ຊື່ເລື່ອງ “ແມ່” ປະພັນໂດຍ ມາກຊິມ ກ໋ອກກີ
ປະຫວັດຫຍໍ້ຂອງນັກປະພັນ
ຊື່ແທ້ : ອາເລັກເຊ ມາກຊິມໂມວິດ ເປສະກົບ (AlexiMaximovich Peshkov ຂຽນເປັນ Alexey Maximmovich Peshkov ຫລື Alexei Maximovich Pyeshkov ກໍມີ)
ນາມປາກກາ : ມາກຊິມ ກອກກີ ພາສາອັງກິດແມ່ນ Maxim Gorky (ຫລື Gorki) ໝາຍຄວາມວ່າ “ມາກຊິມຜູ້ລະທົມຂົມຂື່ນ”
ບ່ອນເກີດ : ເມືອງນິດນິ ນອບໂກຣອດ (Nizhni-Novgorod) ເປັນເມືອງນ້ອຍໆ ບ່ອນທີ່ແມ່ນ້ຳໂອກາມາພົບກັບແມ່ນ້ຳໂວນກາ ພາຍຫລັງເມືອງນີ້ໄດ້ຊື່ໃໝ່ວ່າ ເມືອງກອກກີ ຕາມນາມປາກກາ ເພື່ອເປັນອະນຸສອນໃຫ້ແກ່ທ່ານ ເມື່ອປີ ຄ.ສ 1932.
ວັນເກີດ-ວັນເສຍຊີວິດ : ເກີດເມື່ອວັນທີ່ 14 ມີນາ ຄ.ສ 1868 ເຖິງແກ່ມໍລະນະກຳ ວັນທີ່ 16 ມິຖຸນາ ຄ.ສ 1936 ລວມອາຍຸໄດ້ 68 ປີ.
ຕອນໄວເດັກ : ກຳພ້າພໍ່ມາແຕ່ນ້ອຍ ເຊິ່ງເປັນຊ່າງເຮັດເບາະຕັ່ງ ຕອນອາຍຸໄດ້ 5 ປີ ແມ່ໄປແຕ່ງດອງໃໝ່. ໄດ້ຍ່າເປັນຜູ້ເບິ່ງແຍງລ້ຽງດູ ຕ້ອງໄດ້ອອກຈາກໂຮງຮຽນຕັ້ງແຕ່ອາຍຸ 10 ປີ ເພື່ອທຳມາຫາລ້ຽງຊີບດ້ວຍການເຮັດວຽກໜັກເຊັ່ນ ເປັນເດັກຮັບໃຊ້ທຸກໆຢ່າງໃນຮ້ານຂາຍເກີບ, ຈັບນົກຂາຍ, ເຮັດວຽກໃນໂຮງລະຄອນ ເປັນຕົ້ນ. ຕ້ອງໃຊ້ຊີວິດດິ້ນຮົນ ອົດເຂົ້າອົດນ້ຳ ລຳບາກກາກກຳ ຈົນອາຍຸໄດ້ 15 ປີ ຈຶ່ງອອກຈາກບ້ານເກີດໄປເມືອງກາຊານດ້ວຍການຍ່າງ ເພື່ອຫວັງຈະໄດ້ເຂົ້າຮຽນໃນມະຫາວິທະຍາໄລ ແຕ່ກໍຜິດຫວັງ ແຕ່ວ່າໄດ້ສຶກສາຊີວິດຜູ້ຄົນທີ່ທຸກຍາກໃນເມືອງນັ້ນ ຖືວ່າເປັນການເຂົ້າຮຽນມະຫາວິທະຍາໄລຂອງໂລກແທນ ຈາກຄວາມທີ່ເຄີຍເປັນຄົນຮັກໜັງສືຢູ່ແລ້ວ ແລະມີຄວາມໄຝ່ຝັນ “ຂໍໃຫ້ຊີວິດໄດ້ໃຊ້ຊີວິດຢູ່ໃຫ້ສົມຄວນແກ່ຄວາມເປັນມະນຸດ” ຈຶ່ງຕັ້ງໃຈສຶກສາຮ່ຳຮຽນດ້ວຍຕົນເອງ ອຸທິດເວລາໃຫ້ແກ່ການອ່ານໜັງສືຂອງນັກປະພັນເອກຊາດຕ່າງໆ ໂດຍບໍ່ໃຫ້ເສຍໂອກາດ ຕ້ອງຊັດເຊພະເນຈອນໄປທົ່ວປະເທດຣັດເຊຍ ໃນທີ່ສຸດແລ້ວກໍໄດ້ຢຸດຢູ່ທີ່ເມືອງ ຄໍເຄຊັດ ໃນແຄ້ວນຕິຟຟລິສ.
