ບັນຫາໄຟຟ້າຈະໄດ້ຮັບການແກ້ໄຂດ້ວຍດີ ຂະນະນີ້ທົ່ວປະເທດມີເຂື່ອນທັງໝົດແລ້ວ 46 ແຫ່ງ

0
5537

ໄຟ­ຟ້າ​ເປັນ ຊັບ​ສົມ­ບັດ​ອັນ​ລ້ຳ​ຄ່າຂອງ​ລັດ ແລະ​ປະ­ຊາຊົນ, ຜ່ານ​ມາ​ລັດ​ຖະບານ​ໄດ້​ຖື​ສຳ­ຄັນ ແລະ​ເປັນ​ບັນ­ຫາ​ຍຸດທະ​ສາດ​ຂອງ​ຊາດ ຊຶ່ງ​ຜ່ານ​ມາ​ໄດ້​ມີ​ການພັດ­ທະ­ນາ​ຢ່າງ​ຕັ້ງໜ້າ​ເຫັນ​ວ່າ: ປະ­ຈຸບັນ​ປະ­ຊາ­ຊົນ​ລາວຫຼາຍ​ກວ່າ 91% ຂອງ​ຄົວ​ເຮືອນ​ໃນ​ທົ່ວປະ­ເທດ​ໄດ້​ມີ​ການຊົມ­ໃຊ້​ໄຟ­ຟ້າ​ເປັນ​ປົກກະ­ຕິ​ເກືອບ​ບໍ່​ມີ​ຄອບຄົວ​ໃດ​ໃຕ້​ກະ­ບອງ ຫຼື ຕະ­ກຽງ​ຖ້າ​ຍັງ​ເຫຼືອ ກໍ​ຄື​ຊິ​ໜ້ອຍ​ທຽບ­ໃສ່ເມື່ອ​ກ່ອນ​ແມ່ນຕ່າງ​ກັນ​ປານ​ຟ້າ​ກັບ​ດິນ, ບໍ່​ພໍ​ເທົ່າ​ນັ້ນ​ລັດຖະ​ບານ​ຍັງ​ເດີນ​ໜ້າ​ໃນ​ໂຄງ­ການ​ຜະ­ລິດໄຟ­ຟ້າ​ນ້ຳ­ຕົກ​ລວມ​ທັງ​ໂຮງ​ໄຟ­ຟ້າ​ຖ່ານຫີນ​ລິກ​ໄນ​ຫວັງ​ຈະ​ສ້າງ ສປປ ລາວ ເປັນໝໍ້​ໄຟ​ອາ​ຊຽນ ເພື່ອ​ນຳ​ເອົາ​ລາຍ​ຮັບ​ຈາກການ​ຂາຍ​ກະ­ແສ​ໄຟ­ຟ້າ​ພັດ­ທະ­ນາ​ເສດ​ຖະກິດŒສັງ­ຄົມ​ຂອງ​ຊາດເພື່ອ​ທົດ​ແທນຫຼືຫຼຸດ­ຜ່ອນ​ການ​ນຳ​ໃຊ້​ຊັບ­ພະ­ຍາ­ກອນ​ທຳມະ​ຊາດ.

ປະ­ຈຸ​ບັນ​ທົ່ວ​ປະ­ເທດ​ມີ​ເຂື່ອນ ແລະໂຮງ​ຜະ­ລິດ​ໄຟ­ຟ້າ​ທັງ​ໝົດ 46 ແຫ່ງ ລວມມີ​ກຳ­ລັງ​ຕິດ​ຕັ້ງ​ທັງ​ໝົດ 6.306 ເມ​ກາວັດ ຊຶ່ງ​ບໍ­ລິ­ສັດ​ເອ­ກະ​ຊົນ​ສົ່ງ​ອອກ​ໂດຍ​ກົງ IPP0 4.410 ເມ​ກາ​ວັດ ແລະ​ສົ່ງ​ອອກພາຍ​ໃນ​ປະ­ເທດ IPPd1.267 ເມ​ກາວັດ, ບໍ­ລິ­ສັດ​ຜະ­ລິດ​ໄຟ­ຟ້າ​ມະ­ຫາ­ຊົນ 630 ເມ​ກາ​ວັດ, ເຂື່ອນ​ຂະ­ໜາດ​ນ້ອຍ SPP 46,75 ເມ​ກາ​ວັດ ໂດຍ​ກຳ­ລັງ​ດຳ­ເນີນການ​ກໍ່­ສ້າງ​ມີ 35 ແຫ່ງ ມີ​ກຳ­ລັງ​ຕິດ​ຕັ້ງ ທັງ​ໝົດ 4.471 ເມ​ກາ​ວັດ ໂດຍ​ປະ­ເທດ ເຮົາ​ມີ​ທ່າ­ແຮງ ສາ­ມາດ​ພັດ­ທະ­ນາ​ໄດ້​ທັງໝົດ 26 ພັນ​ເມ​ກາ​ວັດ ແລະ​ໃນ​ປະ­ຈຸ​ບັນ​ທົ່ວ​ປະ­ເທດ​ມີ​ຈຳ­ນວນ​ຜູ້​ຊົມ­ໃຊ້​ໄຟ­ຟ້າ​ທັງ​ໝົດ 1,24 ລ້ານ​ກ່ວ​າ​ໜ່ວຍ.

