ດຣ ທອງຄຳ ອ່ອນມະນີສອນ ກະວີຄົມເຂັ້ມ

ຖ້າ​ທ່ານ​ເປັນ​ຂາ​ປະ­ຈຳ​ຄໍ​ລຳ​ສ້າງ­ສັນ​ຈະ​ເຫັນ​ໄດ້​ວ່າ: ຜູ້​ຂຽນ​ເຄີຍ​ຂຽນ​ເຖິງ ດຣ. ທອງ­ຄຳ ອ່ອນ​ມະ­ນີ​ສອນ ໃນ​ຖາ­ນະ​ນັກ​ປະ­ພັນŒນັກ​ກະ­ວີ ເປັນ​ຈຳ­ນວນ​ສອງ​ບົດ​ແລ້ວ ແຕ່​ເປັນ​ຫຍັງ​ຈິ່ງ​ຢາກ​ຂຽນ​ເພີ່ມ​ອີກ? ຄຳ​ຕອບ​ກໍ​ມີ​ຢູ່​ວ່າ​ຜົນ­ງານ​ທາງ​ກະ­ວີ ແລະ ການ​ປະ­ພັນ​ຂອງ​ເພິ່ນ​ເປັນ​ທີ່​ນິ­ຍົມ ແລະ ໄດ້​ຮັບ​ການ​ຍອມ­ຮັບ​ຈາກ​ສັງ­ຄົມ​ຢ່າງ​ກວ້າງ­ຂວາງ​ທັງ​ໃນ ແລະ ຕ່າງ­ປະ­ເທດ ແລະ ຜົນ­ງານ​ເຫຼົ່າ­ນັ້ນ​ກໍ​ມີ​ຄຸນ­ຄ່າ​ສູງ​ຕໍ່​ວົງ​ການ​ປະ­ພັນ​ລາວ​ທີ່​ນັກ​ຂຽນ ​ນັກ​ກະ­ວີ​ຮຸ່ນ​ໃໝ່​ກໍ​ເອົາ​ເປັນ​ແບບ­ຢ່າງ​ໃນ​ການ​ຂີດ​ຂຽນ​ແຕ່​ຕ້ອງ​ບອກ​ ວ່າ​ມີ​ໜ້ອຍ​ຄົນ​ທີ່​ເຮັດ​ໄດ້​ຄື​ເພິ່ນ ເພາະ​ເລື່ອງ​ຄວາມ​ມັກ​ຮັກ ແລະ ພອນ​ສະ­ຫວັນ​ທີ່​ຕິດ​ຕົວ​ມາ​ແຕ່​ເກີດ​ນັ້ນ​ເປັນ​ສິ່ງ​ທີ່​ບໍ່​ສາ­ມາດ​ ແຂ່ງ­ຂັນ​ກັນ​ໄດ້.