ຊີວິດໄວໜຸ່ມ : ທ່ານໄດ້ເລີ່ມລົງມືການປະພັນເປັນຄັ້ງທຳອິດ ເມື່ອ ຄ.ສ 1892 (ອາຍຸ 24 ປີ) ດ້ວຍເລື່ອງນິ ຍາຍພື້ນເມືອງ ກໍໄດ້ຮັບຄວາມນິຍົມຕອບຮັບຈາກຜູ້ອ່ານທັນທີ ອອກຈາກແຄ້ວນຕິຟລິສ ກໍໄດ້ເດີນທາງກັບບ້ານເກີດພ້ອມດ້ວຍເມຍຊື່ ອອນກາ ທີ່ເປັນຄົນຮັກເກົ່າ ແຕ່ໄປມີຜົວແລ້ວເລີກກັນ ຢູ່ໄດ້ບໍ່ດົນກໍຕ້ອງແຍກທາງກັນ ເພາະວ່ານາງມີນິໄສມັກຄວາມຟຸມເຟືອຍ ທີ່ບ້ານເກີດນີ້ເອງ ທ່ານໄດ້ເຂົ້າເຮັດວຽກເປັນສະໝຽນຂອງສຳນັກທະນາຍຄວາມແຫ່ງໜຶ່ງ ພ້ອມໆກັບການຂຽນເລື່ອງລົງໜັງສືພິມໄປດ້ວຍ ບໍ່ດົນກໍຍ້າຍໄປຢູ່ເມືອງຊາມາຣາ ປັກຫລັກການຂຽນໜັງສືເປັນອາຊີບ ຈົນວ່ານາມປາກກາໄປປາກົດໃນໜັງສືພິມຄຽງບ່າຄຽງໄລ່ກັບນັກຂຽນທີ່ມີຊື່ສຽງ ແລ້ວກໍເດີນທາງກັບບ້ານເກີດອີກເທື່ອໜຶ່ງ ຕາມຄຳເຊີນ ຊວນໃຫ້ໄປຮ່ວມເຮັດວຽກໃນໜັງສືພິມນິດນິນອບ ກໍຣອດສະກີ ລິສຕ໌ອົດ ເລີ່ມສະສົມຄະແນນນິຍົມ ຈົນມີຖານະເປັນນັກຂຽນຄົນທຳອິດ ທີ່ຂຽນເຖິງຊີວິດຂອງຜູ້ຄົນທີ່ຢູ່ຕາມມຸມມືດ ແລະແຫ້ງແລ້ງ ນາມປາກກາກອກກີໂດດເດັ່ນຄຽງຂ້າງ ໂຕນສະໂຕຍ ແລະເຊຄົບແລ້ວໃນເວລານັ້ນ.
ຖືກຈັບກຸມຄຸມຂັງ : ຄັ້ງທີ 1 ດ້ວຍຂໍ້ຫາທີ່ວ່າ ຄົນງານຜູ້ກໍ່ການລົ້ມລັດຖະບານຄົນໜຶ່ງ ມີຮູບທີ່ກອກກີໃຫ້ໄວ້ ພ້ອມກັບລາຍເຊັນ ຖືກຄຸມຂັງທີ່ເມືອງຕິຟລິສ ເມື່ອຫລັກຖານມີບໍ່ພຽງພໍ ຈຶ່ງໄດ້ຮັບການປ່ອຍຕົວ. ຄັ້ງທີ 2 ດ້ວຍຂໍ້ຫາກໍ່ຄວາມບໍ່ສະຫງົບ ເນື່ອງມາຈາກວ່າ ໄດ້ເຫັນເຈົ້າໜ້າທີ່ຕຳຫລວດທຸບຕີຂະບວນການນັກສຶກສາ ທີ່ເດີນຂະບວນຄັດຄ້ານລັດຖະບານ ທີ່ເມືອງເຊນປິເຕີສະເບີກ ອັນເປັນເມືອງຫລວງຂອງຣັດເຊຍໃນເວລານັ້ນ ຈຶ່ງຂຽນບົດຄວາມໂຈມຕີລັດຖະບານ ປະຊາຊົນໄດ້ສະແດງປະຊາມະຕິຄັດຄ້ານການຈັບກຸມ ມີໂຕນສະໂຕຍເປັນຕົວຕັ້ງຕົວຕີ ຈົນຕ້ອງຖືກປ່ອຍໂຕ ແຕ່ຍັງຄົງຢູ່ໃນຄວາມຄວບຄຸມເບິ່ງແຍງແລະກັກກັນບໍລິເວນ ແລະຖືກສົ່ງຕົວໄປຍັງເມືອງອາຊາມາສ ເຊິ່ງເປັນເມືອງນ້ອຍໆ ແລະງຽບສະຫງົບ ພໍດີກັບເວລານັ້ນ ກອກກີສຸຂະພາບບໍ່ດີ ມີອາການເຈັບປ່ວຍ ປະຊາຊົນຈຶ່ງລວມພະລັງກັນຄັດຄ້ານ ຈົນທ່ານເລນິນໄດ້ຂຽນບົດຄວາມລົງໜັງສືພິມ ເຖິງປີ ຄ.ສ 1905 ຈຶ່ງໄດ້ຮັບອິດສະລະພາບ ຄັ້ງທີ 3 ຖືກຈັບດ້ວຍຂໍ້ຫາເປັນກະບົດຕໍ່ບ້ານເມືອງ ເພາະໄດ້ເຂົ້າຮ່ວມຂະບວນການປະຕິວັດຄັ້ງທຳອິດຂອງຣັດເຊຍ ຖືກຄຸມຂັງໃນຄຸກເຊນປິເຕີແອນປອນ ເຊິ່ງເປັນຄຸກທີ່ຄຸມຂັງຜູ້ກໍ່ກະບົດໂດຍສະເພາະ ແຕ່ດ້ວຍລິດເດດແຮງປະທ້ວງຈາກນານາຊາດທົ່ວທຸກສາລະທິດເຂົ້າມາຍັງຣັດເຊຍ ຈຶ່ງມີການປ່ອຍຕົວ.