ໃນ​ຜ່ານ​ມາ ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າລາວ​ໄດ້​ດຳ­ເນີນ​ງານ​ມາ​ຢ່າງ​ມີ​ໝາກ­ຜົນດີ​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ ແລະ​ຫຼວງ ຫຼາຍ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ທ້ອງ­ຖິ່ນ, ຮາກ​ຖານ​ໃຫ້​ມີ​ຄວາມ​ຈະ­ເລີນ​ສີ­ວິ­ໄລເປັນ​ກ້າວໆ, ຄຽງ​ຄູ່​ກັບ​ຜົນ­ສຳ­ເລັດ​ອັນ ໃຫຍ່​ຫຼວງ​ນັ້ນ ກໍ​ຍັງ​ມີ​ຂໍ້​ຂາດ​ຕົກ​ບົກ­ພ່ອງຈຳ­ນວນ​ໜຶ່ງ ຊຶ່ງ​ໃນ​ອະ­ດີດ​ອາດ​ຈະ​ມີ ຫຼື ບໍ່​ກໍ​ຄົງ​ຈະ​ບໍ່​ຮ້າຍ​ແຮງ ຫຼື ແຮງ​ໄປກວ່າ​ເຫດ­ການ​ໃໝ່​ທີ່​ປະ­ຊາ­ຊົນ​ໄດ້​ນຳ​ສະເໜີ​ຜ່ານ​ລັດ­ຖະ­ບານ ແລະ​ສື່​ຕ່າງໆ ຊຶ່ງເກີດ​ຂຶ້ນ​ໃນ​ລະ­ຫວ່າງ​ເດືອນ​ພຶດ­ສະ­ພາ 2016 ທີ່​ມີ​ຫາງ​ສຽງ​ຂອງ​ສັງ­ຄົມ ຫຼື ບາງຄົວ​ເຮືອນ​ກ່ຽວ​ກັບ​ບັນ­ຫາ​ກະ­ແສ​ໄຟ­ຟ້າແພງ​ເກີນ​ຄວາມ​ເປັນ​ຈິງ ໂດຍ​ສະ­ເພາະມີ​ບິນ​ໄຟ­ຟ້າ​ໃບ​ໜຶ່ງ​ຂອງ​ປະ­ຊາ­ຊົນ​ບ້ານນາ​ເລົ່າ ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນຫຼວງ​ວຽງ​ຈັນ ທີ່​ຕົກ​ເປັນ​ເງິນ 66 ລ້ານກີບ, ຕົວ​ເລກ​ທີ່­ແທ້​ຈິງ 140.000 ກີບ ແຕ່ເຈົ້າ​ຂອງ​ເຮືອນ​ຈ່າຍ​ຈຳ­ນວນ​ຕົວ​ຈິງ​ໃຫ້ພາກ­ສ່ວນ​ດັ່ງ­ກ່າວ​ເປັນ​ທີ່​ຮຽບ​ຮ້ອຍ ແລ້ວ​ເຫດ­ຜົນ​ຄາດ­ເຄື່ອນ​ຍ້ອນ: ພະ­ນັກງານ​ຈົດ​ຕົວ​ເລກ​ຜິດ­ພາດ​ຈາກ​ເລກ 1 ເປັນ​ເລກ 7 ແລະ​ຍັງ​ມີ​ຫຼາຍ​ຄົວ​ເຮືອນ​ກໍ​ມີລັກ­ສະ­ນະ​ແບບ​ດຽວ​ກັນ ແຕ່​ບໍ່​ທັນ​ເຫັນຕົວ​ເລກ​ສູງ​ຜິດ​ປົກ­ກະ­ຕິ​ປານ​ຄອບ­ຄົວ​ທີ່ກ່າວ​ມາ​ຂ້າງ​ເທິງ​ນີ້.