ດຣ. ທອງ­ຄຳ ອ່ອນ​ມະ­ນີ​ສອນ ມີ​ຖິ່ນ​ກຳ­ເນີດ​ທີ່​ບ້ານ​ອຸ​ທຸມ ເມືອງ​ອຸ​ທຸມ ໃນ​ອະ­ດີດ​ເປັນ​ດິນ­ແດນ​ທີ່​ມີ​ນັກ­ປາດ​ຊາວ­ບ້ານ ແລະ ນັກ​ຕໍ່­ສູ້​ເພື່ອ​ບ້ານ​ເມືອງ​ເຊັ່ນ: ເຈົ້າ­ເມືອງ​ອຸ​ທຸມ​ທີ່​ເປັນ​ທີ່​ຮູ້­ຈັກ​ໃນ​ວີ­ລະ​ກຳ​ຕໍ່­ສູ້​ຕ້ານ​ຝຣັ່ງ​ ປີ 1893 ແລະ ໃນ​ໜ້າ​ປະ­ຫວັດ­ສາດ​ລາວ​ກໍ​ມີ​ການ​ບັນ­ທຶກ​ໄວ້, ເວົ້າ​ກັນ​ວ່າ​ຖ້າ​ໃຜ​ໄດ້​ເກີດ​ຖິ່ນ​ທີ່​ມີ​ນັກ­ປາດ​ຜູ້​ຮູ້​ຍ່ອມ​ເປັນ​ຜູ້​ ໄດ້​ຮັບ​ອິດ​ທິ​ພົນ ແລະ ກິ່ນ​ອາຍ​ຂອງ​ສັງ­ຄົມ​ທີ່​ອາ­ໄສ​ຢູ່​ດັ່ງ​ດຽວ​ກັບ ດຣ. ທອງ­ຄຳ ອ່ອນ​ມະ­ນີ​ສອນ ທີ່​ໄດ້​ຮັບ​ອິດ​ທິ​ພົນ​ຈາກ​ສິ່ງ​ທີ່​ໄດ້​ເວົ້າ​ມາ​ນັ້ນ​ບວກ​ກັບ​ພອນ​ ສະ­ຫວັນ​ທີ່​ຕິດ​ຕົວ​ມາ​ແຕ່​ເກີດ, ຖ້າ​ໃຜ​ຮູ້­ຈັກ​ເພິ່ນ​ຢ່າງ​ໃກ້­ຊິດ ແລະ ເລິກ­ເຊິ່ງ​ຈະ​ເຫັນ​ໄດ້​ເຖິງ​ຄວາມ​ຈື່​ຈຳ​ຂອງ​ເພິ່ນ​ກ່ຽວ​ກັບ​ສິ່ງ​ທີ່​ເກີດ ​ຂຶ້ນ​ກັບ​ອະ­ດີດ ຊຶ່ງ​ເລື່ອງ​ຕ່າງໆ​ເຫຼົ່າ­ນັ້ນ​ມີ​ທັງ​ເປັນ​ເລື່ອງ​ເລົ່າ ແລະ ກາບ­ກອນ​ກະ­ວີ​ທັງໆ​ທີ່​ມັນ​ເກີດ​ຂຶ້ນ​ມາ​ໄດ້​ຍາວ​ນານ​ກວ່າ 50 ປີ​ແລ້ວ ແຕ່​ປາ­ກົດ​ວ່າ​ສ່ວນ​ໃຫຍ່​ແມ່ນ​ເພິ່ນ​ຍັງ​ຈື່​ຈຳ­ເປັນ​ຈຳ­ນວນ​ຫຼວງ­ຫຼາຍ​ ເພິ່ນ​ເຄີຍ​ເລົ່າ​ໃຫ້​ຜູ້​ຂຽນ​ຟັງ​ວ່າ: ເວ­ລາ​ຍັງ​ນ້ອຍ​ເພິ່ນ​ເຄີຍ​ໄປ​ນັ່ງ​ອ້າ​ປາກ​ຕາກ​ແຂ້ວ​ຟັງ​ນັກ­ປາດ​ທິດ​ຈານ​ ອ່ານ ແລະ ເລົ່າ​ວັນ­ນະ­ຄະ­ດີ​ສັງ​ສິນ​ໄຊ​ສູ່​ຟັງ ນອກ­ຈາກ​ນັ້ນ​ກ່ອນ​ນອນ​ຍັງ​ມີ​ພໍ່​ແມ່​ເລົ່າ​ນິ­ທານ​ສູ່​ລູກ​ຫຼານ​ຟັງ​ອີກ ນັ້ນ​ກໍ​ແມ່ນ​ຂະ​ບວນ​ການ​ສຶກ​ສາ​ອົບ­ຮົມ​ເດັກ­ນ້ອຍ​ຂອງ​ປູ່​ຍ່າ​ບັນ­ພະ­ບຸ­ ລຸດ​ລາວ ຊຶ່ງ​ເບິ່ງ​ຄື​ວ່າ​ບັນ­ຍາ­ກາດ​ແບບ​ນັ້ນ​ໃນ​ເວ­ລາ​ນີ້​ຫາ​ໄດ້​ຍາກ.