ລີ້ໄພອອກຈາກປະເທດ : ໄປອາໄສຢູ່ທີ່ ເມືອງນິວຢອກ ສະຫະລັດອະເມຣິກາ ແຕ່ກໍຍັງຄົງດຳເນີນການປະທ້ວງລັດຖະບານຂອງພະເຈົ້າຊາທຸກວິທີທາງ ເປັນຕົ້ນວ່າ ປາຖະກະຖາຕາມທີ່ສາທາລະນະ, ຂຽນບົດຄວາມລົງໜັງສືພິມ ແລະບ່ອນນີ້ເອງ ທີ່ບົດປະພັນເລື່ອງ “ແມ່” ໄດ້ກຳເນີດຂຶ້ນ ຕໍ່ມາປີ ຄ.ສ 1907 ຍົກຍ້າຍໄປຢູ່ເກາະຄາປຣີໃນອິຕາລີ ໄດ້ເຂົ້າຮ່ວມປະຊຸມພັກໂຊຊຽນເດໂມແຄັດ ຂອງຣັດເຊຍຄັງທີ 5 ທີ່ກຸງລອນດອນ ເລນິນກ່າວວ່າ “ເຂົາເປັນສິນລະປິນຜູ້ຊ່ຽວຊານທາງອັກສອນສາດ ຜູ້ໄດ້ປະກອບ ສ່ວນວຽກງານເພື່ອຊົນຊັ້ນຄົນງານທົ່ວໂລກ”.
ກັບເຂົ້າປະເທດ : ປີ ຄ.ສ 1913 ລັດຖະບານພະເຈົ້າຊາ ໄດ້ອອກນິລະ ໂທດສະກຳນັກການເມືອງ ຈຶ່ງໄດ້ຖືກຂໍຮ້ອງໃຫ້ກັບ ໄດ້ພັກທີ່ກຸງເຊນປິເຕີສະເບີກອີກເທື່ອໜຶ່ງ.
ຊີວິດໄວຊະລາ: ໄດ້ສ້າງຜົນງານທາງວັນນະກຳຂຶ້ນຢ່າງຫລວງຫລາຍ ໄດ້ຮັບຫລຽນໄຊເລນິນ ເມື່ອປີ ຄ.ສ 1928 ປີ ຄ.ສ 1932 ລັດຖະບານຂອງສະຫະ ພາບໂຊວຽດ ໄດ້ຈັດງານຄົບຮອບປີທີ່ 40 ວັນນະກຳຂອງກອກກີ ຂະນະນັ້ນອາຍຸໄດ້ 64 ປີ ເຖິງປີ ຄ.ສ 1936 ໄດ້ເຈັບປ່ວຍລົງຢ່າງໜັກ ວ່າກັນວ່າ ທ່ານຖືກວາງຢາພິດແລະເຖິງແກ່ມໍລະນະກຳໃນປີນັ້ນເອງ ການສູນເສຍນັກປະພັນຜູ້ຍິ່ງໃຫຍ່ ຜູ້ທີີ່ວາດພາບດ້ວຍຕົວອັກສອນຊີ້ໃຫ້ເຫັນຄວາມທຸກຍາກລຳບາກ ແລະຊ່ອຍສະ ຖາປະນາຊີວິດຂອງເຂົາໃຫ້ດີຂຶ້ນ ແລະເປັນຜູ້ເຕັມລົ້ນດ້ວຍມະນຸດຊະຍະທຳ ທ່ານຈຶ່ງໄດ້ຮັບການສະດຸດີທາງດ້ານກຽດ ແລະຊື່ສຽງໄປທົ່ວໂລກ.
