spot_img
Homeລວມກົດຫມາຍລາວກົດໝາຍໃນຂົງເຂດການປົກຄອງ ແລະຄຸ້ມຄອງລັດເຜີຍແຜ່ລັດຖະບັນຍັດປະທານປະເທດ ວ່າດ້ວຍອັດຕາຄ່າຊັບພະຍາກອນທໍາມະຊາດ ແລະ ຢັ້ງຢືນການສົ່ງອອກແຮ່ທາດ

ເຜີຍແຜ່ລັດຖະບັນຍັດປະທານປະເທດ ວ່າດ້ວຍອັດຕາຄ່າຊັບພະຍາກອນທໍາມະຊາດ ແລະ ຢັ້ງຢືນການສົ່ງອອກແຮ່ທາດ

Published on

ຫ້ອງການຊັບສິນຂອງລັດ ກະຊວງການເງິນ ຮ່ວມກັບຫ້ອງການຊັບສິນຂອງລັດ ພະແນກການເງິນນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍອັດຕາຄ່າຊັບພະຍາກອນທໍາມະຊາດ ແລະ ສະເໜີຢັ້ງຢຶນການສົ່ງອອກແຮ່ທາດ ປຶ້ມຄູ່ມືກວດກາຂຶ້ນເມື່ອວັນທີ 09 ມີຖຸນາ 2016 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ມີຫົວໜ້າກົມຈາກກະຊວງອ້ອມຂ້າງສູນກາງ ຄະນະພະແນກການເງິນນະຄອນຫຼວງວຽງຈັນ ຫ້ອງການຊັບສິນ ແລະ ໜ່ວຍງານຄຸ້ມຄອງຊັບສິນຂອງລັດ 9 ໂຕເມືອງໃນນະຄອນວຽງຈັນ ແລະ ພະນັກງານວິຊາການເຂົ້າຮ່ວມ.

ທ່ານຮອງລັດຖະມົນຕີກະຊວງການເງິນ ໄດ້ກ່າວວ່າ ມະຕິກອງປະຊຸມໃຫຽ່ ຄັ້ງທີ X ຂອງພັກ ໄດ້ວາງຄາດໝາຍສູ້ຊົນຮອດປີ 2020 ຕ້ອງແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ຢ່າງທົ່ວເຖິງ ສູ້ຊົນພັດທະນາປະເທດຊາດໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຮວມຍອດລາຍໄດ້ແຫ່ງຊາດສະເຫຼ່ຍຕໍ່ຫົວຄົນປະມານ 2.520 ໂດລາສະຫະລັດ ຮວມຍອດມູນຄ່າຜະລິດຕະພັນພາຍໃນ ຫຼື GDP ສະເຫຼ່ຍບໍ່ໃຫ້ຫຼຸດ 7,5% ຕໍ່ປີ ຍຸດທະສາດຮອດປີ 2025 ຕ້ອງສ້າງພື້ນຖານເສດຖະກິດໃຫ້ມີລາຍຮັບປານກາງສູງ GDP ສະເຫຼ່ຍຕໍ່ຫົວຄົນໃຫ້ເພີ່ມຂຶ້ນ 2 ເທົ່າໂຕ ແລະ ຍຸດທະສາດຮອດປີ 2030  ຕ້ອງສ້າງບາດລ້ຽວໃໝ່ບຸກທະລຸໃຫ້ລາວກາຍເປັນປະເທດພວມພັດທະນາທີ່ມີລາຍຮັບປານກາງ-ສູງ ຕາມທິດເສດຖະກິດພູມປັນຍາ ສີຂຽວ ແລະ ຍືນຍົງ.

