spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານທີ່ມີປະໂຫຍດ ແລະ ຊ່ວຍໃຫ້ອາລົມດີຂຶ້ນດ້ວຍ.

ອາຫານທີ່ມີປະໂຫຍດ ແລະ ຊ່ວຍໃຫ້ອາລົມດີຂຶ້ນດ້ວຍ.

Published on

ວັນເສົາເປັນວັນພັກວຽກຂອງຫຼາຍຄົນ ມື້ນີ້ເຮົາເລີຍບໍ່ພາດທີ່ຈະມາເວົ້າເລື່ອງຂອງກິນ ແລະ ຄຸນປະໂຫຍດທີ່ໄດ້ຈາກຂອງກິນເຫຼົ່ານີ້ ວັນນີ້ທາງເຮົາຈະເອົາເມນູໃດແນ່ມານຳສະເໜີເຮົາມາອ່ານກັນເລີຍ

Status-image9841. ໝາກໂມ: ຈະມີທາດເຢັນຈາກນ້ຳ ແລະ ມີອາຈິນິນທີ່ເປັນສານຊ່ວຍໃຫ້ຫຼອດເລືອດຂະຫຍາຍ ແລະ ເຮັດໃຫ້ຮ່າງກາຍສົດຊື່ນ. ນອກນີ້, ຍັງມີໄລໂຄປິນທີ່ຊ່ວຍຫຼຸດຜ່ອນຄວາມຕືງຄຽດໄດ້ດີ ແລະ ຍັງມີຈຳພວກໝາກແຕງ, ໝາກແຄນຕາລູບ ແລະ ໝາກແຕງຫອມອື່ນໆກໍ່ມີຄຸນສົມບັດຄ້າຍຄືກັນ.

1438918926-e0b8aae0b9-o2. ຕຳສົ້ມຕ່າງໆ: ຈະມີກົດເຜັດຢູ່ເປັນຈຳນວນຫຼາຍໃນໜ່ວຍໝາກເຜັດ ເຊິ່ງກົດເຜັດນີ້ເອງທີ່ຊ່ວຍຊັກນຳໃຫ້ສານແຫ່ງຄວາມສຸກໃນສະໝອງໃຫ້ຫຼັ່ງອອກມາຈົນເປັນທີ່ພໍໃຈ.

pixysrubor6 (1)3. ໃບຂີ້ເຫຼັກ, ຜັກກະເດົາ ແລະ ໝາກຜັກໄຊ່: ຈະຊ່ວຍລະງັບອາການຊືມເສົ້າໂດຍສະເພາະແມ່ນສານບາຣາຄອນໃນໃບຂີ້ເຫຼັກ.

13404. ນ້ຳເຜິ້ງ: ເປັນສານອາຫານອາລົມດີເມື່ອກິນແລ້ວສານນ້ຳຕານຟຣຸກໂຕສໃນນ້ຳເຜິ້ງຈະຊ່ວຍໃ້ອາລົມດີ, ສະບາຍໃຈ ແລະ ມີພະລັງ.

74335. ສາລີ, ເຂົ້າໜົມທີ່ເຮັດດ້ວຍໝາກຖົ່ວ, ໝາກງາ, ເຂົ້າ ແລະ ທັນຍະພືດ: ຈະມີທາດອາລົມດີທີ່ມີຊື່ວ່າທຣິປໂຕແຟນເປັນຈຳນວນຫຼາຍ ແລະ ຈະປ່ຽນໄປເປັນສານເຄມີອາລົມດີຊື່ຊີໂຣໂທນິນ. ສ່ວນໃຜມີເຄມີດີໆແບບນີ້ຫຼາຍໆກໍ່ເຮັດໃຫ້ເປັນສຸກໃຈ, ແກ້ເຈັບຫົວ, ປົວລຳໄສ້ຜິດປົກກະຕິ, ຊ່ວຍຕ້ານອາການຊືມເສົ້າ ແລະ ຊ່ວຍແກ້ຄວາມຊຸດໂຊມຂອງສັງຂານຕາມໄວອາຍຸ.

 

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...