(ຮູບໂດ່ງດັງໃນປະຫວັດສາດ ຜູ້ຢືນທາງຂວາແມ່ນທ່ານແລບ ໂຕນສະໂຕຍ ແລະທາງຊ້າຍແມ່ນ ທ່ານມາກຊິມ ກອກກີ)
ວິເຄາະເລື່ອງ “ແມ່”
ນະວະນິຍາຍເລື່ອງ “ແມ່” ຂອງມາກຊິມ ກອກກີ ນັກປະພັນຜູ້ຍິ່ງໃຫຍ່ຂອງຣັດເຊຍ ນັບວ່າເປັນວັນນະຄະດີທີ່
ຍິ່ງໃຫຍ່ທີ່ສຸດເລື່ອງໜຶ່ງ ທັງຂອງຣັດເຊຍແລະຂອງໂລກ ຄວາມຍິ່ງໃຫຍ່ຂອງນະວະນິຍາຍເລື່ອງນີ້ ຢູ່ທີ່ເນື້ອຫາຂອງເລື່ອງເຊິ່ງໄດ້ຖ່າຍທອດຊີວິດການຕໍ່ສູ້ຂອງຄົນງານຣັດເຊຍ ໃນຍຸກສະໄໝໜຶ່ງອອກມາ ແລະກໍເປັນການຖ່າຍທອດທີ່ມີຄວາມງົດງາມຢ່າງສົມບູນໃນແງ່ຂອງສິປະລະການປະພັນນຳດ້ວຍ ເຮົາອາດເວົ້າໄດ້ວ່າ ມາກຊິມ ກອກກີ ເປັນນັກປະພັນຄົນທຳອິດທີ່ຖ່າຍທອດຊີວິດຄົນງານໃຫ້ເຮົາໄດ້ເຫັນ ບໍ່ສະເພາະແຕ່ພຽງໃນຖານະທີ່ເປັນເຫຍື່ອແຫ່ງຄວາມບໍ່ຍຸຕິທຳຂອງສັງຄົມເທົ່ານັ້ນ ຫາກແຕ່ວ່າຍັງເປັນຂຸມຊັບອັນຍິ່ງໃຫຍ່ທີ່ສາມາດສ້າງປະຫວັດສາດ ທັງໃນການປົດແອກຕົນເອງ ແລະຄົງໄວ້ເຊິ່ງສົມບັດອັນລ້ຳຄ່າທາງວັດຖຸ ແລະທາງພູມປັນຍາທີ່ມະນຸດຊາດໄດ້ສັ່ງສົມມາ ຕະຫລອດໄລຍະເວລາອັນຍາວນານຂອງປະຫວັດສາດນຳດ້ວຍ.
ນະວະນິຍາຍເລື່ອງ “ແມ່” ນີ້ ທ່ານມາກຊິມ ກອກກີ ໄດ້ຂຽນຂຶ້ນຈາກເຫດການຕ່າງໆທີ່ເປັນຈິງ ຈາກການເດີນ
ຂະບວນກຳມະກອນລັດເຊຍ ໃນຊໍໂມໂວ ເນື່ອງໃນວັນເມເດ ຄ.ສ 1902 ການເຄື່ອນໄຫວຕໍ່ສູ້ຂອງອົງການຈັດຕັ້ງຂອງພັກສັງຄົມປະຊາທິປະໄຕ (ພາຍຫລັງເປັນພັກໂບນເຊວິກ). ແລະການພິຈາລະນາຄະດີສະມາຊິກພັກ ພາຍຫລັງການເດີນຂະບວນຖືກປາບປາມລົງ ກອກກີ ເຄີຍກ່າວເຖິງທີ່ມາຂອງນະວະນິຍາຍເລື່ອງນີ້ວ່າ “ຂ້າພະເຈົ້າເກີດຄວາມຄິດທີ່ຈະຂຽນນະວະນິຍາຍກ່ຽວກັບຄົນງານຂຶ້ນ ໃນເມືອງນິດນີນອບ ໂກຣ໊ອດ ຫລັງຈາກການເດີນຂະບວນທີ່ຊໍໂມໂວ ຈຶ່ງໄດ້ຮວບຮວມວັດຖຸດິບ ແລະບັນທຶກເລື່ອງລາວເອົາໄວ້ຕັ້ງແຕ່ໃນຕອນນັ້ນ” ແຕ່ຢ່າງໃດກໍດີ ໃນການຂຽນນະວະນິຍາຍ ຜູ້ປະພັນຈຳເປັນຕ້ອງເອົາເຫດການທີ່ເກີດຂຶ້ນ ແລະຕົວບຸກຄົນຕ່າງໆທີ່ກ່ຽວຂ້ອງມາສ້າງຂຶ້ນໃໝ່ ໂດຍອາໄສສິລະປະການປະພັນຂອງຕົນ ອັດສະລິຍະພາບຂອງກອກກີນັ້ນ ແມ່ນມີມາແຕ່ດົນນານແລ້ວ ເຊິ່ງປາແວນ ແລະແມ່ຄື ຍອດ ຊາໂລມອບ ໄດ້ຖືກຖ່າຍທອດອອກມາເປັນນະວະນິຍາຍ ທີ່ສາມາດໃຫ້ຄວາມບັນເທີງ ແລະປະທັບໃຈໃຫ້ແກ່ຜູ້ອ່ານທັງຫລາຍ ໂດຍສະເພາະຢ່າງຍິ່ງກໍແມ່ນຄົນເຮັດວຽກເຮັດງານໃນຣັດເຊຍ ແລະທົ່ວໂລກ. ນະວະນິຍາຍເລື່ອງນີ້ ເຮົາສາມາດເວົ້າໄດ້ວ່າ ເປັນຜົນງານສິລະປະອັນຍອດຢ້ຽມແລະຍອດຍິ່ງ ທີ່ສະທ້ອນໃຫ້ເຫັນເຖິງພາບອັນແຈ່ມແຈ້ງ ແລະຊັດເຈນວ່າ ລັກສະນະຂອງການຕໍ່ ສູ້ຂອງກຳມະກອນຣັດເຊຍໃນໄລຍະທຳອິດ ແລະນຳໄປສູ່ການປະຕິວັດໃນປີ ຄ.ສ 1905 ເຖິງວ່າຈະປະສົບກັບຄວາມຫລົ້ມແຫລວໃນຕອນປາຍ ແຕ່ກໍໄດ້ນຳມາເຊິ່ງໄຊຊະນະອັນຍິ່ງໃຫຍ່ເໜືອອື່ນໃດ ໃນປີ ຄ.ສ 1917.