ເປັນ​ຫຍັງ​ຈິ່ງ​ເວົ້າ​ໄດ້​ວ່າ​ກະ­ວີ​ຂອງ ດຣ. ທອງ­ຄຳ ອ່ອນ​ມະ­ນີ​ສອນ  ມີ​ຄົມ​ຄຳ​ຄວາມ​ຄິດ​ແຫຼມ​ຄົມ ແລະ ເຂັ້ມ​ຂຸ້ນ ຄຳ​ຕອບ​ກໍ​ຍ້ອນ​ວ່າ​ມັນ​ໄດ້​ພິ­ສູດ​ໃຫ້​ເຫັນ​ໃນ​ບົດ​ກະ­ວີ​ຜ່ານ​ໜັງ­ສື­ພິມ ແລະ ວາ­ລະ­ສານ ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ຈະ​ປາ­ກົດ​ເຫັນ​ບົດ​ກະ­ວີ​ຂອງ​ເພິ່ນ​ຢ່າງ​ຫຼວງ­ຫຼາຍ ແຕ່​ນັ້ນ​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ມັນ​ຈະ​ມີ​ແຕ່​ປະ­ລິ­ມານ​ທີ່​ເພີ່ມ​ຂຶ້ນ​ ຄຽງ​ຄູ່​ກັນ​ດ້ານ​ເນື້ອ​ໃນ ແລະ ຄວາມ​ຄິດ​ທີ່​ນັກ​ກະ­ວີ​ຢາກ​ສະ­ທ້ອນ​ປາ­ກົດ­ການ​ຂອງ​ສັງ­ຄົມ​ກໍ​ຖື​ໄດ້​ວ່າ​ ບໍ່​ຈືດ­ຈາງ​ບາງ​ຫາຍ​ໄປ​ໃສ​ເຊັ່ນ ຢູ່​ໃນ​ຫຼາຍໆ​ບົດ​ທີ່​ເພິ່ນ​ຂຽນ​ອວຍ­ພອນ​ຜູ້­ນຳ ແລະ ວັນ​ສຳ­ຄັນ​ຕ່າງໆ​ຂອງ​ພັກŒລັດ​ກໍ​ເປັນ​ທີ່​ດຶງ​ດູດ​ຈິດ­ໃຈ​ເຫັນ​ໄດ້​ໃນ​ຄຳ​ ຄົມ​ກະ­ວີ​ທີ່​ເພິ່ນ​ໄດ້​ປະ­ພັນ​ຂຶ້ນ​ພ້ອມ​ທັງ​ຖືກ­ຕ້ອງ​ທັງ​ເນື້ອ​ໃນ ແລະ ຄຳ​ສັບ ຊຶ່ງ​ຕ່າງ​ກັບ​ນັກ​ກະ­ວີ​ບາງ​ຄົນ​ເວ­ລາ​ນີ້​ພໍ​ເຖິງ​ເວ­ລາ​ຂຽນ​ອວຍ­ພອນ​ໃນ​ ໂອ­ກາດ​ຕ່າງໆ​ກໍ​ຍັງ​ໃຊ້​ຄຳ​ສັບ​ຜິດ​ຜ້ຽນ​ຫ້ຽນ​ຫົດ​ເຊັ່ນ​ຄຳ​ວ່າ: ຖວາຍ ຊຶ່ງ​ເປັນ​ຄຳ​ສັບ​ທີ່​ໃຊ້​ກັບ​ພະ­ສົງ​ບາງ​ຄົນ​ກໍ​ນຳ​ມາ​ຂຽນ​ໃຊ້​ກັບ​ຄົນ​ທຳ​ ມະ​ດາ ໂດຍ​ບໍ່​ເຂົ້າ­ໃຈ​ຄວາມ​ໝາຍ​ທີ່­ແທ້​ຈິງ​ເບິ່ງ​ຄື​ວ່າ​ບົດ​ກະ­ວີ​ນັ້ນໆ​ທັງ​ ບໍ່​ມ່ວນ ແລະ ບໍ​ຖືກ​ຄວາມ​ໝາຍ​ນຳ​ອີກ.

