ້ນມີສ່ວນປະສົມຂອງໂຊດຽມເມຕາຟອສເຟດ ເຊິ່ງໝາຍຄວາມວ່າເປັນແປ້ງນົວປອມ

3. ທົດສອບດ້ວຍການເຜົາໄຫມ້

ຖອກຜົງແປ້ງນົວລົງເກືອບເຕັມບ່ວງແກງ ແລ້ວໄຕ້ທຽນ 1 ເຫຼັ້ມ ຈາກນັ້ນກໍ່ເອົາບ່ວງທີ່ມີແປ້ງນົວມາຂາງໄຟໄວ້ 2 ນາທີ ເຮົາຈະເຫັນຄວາມຮ້ອນຂອງໄຟເຮັດໃຫ້ແປ້ງນົວໃນບ່ວງເກີດການເຜົາໄໝ້ ຖ້າເປັນແປ້ງນົວຂອງແທ້ ສີເຜົາໄໝ້ຈະເປັນສີດຳ ແຕ່ຖ້າເປັນແປ້ງນົວຂອງປອມທີ່ມີສານ ໂຊດຽມເມຕາຟອສເຟສ ແປ້ງນົວທີ່ເຜົາໄໝ້ຈະເປັນຄາບສີຂາວ.

ລອງເອົາສາມວິທີຂ້າງເທິງນີ້ໄປທົດລອງກັບແປ້ງນົວທີ່ເຮືອນທ່ານເບິ່ງເດີ້

ທີ່ມາ: http://www.rak-sukapap.com/2016/06/blog-post_365.html

ບົດຄວາມຫຼ້າສຸດ

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...