ເມື່ອເຮົາຍ້ອນເບິ່ງປະຫວັດແລ້ວ ນະວະນິຍາຍເລື່ອງນີ້ ຖືກພິມອອກຈຳໜ່າຍເມື່ອປີ ຄ.ສ 1907 ໃນການຂຽນນະວະນິຍາຍເລື່ອງນີ້ ທ່ານມາກຊິມ ກອກກີ ມີອາຍຸໄດ້ 30 ປີແລ້ວ ເຊິ່ງເພິ່ນໄດ້ອຸທິດເວລາແລະເຫື່ອແຮງມາໄດ້ 15 ປີ ໃນການສ້າງສັນວັນນະຄະດີ ທັງນະວະນິຍາຍ, ເລື່ອງສັ້ນ ແລະບົດລະຄອນ ແລະເພິ່ນກໍໄດ້ເຂົ້າຮ່ວມໃນການຕໍ່ສູ້ ຈົນຖືກຈັບກຸມຄຸມຂັງມາແລ້ວ ທີ່ຫລາຍກໍຄື ປະສົບການຈາກຊີວິດແຕ່ຕອນເປັນເດັກນ້ອຍມາຈົນເຖິງໄວໜຸ່ມ ອັນແສນລ້ຳຄ່າເໜືອສິ່ງອື່ນໃດ ໃນຖານະທີ່ກອກກີເປັນລູກຂອງກຳມະກອນ ພໍ່ຕ້ອງມາເສຍຊີວິດຕັ້ງແຕ່ຍັງນ້ອຍ ເຮັດໃຫ້ຊີວິດຕ້ອງໄດ້ພົບໄດ້ຜ່ານຄວາມອົດຢາກຍາກແຄ້ນ ຄຸ້ນເຄີຍຄຸກຄີຢູ່ກັບຊີວິດຂອງບັນດາກຳມະກອນຜູ້ຍາກໄຮ້ທັງຫລາຍ ແລະກໍເຄີຍຊັດເຊພະເນຈອນໄປທົ່ວປະເທດຣັດເຊຍ ດັ່ງທີ່ມີຂໍ້ຄວາມປາກົດໃນລາຍງານຂອງແຟ້ມຕຳຫລວດລັບສະໄໝພະເຈົ້າຊາ ທີ່ໄດ້ເວົ້າເຖິງກອກກີວ່າ “…ເປັນຜູ້ທີ່ມີຄວາມຄິດເປັນພິດເປັນໄພຕໍ່ລະບອບພະເຈົ້າຊາຄົນນີ້ ເຄີຍເດີນທາງດ້ວຍຕີນເປົ່າ ເດີນທາງໄປທົ່ວທັງປະເທດຣັດເຊຍ”
ແມ່ ຂອງກອກກີເປັນຜູ້ຍິງທຳມະດາໆ ພາຍໃຕ້ແອກປົກຄອງຂອງລະບອບເກົ່າ ເຊິ່ງບໍ່ໄດ້ແຕກຕ່າງໄປຈາກແມ່ຂອງຄົນງານທັງຫລາຍນັບໝື່ນນັບແສນ ທີ່ຕ້ອງລຳບາກກາກກຳເຮັດວຽກທັງໃນຖານະຄົນງານ ແລະໃນຖານະທີ່ຕ້ອງຖືກກົດຂີ່ທາງເພດ ຕະຫລອດຊີວິດຂອງແມ່ ມີແຕ່ວຽກໜັກ ແລະຄວາມຢ້ານກົວທີ່ບໍ່ອາດຫລີກລ້ຽງໄດ້ ຈາກການຖືກຕົບຕີເປັນປະຈຳຂອງຜົວຂີ້ເມົາ ເຊິ່ງນຳເອົາຄວາມເຈັບແຄ້ນທີ່ຕົນມີຕໍ່ສັງຄົມ ແລະໂລກມາລະບາຍໃສ່ເມຍຂອງຕົນເອງ. ໃນອະດີດຂອງແມ່ນັ້ນ ຖືກລືມໄປຈົນໝົດ ແລະອະນາຄົດກໍບໍ່ເຄີຍນຶກເຫັນ ແຕ່ເມື່ອ ປາແວນ ລູກຊາຍຂອງແມ່ ເລີ່ມມີຄວາມສຳນຶກທາງດ້ານການເມືອງ ແລະເຂົ້າຮ່ວມໃນການຕໍ່ສູ້ ແມ່ກໍໄດ້ຢືນຢູ່ຄຽງຂ້າງກັບລູກຊາຍ ຄວາມຄິດຂອງແມ່ເອງກໍເລີ່ມຄ່ອຍໆຊຶມຊັບ, ດຶງດູດໄປກັບລູກຊາຍພ້ອມ ຈາກນັ້ນມາວິຖີຊີວິດຂອງແມ່ຈຶ່ງໄດ້ແຕກຕ່າງໄປຈາກກຳມະກອນທຳມະດາໆທັງຫລາຍ ທີ່ຈະຕ້ອງລຳບາກກາກກຳຢູ່ກັບວຽກກັບງານ ເອົາຮ່າງກາຍຮອງຮັບມືຕີນຂອງຜົວ ແລ້ວກໍລາລັບຕາຍຈາກໂລກນີ້ໄປ ແມ່ໄດ້ກ້າວກະໂດດຈາກຕໍ່ສູ້ເທື່ອລະຂັ້ນຕອນໆໄປ ຈາກແມ່ນີ້ເອງທີ່ເຮັດໃຫ້ບັນດາສະຫາຍຂອງປາແວນຕ່າງກໍສຳຜັດໄດ້ເຖິງ ຄວາມຮັກກັນເໝືອນພີ່ນ້ອງຂອງກຳມະກອນທັງຫລາຍ ດັ່ງຄຳເວົ້າຂອງອັງເດີເພື່ອສະໜິດທີ່ສຸດຂອງປາແວນທີ່ວ່າ “ເຮົາທັງຫລາຍເປັນລູກຂອງແມ່ດຽວກັນ ທຸກຄົນຮ້ອນແຮງຢູ່ໃນແປວໄຟແຫ່ງຄວາມສັດທາ ໃນຄວາມຮັກກັນເໝືອນພີ່ນ້ອງຂອງກຳມະກອນທົ່ວທັງໂລກນີ້ ທີ່ບໍ່ມີໃຜທີ່ຈະມາເອົາຊະນະໄດ້”.