ດຣ. ທອງ­ຄຳ ອ່ອນ​ມະ­ນີ​ສອນ ເຄີຍ​ເວົ້າ​ເຖິງ​ການ​ຂີດ​ຂຽນ​ກະ­ວີ​ໄວ້​ວ່າ: ຜູ້​ນັ້ນ​ຕ້ອງ​ເຂົ້າ­ໃຈ ແລະ ມີ​ຄວາມ​ຮູ້​ກ່ຽວ​ກັບ​ວັນ­ນະ­ຄະ­ດີ ແລະ ພາ­ສາ  ພ້ອມ​ດຽວ​ກັນ​ກໍ​ຕ້ອງ​ເປັນ​ຜູ້​ມີ​ຄວາມ​ຂະ­ຫຍັນ​ໃນ​ການ​ຝຶກ​ຝົນ​ຄວາມ​ຄິດ ທັງ​ອ່ານ ແລະ ຕີ​ຄວາມ​ໝາຍ​ຂອງ​ພາ­ສາ​ໃນ​ວັນ­ນະ­ຄະ­ດີ​ຂອງ​ຊາດ​ໃຫ້​ໄດ້​ແລ້ວ​ຈິ່ງ​ຫຍ້ຳ​ກືນ ​ກິນ​ໃຫ້​ມັນ​ກາຍ­ເປັນ​ຄື​ເລືອດ​ໃນ​ຮ່າງ­ກາຍ​ຂອງ​ເຮົາ ແລະ ຕ້ອງ​ເປັນ​ຜູ້​ທີ່​ມີ​ຄວາມ​ຮູ້ ແລະ ເຂົ້າ­ໃຈ​ເລື່ອງ​ຂອງ​ທຳ​ມະ​ຊາດ ແລະ ພາ­ສາ​ຂອງ​ສິ­ລະ​ປະ​ດ້ວຍ.

ປະ­ຈຸ​ບັນ​ເຖິງ​ແມ່ນ​ວ່າ ດຣ. ທອງ­ຄຳ ອ່ອນ​ມະ­ນີ​ສອນ ເຂົ້າ​ສູ່​ກະ­ສຽນ​ບຳ­ນານ​ພ້ອມ​ທັງ​ສຸ­ຂະ­ພາບ​ຮ່າງ­ກາຍ​ອາດ​ບໍ່​ແຂງ­ແຮງ ແລະ ສົມ­ບູນ​ເໝືອນ​ໃນ​ອະ­ດີດ ແຕ່​ເພິ່ນ​ກໍ​ຍັງ​ສືບ­ຕໍ່​ຂີດ​ຂຽນ​ກະ­ວີ​ເອົາ​ພາ­ສາ​ເລິກ​ແລບ​ແຫຼມ​ຄົມ​ ສະ­ທ້ອນ​ອອກ​ມາ​ເປັນ​ກະ­ວີ​ໃຫ້​ພວກ​ເຮົາ​ໄດ້​ອ່ານ​ຜ່ານ​ໜ້າ​ໜັງ­ສື­ພິມ​ໄດ້​ ຢ່າງ​ມີ​ລົດ​ຊາດ ແລະ ມີ​ຄຸນ­ຄ່າ​ຄວນ​ແກ່​ສຶກ​ສາ ແລະ ເພິ່ນ​ກໍ​ຍັງ​ສືບ­ຕໍ່​ຖ່າຍ​ທອດ​ຄວາມ​ຮູ້​ໃຫ້​ແກ່​ນັກ­ຮຽນ​ນັກ​ສຶກ​ສາ​ທີ່​ ສົນ­ໃຈ​ໃນ​ການ​ຂີດ​ຂຽນ​ກະ­ວີ​ໄດ້​ຢ່າງ​ສະ­ເໝີ​ຕົ້ນ​ສະ­ເໝີ​ປາຍ ສ່ວນ­ວ່າ​ຜົນ­ງານ​ກະ­ວີ​ຂອງ​ເພິ່ນ​ຈະ​ເລິກ​ແລບ​ແຫຼມ​ຄົມ​ສ່ຳ​ໃດ​ນັ້ນ​ຄົງ​ ຕ້ອງ​ຂຶ້ນ​ຢູ່​ກັບ​ຜູ້​ອ່ານ​ວ່າ​ເປັນ​ຜູ້​ເຂົ້າ­ໃຈ ແລະ ຮູ້​ກ່ຽວ​ກັບ​ກະ­ວີ​ຫຼາຍ​ໜ້ອຍ​ພຽງ​ໃດ​ຄື​ກັນ! ຢາກ​ຮູ້​ວ່າ​ກະ­ວີ​ເພິ່ນ​ຕື້ນ​ເລິກ​ໜາ​ບາງ​ພຽງ​ໃດ​ກໍ​ສາ­ມາດ​ຊອກ​ຫາ​ອ່ານ​ ໄດ້​ນໍ.

 

ຂອບໃຈບົດຄວາມຈາກ: sedthakid.la