spot_img
Homeຂ່າວທ້ອງຖິ່ນປະຊາຊົນນຳໃຊ້ເສັ້ນທາງຕານມີໄຊ-ໜອງບຶກເດືອດຮ້ອນຍ້ອນທາງເປ່ເພໜັກ

ປະຊາຊົນນຳໃຊ້ເສັ້ນທາງຕານມີໄຊ-ໜອງບຶກເດືອດຮ້ອນຍ້ອນທາງເປ່ເພໜັກ

Published on

ປັດຈຸບັນໄດ້ເລີ່ມກ້າວເຂົ້າສູ່ລະດູຝົນເສັ້ນທາງຕ່າງໆໃນເທດສະບານ ແລະ ເສັ້ນທາງອອກສູ່ຊານເມືອງຫຼາຍສາຍໃນ ນະຄອນຫຼວງວຽງຈັນທີ່ຕົກຢູ່ໃນສະພາບເປ່ເພຢູ່ແລ້ວນັ້ນໄດ້ເລີ່ມເປ່ພັກໝັກເປັນບວກເປັນຂຸມ, ອັນສ້າງຄວາມຫຍຸ້ງຍາກລຳບາກໃຫ້ແກ່ການສັນຈອນໄປມາ,  ເຖິງວ່າຜ່ານມາສ່ວນກ່ຽວຂ້ອງໄດ້ປົວແປງເສັ້ນທາງທີ່ເປ່ເພນັ້ນໄປແລ້ວຈຳນວນໜຶ່ງເພື່ອຮັບປະກັນໃຫ້ການສັນຈອນໄປມາມີຄວາມສະດວກດີຂຶ້ນ, ຂະນະດຽວກັນກໍຍັງມີບາງເສັ້ນ ທາງ ສາຍຫຼັກທີ່ມີລົດຖຽວໄປມາຫຼາຍແຕ່ຍັງບໍ່ໄດ້ຮັບການສ້ອມແປງດັ່ງເສັ້ນທາງແຕ່ສີແຍກໄຟແດງຕານມີໄຊ – ສາມແຍກໜອງບຶກ ຊຶ່ງປັດຈຸບັນໄດ້ມີສະພາບເປເພໜັກ, ຫຼາຍຈຸດເປັນບວກເປັນຂຸມເລິກ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ການໄປມາຂອງປະຊາຊົນເຂດດັ່ງກ່າວ ແລະ ຜູ້ທີ່ທ່ຽວຜ່ານໄປມາໃນເສັ້ນ ທາງນັ້ນ, ໂດຍເຂົາເຈົ້າຕ່າງກໍສະ ເໜີຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງດຳເນີນການປົວແປງເສັ້ນທາງຈຸດທີ່ເປ່ເພໂດຍໄວເພາະການໄປມາພົບຄວາມຫຍຸ້ງຍາກຫຼາຍ ແລະ ສັງເກດເຫັນວ່າເສັ້ນທາງສາຍນີ້ນັບມື້ມີການເປ່ເພຫຼາຍຂຶ້ນເລື່ອຍໆ, ຍ້ອນບໍ່ໄດ້ຮັບການປົວແປງ ແລະ ບັນຫາດັ່ງກ່າວທາງນັກຂ່າວຫຼາຍພາກ ສ່ວນກໍເຄີຍທວງຖາມພາກສ່ວນກ່ຽວຂ້ອງມາແລ້ວຫຼາຍຄັ້ງ, ແຕ່ໄດ້ຄຳຕອບພຽງວ່າກຳລັງຢູ່ໃນຂັ້ນຕອນປຶກສາຫາລືເພື່ອຈະກໍ່ສ້າງ, ແຕ່ມາຮອດປັດຈຸບັນກໍບໍ່ເຫັນວ່າຈະມີການສ້ອມແປງແຕ່ຢ່າງໃດ ແລະ ຊ່ວງໄລຍະນີ້ກໍເລີ່ມກ້າວເຂົ້າສູ່ລະດູຝົນແລ້ວຖ້າຫາກເສັ້ນທາງດັ່ງກ່າວບໍ່ໄດ້ຮັບການສ້ອມແປງໂດຍໄວເຊື່ອວ່າຍິ່ງຈະເປ່ເພໜັກກວ່າເກົ່າ ເເລະ ສ້າງຄວາມເດືອດຮ້ອນໃຫ້ປະຊາຊົນຜູ້ທ່ຽວຜ່ານໄປມາຫຼາຍສົມຄວນ.

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...