ເລື່ອງຂອງແມ່ນີ້ ປະກອບດ້ວຍສອງພາກດ້ວຍກັນ ເຊິ່ງເປັນບົດປະພັນທີ່ໜາຫລາຍ ເມື່ອເຮົາອ່ານໃນແຕ່ລະຕອນແລ້ວ ເຮົາອາດຈະຈຳແນກໄດ້ເປັນແຕ່ລະຂັ້ນຕອນດັ່ງນີ້ :
ຂຶ້ນຕົ້ນແຮກເລີ່ມ ເຮົາຈະສຳຜັດໄດ້ເຖິງຊີວິດຂອງກຳມະກອນ ທີ່ເຮັດວຽກຢູ່ໃນໂຮງງານອັນໃຫຍ່ໂຕ ຫວູດຂອງມັນຈະແຜດສຽງດັງແຮງຈົນແສບແກ້ວຫູ ແລ້ວສົ່ງສຽງໄປຈົນທົ່ວໃນບໍລິເວນນັ້ນ ທ່າມກາງອາກາດທີ່ມຶດຕຶບ ປະ ກອບໄປດ້ວຍຄວັນພິດໄຫລຫລັ່ງອອກຈາກໂຮງງານບໍ່ຂາດສາຍ ເຊິ່ງສະແດງໃຫ້ເຮົາເຫັນເຖິງ ປະເທດຣັດເຊຍກຳລັງຍ່າງກ້າວເຂົ້າສູ່ຍຸກນາຍທຶນ ທີ່ມີນາຍທຶນເປັນເຈົ້າຂອງພາຫະນະແຫ່ງການຜະລິດແຕ່ພຽງຜູ້ດຽວ ພາກັນກົດຂີ່ຂົ່ມເຫັງປະຊາ ຊົນຜູ້ທຸກຍາກ ຜູ້ບໍ່ມີອັນຈະກິນ ໃຫ້ລຳບາກລົງກວ່າເກົ່າ ເຊິ່ງມີບາງຕອນທຳອິດເຮົາຈະຮູ້ເຫັນເຖິງການຕັ້ງຄຳຖາມຂອງແມ່ທ້າວປາແວນວ່າ “ມັນແປອີຫລີ! ປະຊາຊົນຜູ້ໃຊ້ແຮງງານ ມີຊີວິດທີ່ຍາກແຄ້ນແສນລຳເຄັນ ໄຮ້ຄວາມເປັນທຳຢ່າງນີ້ ກັບກາຍເປັນຜູ້ທີ່ມີຄວາມເມດຕາກະລຸນາ” ນີ້ມັນສະແດງໃຫ້ເຫັນເຖິງການຕັ້ງຄຳຖາມກັບຊີວິດ ວ່າເປັນຫຍັງປະຊາຊົນຄົນຊັ້ນຕໍ່າ ຈຶ່ງຖືກການກົດຂີ່ຂູດຮີດຈາກນາຍທຶນ ແລະເປັນຫຍັງຄົນທີ່ຢູ່ຕໍ່າ ຊ້ຳພັດວ່າ ຈິດໃຈມີຄວາມສູງສົ່ງກວ່າຄົນທີ່ຢູ່ສູງ.
