spot_img
Homeຂ່າວພາຍ​ໃນລັດຖະມົນຕີ ຮສສ ປະກອບ​ຄຳ​ເຫັນຕໍ່​ກອງ​ປະຊຸມ​ອົງການ​ແຮງ​ງານ​ສາກົນ

ລັດຖະມົນຕີ ຮສສ ປະກອບ​ຄຳ​ເຫັນຕໍ່​ກອງ​ປະຊຸມ​ອົງການ​ແຮງ​ງານ​ສາກົນ

Published on

ໃນນາມຕາງ­ໜ້າໃຫ້ລັດ­ຖະ­ບານເຂົ້າຮ່ວມກອງປະ­ຊຸມ ຄັ້ງທີ 105 ຂອງອົງ­ການແຮງງານສາ­ກົນປະ­ຈຳປີ 2016 ວັນທີ 7 ມິ­ຖຸ­ນານີ້ ທີ່ເມືອງເຊີແນວ ປະ­ເທດສະວິດເຊີແລນ, ທ່ານ ຄຳແພງ ໄຊສົມແພງ ລັດ­ຖະ­ມົນ­ຕີກະ­ຊວງແຮງງານ ແລະ ສະ­ຫວັດ­ດີການສັງ­ຄົມ ກໍໄດ້ເປັນກຽດປະ­ກອບຄຳຄິດຄຳເຫັນຕໍ່ກອງປະ­ຊຸມດັ່ງ­ກ່າວ.

ໂດຍທ່ານກ່າວວ່າ: ອົງ­ການແຮງງານສາ­ກົນ ແມ່ນອົງ­ການໜຶ່ງທີ່ໄດ້ເຄື່ອນໄຫວຢ່າງຂະ­ຫຍັນຫ້າວ­ຫັນ ເພື່ອຜົນປະໂຫຍດພື້ນ­ຖານຂອງຊາວຜູ້ອອກ­ແຮງງານ ແລະ ຜູ້ໃຊ້ແຮງງານ, ບັນ­ດາຫຼັກການພື້ນ­ຖານກ່ຽວກັບການປົກປ້ອງທາງສັງ­ຄົມ ກໍຄືການສົ່ງ­ເສີມຄວາມຍຸຕິທຳ ແລະສິດ­ທິທາງດ້ານແຮງງານ, ການສ້າງໂອ­ກາດໃຫ້ທຸກຄົນມີວຽກເຮັດງານທຳຢ່າງໝັ້ນ­ຄົງ, ມີລາຍໄດ້ ແລະ ໄດ້ຮັບການປົກປ້ອງທີ່ດີຈາກສັງ­ຄົມທີ່ອົງ­ການແຮງງານສາ­ກົນໄດ້ເປັນເຈົ້າການລິເລີ່ມສ້າງຂຶ້ນ ທັງໄດ້ເຄື່ອງໄຫວຈັດຕັ້ງປະ­ຕິ­ບັດ ບັນ­ດາກິດ­ຈະ­ກຳທີ່ສຳຄັນ, ສະ­ນັ້ນ ໃນນາມລັດ­ຖະ­ບານ ສປປ ລາວ ຂ້າ­ພະ­ເຈົ້າຂໍສະ­ແດງຄວາມຊົມ­ເຊີຍຕໍ່ຜົນ­ສຳ­ເລັດດັ່ງ­ກ່າວ, ພ້ອມທັງ ຂໍສະ ໜັບສະໜູນຕໍ່ບົດລາຍງານຂອງທ່ານ ກາຍໄລເດີ ຜູ້­ອຳ­ນວຍ­ການໃຫຍ່ອົງ­ການ ແຮງງານສາ­ກົນກ່ຽວກັບຕ່ອງໂສ້ການສະ­ໜອງສາ­ກົນທີ່ສຸມໃສ່ການປົກປ້ອງສິດ ແລະຜົນປະ­ໂຫຍດຂອງຜູ້ອອກ­ແຮງ ງານ ແລະຜູ້ໃຊ້ແຮງງານ.

ສປປ ລາວ ໃນຖາ­ນະທີ່ເປັນປະ­ເທດສະ­ມາ­ຊິກ ເວ­ລາໃດກໍໄດ້ເອົາ­ໃຈ­ໃສ່ປະ­ຕິ ບັດພັນ­ທະໜ້າ­ທີ່ຂອງຕົນ ແລະໄດ້ຢຶດໝັ້ນໃນຫຼັກ­ການພື້ນ­ຖານຂອງອົງ­ການແຮງງານສາ­ກົນກ່ຽວກັບການສົ່ງ­ເສີມຄວາມຍຸ­ຕິທຳ ແລະປົກປ້ອງສິດດ້ານ ແຮງງານດ້ວຍການຜັນຂະ­ຫຍາຍເຂົ້າ ໃນບັນ­ດານິ­ຕິກຳ ເພື່ອປົກປ້ອງສິດຂອງຜູ້ອອກ­ແຮງງານ ແລະຜູ້ໃຊ້ແຮງງານ, ພ້ອມດຽວກັນນັ້ນລັດ­ຖະ­ບານ ຍັງຖືເອົາ ວຽກງານດັ່ງ­ກ່າວເຂົ້າເປັນບຸ­ລິ­ມະ­ສິດໜຶ່ງໃນແຜນພັດ­ທະ­ນາເສດ­ຖະ­ກິດ-ສັງ­ຄົມແຫ່ງຊາດ, ຊຸກ­ຍູ້ສົ່ງ­ເສີມໃຫ້ທຸກພາກ­ສ່ວນເສດ­ຖະ­ກິດເອົາ­ໃຈ­ໃສ່ພັດ­ທະ­ນາ ແລະ ຍົກລະ­ດັບສີ­ມືແຮງງານໃຫ້ຜູ້ອອກແຮງງານຂອງຕົນ, ທັງເອົາ­ໃຈ­ໃສ່ສ້າງ ແລະປັບ­ປຸງນິ­ຕິກຳທີ່ພົວ­ພັນກັບວຽກງານແຮງງານ ແລະສະ­ຫວັດ­ດີການສັງຄົມ ເພື່ອເຊື່ອມໂຍງກັນພາກພື້ນ ແລະສາກົນ.

ຂ່າວ: logo

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...