spot_img
Homeຂ່າວຕ່າງປະເທດພົບ​ສົບ​ຜູ້ອົບພະ​ຍົບ 34 ຄົນ​ເປັນ​ເດັກ 20 ຄົນ​ໃນ​ທະ​ເລ​ຊາຍ​ໄນ​ເຈີ

ພົບ​ສົບ​ຜູ້ອົບພະ​ຍົບ 34 ຄົນ​ເປັນ​ເດັກ 20 ຄົນ​ໃນ​ທະ​ເລ​ຊາຍ​ໄນ​ເຈີ

Published on

​ເຈົ້າ​ໜ້າ​ທີ່​ໄນ​ເຈີ​ກ່າວ​ວ່າ ພົບ​ສົບ​ຜູ້​ອົບ​ພະຍົບ 34 ຄົນ ຊຶ່ງ​ລວມ​ເຖິງ​ເດັກ 20 ຄົນ​ກາງ​ທ​ະ​ເລ​ຊາຍ​ໄນ​ເຈີ​ເມື່ອ​ອາທິດ​ທີ່​ຜ່ານ​ມາ ຄາດ​ວ່າ​ຖືກ​ເຄືອ​ຂ່າຍ​ຄ້າ​ມະນຸດ​ພາ​ມາ​ປ່ອຍປະ​ໄວ້​ຂະນະ​ພະຍາຍາມ​ເດີນທາງ​ເຂົ້າ​ແອ​ລຈີ​​ເຣຍ.

ກະຊວງ​ປ້ອງ​ກັນ​ຄວາມ​ສະ​ງົບ​ໄນ​ເຈີ​ຖະ​ແຫຼ​ງວ່າ ຜູ້​ອົບ​ພະ​ຍົມ 34 ຄົນ ​ເປັນ​ຊາຍ 5 ຄົນ ຍິງ 9 ຄົນ ​ແລະ ​ເດັກນ້ອຍ 20 ຄົນ​ເສຍ​ຊີວິດ​ລະຫວ່າງ​ພະຍາຍາມ​ເດີນທາງ​ຂ້າມ​ທະ​ເລ​ຊາຍ ​ແຫຼ່ງຂ່າວ​ດ້ານ​ຄວາມ​ໝັ້ນຄົງ​ຄາດ​ວ່າ ຜູ້​ອົບ​ພະ​ຍົບ​ເສຍ​ຊີວິດ​ເພາະ​ຂາດ​ນໍ້າ​ຄື​ກັບ​ທີ່​ເຄີຍ​ພົບ​ໃນ​ກໍລະນີ​ທີ່​ຜ່ານ​ມາ​ໃກ້​ກັບ​ເຂດ​ອັສຊາ​ມາ​ຄາ ຊຶ່ງ​ເປັນ​ຈຸດ​ຊາຍ​ແດນ​ລະຫວ່າງ​ໄນ​ເຈີ​ກັບ​ແອ​ລຈີ​ເຣຍ ອຸນຫະພູມ​ໃນ​ພື້ນ​ທີ່​ດັ່ງກ່າວ​ຮ້ອນ​ເຖິງ 42 ອົງສາ​ເຊ ​ແລະ ຍັງ​ມີ​ພາຍຸ​ຊາຍ​ພັດ​ທົ່ວ​ພື້ນ​ທີ່​ທະ​ເລ​ຊາຍ ກ່ອນ​ໜ້າ​ນີ້​ພົບ​ຜູ້​ອົບ​ພະ​ຍົມ​ຜິດ​ກົດໝາຍ​ຫຼາຍ​ພັນ​ຄົນ​ເດີນທາງ​ເຂົາ​ແອ​ລຈີ​ເຣຍ​ໃນ​ຊ່ວງ 2-3 ປີ​ທີ່​ຜ່ານ​ມາ ສ່ວນ​ໃຫຍ່​ມາ​ຈາກ​ມາລີ ​ແລະ ​ໄນ​ເຈີ.

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...