ເມື່ອທ້າວປາແວນໄດ້ເຂົ້າຮ່ວມກັບຂະບວນການປະຕິວັດແລ້ວ ລາວໄດ້ນຳພາປະຊາຊົນທີ່ເຮັດວຽກຢູ່ຕາມໂຮງ ງານລຸກຂຶ້ນປະທ້ວງ ແລະທຳການຕໍ່ສູ້ ດັ່ງຄຳເວົ້າຂອງລາວຕອນໜຶ່ງທີ່ວ່າ “ເຮົາກຳມະກອນຕ້ອງສຶກສາ ເຮົາຕ້ອງຄົ້ນຫາ ແລະເຂົ້າໃຈໃຫ້ໄດ້ວ່າ ເປັນຫຍັງຊີວິດຂອງພວກເຮົາຈຶ່ງຕົກລະກຳລຳບາກຄືແນວນີ້” ແລະ “ເຮົາຕ້ອງຈູດແສງສະຫວ່າງແຫ່ງເຫດຜົນຂຶ້ນໃນຕົວເຮົາ ເພື່ອໃຫ້ບັນດາຜູ້ທີ່ກຳລັງຕໍ່ສູ້ຢູ່ໃນຄວາມມືດໄດ້ເບິ່ງເຫັນ” ນັກປະພັນມາກຊິມ ກອກກີ ໄດ້ພັນລະນາໃຫ້ຕົວລະຄອນ ທ້າວປາແວນເປັນຜູ້ນຳ ເພື່ອນຳພາປະຊາຊົນກຳມະກອນໃຫ້ມີແນວຄິດຕໍ່ສູ້ ຊີ້ນຳທິດທາງອັນຖືກຕ້ອງໃຫ້ພວກເຂົາໄດ້ຍ່າງຕາມໄປສູ່ແສງສະຫວ່າງ ນັ້ນກໍຄືໄດ້ນຳເອົາລັດທິສັດຈະທັດສັງຄົມນິຍົມ ມາເຜີຍແຜ່ໃຫ້ແຊກຊຶມເຂົ້າໃນແນວຄິດແລະຈິດໃຈຂອງປະຊາຊົນກຳມະກອນ. ດັ່ງຄຳເວົ້າອັນເດັດດ່ຽວຂອງປາແວນລຸ່ມນີ້ທີ່ວ່າ
“ເຮົາໄດ້ຕົກລົງແລ້ວວ່າ ມື້ນີ້ເຮົາຈະປະກາດຕົວເອງຢ່າງເປີດເຜີຍວ່າ ເຮົາເປັນໃຜ? ແລະຍົກທຸງແຫ່ງໄຊຊະນະຂອງເຮົາຂຶ້ນ ມັນຄືທຸງແຫ່ງເຫດຜົນ ຄວາມຍຸຕິທຳ ແລະເສລີພາບ”
ໃນນະວະນິຍາຍເລື່ອງນີ້ ເຮົາຈະຮູ້ແລະເຫັນເຖິງຄວາມສຳພັນອັນດູດດື່ມລະຫວ່າງແມ່ກັບລູກ ມັນເປັນຄວາມຮັກອັນບໍລິສຸດເໜືອສິ່ງອື່ນໃດ? ມີອັນໃດທີ່ບໍ່ເຂົ້າໃຈກັນ ທັງສອງຈະລົມຈະເວົ້າກັນດ້ວຍເຫດຜົນ ຄືກັບຕອນທີ່ທ້າວປາແວນ ຍັງເປັນກຳມະກອນຕິດເຫລົ້າເມົາຢາຢູ່ນັ້ນ ແມ່ຜູ້ບັງເກີດເກົ້າກໍຍັງເຮັດໃຫ້ລູກຢຸດເຊົາຈາກສິ່ງເຫລົ່ານັ້ນໄດ້ ເຊິ່ງແມ່ອະທິບາຍດ້ວຍເຫດແລະຜົນ ຈົນເຮັດໃຫ້ລູກເຂົ້າໃຈຢ່າງແຈ່ມແຈ້ງວ່າ ມັນເປັນສິ່ງທີ່ບໍ່ດີ ແລະເຮົາຄວນຈະລະຖິ້ມປະປ່ອຍມັນໄປ.
ເມື່ອທ້າວປາແວນໄດ້ເຂົ້າຮ່ວມກັບການປະຕິວັດນັ້ນ ເຂົາໄດ້ປ່ຽນໄປເປັນຄົນລະຄົນ ເລີ່ມມີໝູ່ທີ່ມີໜ້າຕາບໍ່ແມ່ນຄົນໃນເຂດນັ້ນມາຫາຢູ່ເລື້ອຍໆ ເຊິ່ງເຮັດໃຫ້ແມ່ຂອງເຂົາມີຄວາມສົງໄສ ແລະຫວັ່ນໄຫວຄອນແຄນກັບກະທຳຂອງປາແວນ ແຕ່ທ້າຍທີ່ສຸດແລ້ວ ປາແວນກໍໄດ້ອະທິບາຍດ້ວຍຄຳເວົ້າອັນສຸພາບຮຽບຮ້ອຍກັບແມ່ວ່າ “ທຸກຄົນຍ່ອມຮັກໃນສິ່ງທີ່ໃກ້ຊິດຕົນ ແຕ່ສິ່ງຢູ່ຫ່າງໄກ ກໍຍ່ອມເໝືອນໃກ້ກັນ ຖ້າຫາກຫົວໃຈຂອງເຮົາໃຫຍ່ພໍ ແມ່ຕ້ອງເຮັດໃນສິ່ງທີ່ຍິ່ງໃຫຍ່ໄດ້ ເພາະແມ່ມີຄວາມຮັກຂອງແມ່ອັນຍິ່ງໃຫຍ່ຢູ່ໃນເຮືອນກາຍ”.