ຕໍ່​ບັນ­ຫາ​ດັ່ງ­ກ່າວ ທ່ານ ຄຳ​ມະ­ນີ ອິນທິ​ລາດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ພະ­ລັງ­ງານ ແລະ​ບໍ່​ແຮ່ໄດ້​ອອກ​ມາ​ຖະ­ແຫຼງ​ໃນ​ໂອ ກາດ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ລັດ­ຖະ­ບານສະ­ໄໝ​ສາ­ມັນ​ປະ­ຈຳ​ເດືອນ​ພຶດ­ສະ­ພາ ໃນ​ວັນ​ທີ 25/05 ໂດຍ​ຮຽກ­ຮ້ອງ​ໃຫ້​ພະ ນັກ​ງານ, ທະ­ຫານ, ຕຳ­ຫຼວດ ແລະ​ປະ­ຊາຊົນ​ທຸກ​ຊັ້ນ​ຄົນ​ຊ່ວຍ​ເປັນ​ຫູ​ເປັນ­ຕາ ແລະລາຍ​ງານ​ຕໍ່​ເຈົ້າ​ໜ້າ­ທີ່​ທີ່​ກ່ຽວ­ຂ້ອງ ຫາກເຫັນ​ຄວາມ​ຜິດ​ປົກ­ກະ­ຕິ ແລະ​ມີ​ປາ­ກົດການ​ຫຍໍ້­ທໍ້​ອັນ​ບໍ່​ດີ, ຕໍ່​ບັນ­ຫາ​ນີ້ ກະ­ຊວງ​ດັ່ງກ່າວ​ໄດ້​ອອກ​ແຈ້ງ​ການ​ໃຫ້​ໜ່ວຍ​ງານກ່ຽວ­ຂ້ອງ​ລົງ​ກວດ­ກາ​ຄືນ​ແຕ່​ລະ​ກົງ​ເຕີ ຫຼື ໝໍ້­ນັບ­ໄຟ​ຢ່າງ​ເຄັ່ງ­ຮ້ອນ ຖ້າ​ພົບ​ບ່ອນ ໃດ​ບົກ​ຜ່ອງ ຫຼື ຜິດ­ພາດ​ຕ້ອງ​ມີ​ການ​ປັບປຸງ​ແກ້​ໄຂ​ທັນ­ທີ ແລະ​ໃນ​ມື້​ດຽວ​ກັນ​ທ່ານ ລັດ­ຖະ­ມົນ­ຕີ ຄຳ​ມະ­ນີ ຍັງ​ແຈ້ງ​ໃຫ້​ລັດ​ວິສາ​ຫະ​ກິດ​ໄຟ­ຟ້າ​ລາວ​ຈັດ​ຕັ້ງ​ພະ­ນັກ­ງານŒກຳ­ມະ­ກອນ​ລົງ​ກວດ­ກາ, ເກັບ​ກຳ​ຂໍ້​ມູນເຕັກ­ນິກ ແລະ​ສະ­ພາບ​ການ​ໃຊ້​ງານ​ຂອງບັນ­ດາ​ໝໍ້­ນັບ­ໄຟ​ທີ່​ປະ­ຊາ­ຊົນ​ຮຽກ­ຮ້ອງມາ​ໂດຍ​ກົງ ຫຼື ຜ່ານ​ສື່​ທີ່​ຈົ່ມ​ວ່າ​ລາ­ຄາ​ໄຟຟ້າ​ແພງ​ໃນ​ປະ­ຈຸ​ບັນ​ໃຫ້​ລະ­ອຽດ​ເປັນ​ລະບົບ ແລະ​ຫາ​ວິ­ທີ​ທາງ​ທີ່​ດີ​ໃຫ້­ການ​ແນະນຳ, ອະ­ທິ­ບາຍ ແລະ​ສ້າງ​ຄວາມ​ເຂົ້າ­ໃຈໃນ​ການ​ຊົມ­ໃຊ້​ໄຟ­ຟ້າ​ໃຫ້​ມີ​ປະ​ສິດ­ທິ​ຜົນ ແລະ​ຖືກ­ຕ້ອງ​ຕາມ​ມາດ­ຕະ­ຖານ​ເຕັກ­ນິກ​ໄຟ­ຟ້າ​ລາວ​ທີ່​ໄດ້​ກຳ­ນົດ​ໄວ້.

