spot_img
Homeຂ່າວຕ່າງປະເທດຝົນຕົກ​ໜັກ​ຕະຫຼອດ 3 ວັນ​​ໃນ​ລັດ​ຢະ​ໄຂ່ຂອງ​ມຽນມາ​ເຮັດ​ໃຫ້​ຄົນ​ຕາຍ 12 ຄົນ

ຝົນຕົກ​ໜັກ​ຕະຫຼອດ 3 ວັນ​​ໃນ​ລັດ​ຢະ​ໄຂ່ຂອງ​ມຽນມາ​ເຮັດ​ໃຫ້​ຄົນ​ຕາຍ 12 ຄົນ

Published on

ສື່​ທ້ອງ​ຖິ່ນ​ມຽນມາລາ​ຍງານ​ວ່າ ຝົກຕົກ​ໜັກ​ຕະຫຼອດ 3 ມື້​ທີ່​ຜ່ານ​ມາ​ໃນ​ລັດ​ຢະ​ໄຂ່ ທາງ​ຕາ​ເວັນຕົກ​ສຸດ​ຂອງ​ປະ​ເທດ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລ້ວ 12 ຄົນ.

ລາຍ​ງານ​ຂອງ​ກະ​ຊວງ​ສະຫວັດດີ​ການ​ສັງຄົມ ບັນ​ເທົາ​ທຸກ ​ແລະ ການ​ຕັ້ງ​ຖິ່ນ​ຖານ​ໃໝ່​ວ່າ ຜູ້​​ເສຍຊີວິດ​ມີ​ເດັກ ​ແລະ ​ແມ່ຍິງ​ລວມຢູ່​ນຳ ນອກຈາກ​ນີ້ ຍັງ​ມີ​ຜູ້​ເສຍ​ຊີວິດ​ໃນ​ພູມິ​ພາກ​ສະກາ​ຍ ທາງ​ຕາ​ເວັນ​ຕົກ​ສຽງ​ເໜືອ ລາຍ​ງານ​ລະບຸ​ວ່າ ຫຼາຍ​ພື້ນ​ທີ່ຂອງ​ມຽນມາ​ຜະ​ເຊີນ​ອຸ​ທົກ​ກະ​ໄພ ​ເພາະ​ຝົນຕົກ​ໜັກ​ທີ່​ເລີ່​ມມາ​ຕັ້ງ​ແຕ່​ວັນ​ທີ 9 ມິ​ຖຸນາ ຂະນະ​ທີ່​ເມື່ອ​ເດືອນ​ເມສາ ​ແລະ ພຶດສະພາ​ເກີດ​ລົມ​ແຮງ​ທົ່ວ​ປະ​ເທດ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 39 ຄົນ ສຳລັບ​ອຸທົກກະ​ໄພ​ໃນ​ມຽນມາ​ປີ​ນີ້​ຄາດ​ວ່າ​ຈະ​ຮ້າຍ​ແຮງ​ກວ່າ​ປີ​ທີ່​ຜ່ານ​ມາ ດ້ານ​ສຳນັກງານ​ອຸ​ຕຸ​ນິຍົມ ​ແລະ ອຸ​ທົກ​ກະສາ​ດ​ເຕືອນ​ວ່າ ຈະ​ມີ​ຝົນຕົກ​ນັກ​ຕໍ່​ເນື່ອງ​ໃນ​ມື້​ນີ້.

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...