ເມື່ອຕອນສຸດທ້າຍຂອງເລື່ອງ ຄຳເວົ້າຂອງແມ່ຈະເຮັດໃຫ້ໄດ້ຮູ້ເຖິງ ຄວາມຫວັງອັນຍິ່ງໃຫຍ່ຂອງແມ່ທີ່ຈະເຮັດໃຫ້ຊົນຊັ້ນກຳມະກອນໃນໂລກນີ້ ຫລອມລວມກາຍເປັນອັນໜຶ່ງອັນດຽວກັນ ນັ້ນກໍຄື ສິ່ງທີ່ແອບແຝງຢູ່ຂອງເນື້ອໃນ ທີ່ນັກປະພັນມາກຊິມ ກອກກີຢາກເວົ້າສື່ສານເຖິງຄົນອ່ານ ເພື່ອໃຫ້ກຳມະກອນໃນໂລກນີ້ ມີຄວາມຮັກແພງກັນ ແລະກາຍເປັນຊົນຊັ້ນຫລັກຂອງສັງຄົມ ເພາະກຳມະກອນແມ່ນຄົນທີ່ສ້າງສັນທຸກສິ່ງຢ່າງຂຶ້ນມາ ໂບດ, ໂຮງງານ, ຕຶກສູງຍາວສຽດຟ້າ, ເງິນຕາ ແລະອື່ນໆ… ດັ່ງນັ້ນ ຈຶ່ງເວົ້າໄດ້ວ່າ ກຳມະກອນແມ່ນແມ່ພິມຂອງທຸກໆສັງຄົມໃນໂລກໃບນີ້.
ຜ່ານການວິເຄາະຜ່ານມານັ້ນ ສະແດງໃຫ້ພວກເຮົາໄດ້ຮູ້ວ່າ ນະວະນິຍາຍເລື່ອງແມ່ນີ້ ສ່ອງແສງໃຫ້ເຫັນທຸກມຸມມອງຢ່າງລະອຽດທີ່ສຸດກ່ຽວກັບກຳມະກອນ ບໍ່ວ່າຈະເປັນບັນຫາໃນການດຳລົງຊີວິດທີ່ທຸກຍາກລຳບາກ, ຄວາມບໍ່ເຂົ້າອົກເຂົ້າໃຈລະຫວ່າງກັນແລະກັນ, ບັນຫາການຂູດຮີດແຮງງານຂອງນາຍທຶນ ແລະແສງສະຫວ່າງທາງອອກຂອງກຳມະ ກອນນັ້ນກໍຄື ທິດສະດີມາກເລນິນນັ້ນເອງ. ເລື່ອງແມ່ນີ້ ຖືວ່າເປັນນະວະນິຍາຍເລື່ອງທຳອິດຂອງໂລກທີ່ເວົ້າເຖິງກຳມະ ກອນໂດຍແທ້ ມັນກາຍເປັນຮາກເຫງົ້າຂອງແນວການຂຽນ “ອັດຖະສັງຄົມນິຍົມ” ດັ່ງຄຳເວົ້າຂອງສອງຜູ້ນຳທີ່ຍິ່ງໃຫຍ່ຂອງໂຊວຽດດັ່ງລຸ່ມນີ້ :
ທ່ານ ວ. ອີ ເລນິນ “ນະວະນິຍາຍເລື່ອງແມ່ນີ້, ເປັນນະວະນິຍາຍແຫ່ງຊົນຊັ້ນກຳມາຊີບ ເລື່ອງທຳອິດ ແລະເປັນຕົ້ນແບບ ແລະຮາກເຫງົ້າຂອງວັນນະກຳແບບ “ອັດຖະສັງຄົມນິຍົມ”
ທ່ານ ໂຈເຊບ ສະຕາລິນ “ມາກຊິມ ກອກກີ ປຽບເໝືອນ ວິສະວະກອນຜູ້ສ້າງຈິດວິນຍານແຫ່ງຄວາມເປັນມະນຸດ”
ຂໍ້ມູນອ້າງອີງ :
ຮູບ :
https://www.google.com/search?q=maxim+gorky&client=firefox-b&source=lnms&tbm=isch&sa=X&ved=0ahUKEwjIgKXy0P7MAhUmT48KHUy2C1AQ_AUIBygວປາB&biw=1280&bih=663#imgrc=dRXjZ5Uk02_ROM%3A
https://www.google.com/search?q=Nizhny-Novgorod&client=firefox-b&biw=1280&bih=663&source=lnms&tbm=isch&sa=X&ved=0ahUKEwiEobC3zv7MAhXLso8KHWs3DYUQ_AUICCgC#imgrc=dF-ohaaS6MyThM%3A
ບົດຄວາມນີ້ ເຄີຍເປັນບົດລາຍງານມາແລ້ວ
ວິຊາ ກ໋ອກກີ ແລະບົດປະພັນແມ່
ສອນໂດຍ : ອຈ ມອນສີ
ຂຽນໂດຍ : ທ້າວ ບຸນສົ່ງ ແກ້ວບົວສາຍ
ນາງເມີ ວິມະນີ
ນາງເພັດອິນ ອິນບູລົມ