spot_img
Homeຂ່າວຕ່າງປະເທດບໍ່ມີຄວາມເສຍຫາຍຈາກແຜ່ນດິນໄຫວອິນໂດເນເຊຍ

ບໍ່ມີຄວາມເສຍຫາຍຈາກແຜ່ນດິນໄຫວອິນໂດເນເຊຍ

Published on

ສຳນັກງານຄວບຄຸມໄພພິບັດອິນໂດເນເຊຍຖະແຫຼງວ່າ ຍັງບໍ່ມີລາຍງານຄວາມເສຍຫາຍ ຫຼື ຜູ້ບາດເຈັບ ແລະ ບໍ່ມີປະກາດເຕືອນໄພຄື້ນຍັກສຶນາມິ ພາຍຫຼັງເກີດແຜ່ນດິນໄຫວຮຸນແຮງຂະໜາດ 6,2 ບໍລິເວນຝັ່ງທາງພາກກາງຂອງອິນໂດເນເຊຍມື້ນີ້.

ສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດລາຍງານວ່າ ເກີດແຜ່ນດິນໄຫວໃຕ້ທະເລຫ່າງໄປປະມານ 300 ກິໂລແມັດ ທາງໃຕ້ຂອງເກາະລອມບອກແຫຼ່ງທ່ອງທ່ຽວທີ່ນິຍົມຂອງອິນໂດເນເຊຍເມື່ອເວລາປະມານ 12:13 ໂມງ ຕາມເວລາທ້ອງຖິ່ນ ຫຼື 11:13 ຕາມເວລາໃນບ້ານເຮົາ ແລະ ຢູ່ເລິກລົງໄປ 29 ກິໂລແມັດ, ສຳນັກງານຄວບຄຸມໄພພິບັດອິນໂດເນເຊຍກ່າວວ່າ ເຈົ້າໜ້າທີ່ໄດ້ກວດສອບຜົນກະທົບຈາກແຜ່ນດິນໄຫວແລ້ວ ໂດຍມີລາຍງານວ່ານັກທ່ອງທ່ຽວເທິງເກາະບາຫຼີຕື່ນຕົກໃຈເລັກນ້ອຍ ເຈົ້າໜ້າທີ່ອິນໂດເນເຊຍກ່າວວ່າ ແຜ່ນດິນໄຫວຢູ່ໃນລະດັບຮຸນແຮງ ແລະ ກິນເວລາປະມານ 3-4 ວິນາທີ ແຕ່ບໍ່ເຮັດໃຫ້ຕ້ອງປະກາດເຕືອນໄພສຶນາມິ.

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...