         ເພື່ອບັນລຸເປົ້າໝາຍດັ່ງກ່າວ ລັດຖະບານໄດ້ປັບປຸງ ແລະ ປະກາດນໍາໃຊ້ກົດໝາຍ ນິຕິກໍາ ນະໂຍບາຍ ແລະ ກົນໄກຕ່າງໆ ໂດຍສະເພາະນິຕິກໍາຂະແໜງການເງິນ ກໍໄດ້ຮັບຮອງຫຼາຍສະບັບໃນປີ 2015 ໃນນັ້ນຮວມມີລັດຖະບັນຍັດຂອງປະທານປະເທດວ່າດ້ວຍອັດຕາຄ່າຊັບພະຍາກອນທໍາມະຊາດ ແລະ ເຄື່ອງປ່າຂອງດົງ ປະກອບມີ 4 ໝວດ 11 ມາດຕາ ເຊິ່ງເປັນນິຕິກໍາທີ່ມີຄວາມສໍາຄັນຫຼາຍ ເນື່ອງຈາກວ່າ ຊັບພະຍາກອນທໍາມະຊາດເປັນສາທາລະ ນະສົມບັດ ເປັນກໍາມະສິດຂອງວົງຄະນາຍາດແຫ່ງຊາດ ເມື່ອມີການຄຸດຄົ້ນກໍຈະບົກແຫ້ງ ແລະ ບໍ່ສາມາດສ້າງທົດແທນຂຶ້ນໃໝ່ໄດ້ ເຊັ່ນ ແຮ່ທາດ ຊັບພະຍາກອນນໍ້າ ດັ່ງນັ້ນ ລັດຖະບານຈິ່ງມີນະໂຍບາຍໃນການຂຸດຄົ້ນທ່າແຮງທີ່ບົ່ມຊ້ອນດ້ານຊັບພະຍາກອນທໍາມະຊາດ ເຂົ້າໃສ່ການພັດທະນາ ແລະ ຈະຕ້ອງມີມາດຕະການເພື່ອຮັບປະກັນໃຫ້ແກ່ການຄຸ້ມຄອງ ນໍາໃຊ້ຊັບພະຍາກອນທໍາມະຊາດທີ່ມີຢ່າງຈໍາກັດໃຫ້ກຸ້ມຄ່າ ແລະ ມີປະສິດທິຜົນ ເພື່ອເຮັດແນວໃດໃຫ້ລັດໄດ້ຮັບຜົນປະໂຫຽດສູງສຸດຈາກການຂຸດຄົ້ນ ຈິ່ງຈັດໃຫ້ມີກອງປະຊຸມໃນເທື່ອນີ້ຂຶ້ນແນໃສ່ປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບກົນໄກການຄຸ້ມຄອງການຂຸດຄົ້ນ ແລະ ສົ່ງອອກແຮ່ທາດໃນໄລຍະທີ່ຜ່ານມາ ບັນຫາທີ່ເປັນຊ່ອງຫວ່າງ ປາກົດການຫຽໍ້ທໍ້ຕ່າງໆ ພ້ອມທັງປະກອບຄໍາເຫັນໃສ່ຮ່າງແນະນໍາກ່ຽວກັບການຈັດຕັ້ງປະຕິບັດລັດຖະບັນຍັດ ເພື່ອສ້າງຄວາມຮັບຮູ້ ຄວາມເຂົ້າໃຈຢ່າງກວ້າງຂວາງ ມີຄວາມເປັນເອກະພາບກັນ ເພື່ອນໍາໄປຈັດຕັ້ງຜັນຂະຫຽາຍໃນຕໍ່ໜ້າ ແລະ ປະຕິບັດໃຫ້ໄດ້ທິດນໍາທີ່ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກທີ່ວ່າສຸມໃສ່ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດທີ່ມີຢູ່ຢ່າງຈໍາກັດໃຫ້ມີປະສິດທິພາບປະສິດທິຜົນ ແລະ ມີຄວາມຍືນຍົງສູງ ດ້ວຍນະໂຍບາຍ ແລະ ມາດຕະການຕ່າງໆເຊັ່ນ ປັບປຸງລະບຽບ ກົດໝາຍ ແລະ ກົນໄກຈັດຕັ້ງປະຕິບັດລະບຽບກົດໝາຍທີ່ກ່ຽວຂ້ອງກັບການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງມີປະສິດພາບ ປະສິດທິຜົນ ສຶກສາ ຄົ້ນຄວ້າ ວິໄຈ ຈັດສັນ ແລະ ສ້າງແຜນການນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງມີປະສິດຜົນສູງ.

ຂ່າວ/ພາບ: ເຜິ້ງຄໍາ (http://www.vtetoday.la/)

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...