ໃນ​ມື້­ຕໍ່­ມາ (26/05) ລັດ​ວິ​ສາ​ຫະ​ກິດ ໄຟ­ຟ້າ​ລາວ​ຝ່າຍ​ປະ­ຕິ­ບັດ​ການ​ໄຟ­ຟ້າ​ນະຄອນ​ຫຼວງ​ວຽງ​ຈັນ ໄດ້​ອອກ​ແຈ້ງ​ການ ເຖິງ​ຜູ້​ຊົມ­ໃຊ້​ໄຟ­ຟ້າ​ທີ່​ສົງ​ໃສ​ວ່າ​ໃບ​ບິນຄ່າ​ໄຟ­ຟ້າ​ບໍ່​ຖືກ­ຕ້ອງ​ຕາມ​ການ​ຊົມ­ໃຊ້​ຕົວຈິງ​ຂໍ​ໃຫ້​ນຳ​ໃບ​ບິນ​ຄ່າ​ໄຟ­ຟ້າ​ມາ​ແຈ້ງ​ຕໍ່ສາ­ຂາ​ໄຟ­ຟ້າ​ເມືອງ, ຕາມ​ສູນ​ຮັບ​ບໍ­ລິ­ການຮັບ​ເງິນ​ຕ່າງໆ​ທີ່​ໃກ້​ບ້ານ ແລະ​ທີ່​ສຳ­ນັກງານ​ໄຟ­ຟ້າ​ນະ­ຄອນ­ຫຼວງ​ບ້ານ​ໜອງ​ບຶກ ໂທລະ­ສັບ 021 243 565 ຫຼື 021 213 069 ຈະ​ມີ​ທິມ​ງານ​ລົງ​ໄປ​ແກ້​ໄຂ​ຢູ່​ສະຖານ​ທີ່​ທີ່​ມີ​ກໍ­ລະ­ນີ​ໃບ​ບິນ​ຜິດ­ພາດ.

ຄັ້ງ​ຫຼ້າ​ສຸດ ເມື່ອ​ວັນ​ທີ 30 ພຶດ­ສະ­ພາຜ່ານ​ມາ ທ່ານ ສີ​ສະ­ຫວາດ ທິ​ຣະ​ກຸນ ຜູ້ອຳ­ນວຍ​ການ​ໃຫຍ່​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າລາວ ໄດ້​ອອກ​ມາ​ຍອມ­ຮັບ​ຄວາມ​ຈິງ ທັງສະ­ແດງ​ຄວາມ​ຮັບ­ຜິດ­ຊອບ ແລະ​ກ່າວຄຳ​ຂໍ​ໂທດ ໂດຍ​ຜ່ານ​ຂ່າວ­ສານ​ປະ­ເທດລາວ​ຕໍ່​ກໍ­ລະ­ນີ​ຄ່າ​ກະ­ແສ​ໄຟ­ຟ້າ​ແພງ​ຂຶ້ນຢ່າງ​ຜິດ​ປົກ­ກະ­ຕິ​ວ່າ: ກະ­ແສ​ສຽງ​ວິ­ພາກວິ­ຈານ​ຂອງ​ຜູ້​ຊົມ­ໃຊ້​ໄຟ­ຟ້າ​ກ່ຽວ​ກັບ​ລາຄາ​ໄຟ­ຟ້າ​ສູງ​ຜິດ​ປົກ­ກະ­ຕິ​ບໍ່​ແມ່ນ​ຍ້ອນການ​ຂຶ້ນ​ລາ­ຄາ​ໄຟ­ຟ້າ​ໂດຍ​ລຳ­ພັງແຕ່​ເກີດຂຶ້ນ​ຍ້ອນ​ຄວາມ​ຜິດ­ພາດ​ທາງ​ດ້ານ​ເຕັກນິກ​ການ​ພີມ​ໃບ​ເກັບ​ເງິນ​ຄ່າ​ກະ­ແສ​ໄຟ­ຟ້າປະ­ຈຳ​ເດືອນ​ຂອງ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າລາວ​ເອງ​ທີ່​ບໍ່​ແທດ­ເໝາະ​ກັບ​ບໍ​ລິ​ມາດການ​ນຳ​ໃຊ້​ກະ­ແສ​ໄຟ­ຟ້າ​ຕົວ​ຈິງ ແລະການ​ຍ້ອນ​ຄວາມ​ລະ​ເລີງ​ຕໍ່­ໜ້າ​ທີ່​ຂອງພະ­ນັກ­ງານ​ຈຳ­ນວນ​ໜຶ່ງ​ບວກ​ກັບ​ສະພາບ​ອາ­ກາດ​ທີ່​ຮ້ອນ​ແຮງ​ຂຶ້ນ ຈິ່ງ​ເຮັດ​ໃຫ້ການ​ນຳ​ໃຊ້​ໄຟ­ຟ້າ​ຂອງ​ສັງ­ຄົມ​ເພີ່ມ​ຂຶ້ນ 2 ເທົ່າ ເມື່ອ​ທຽບ​ກັບ​ໄລ­ຍະ​ປົກ­ກະ­ຕິ.

ທ່ານ​ຜູ້­ອຳ­ນວຍ­ການ​ໃຫຍ່​ລັດ​ວິ​ສາຫະ​ກິດ​ໄຟ­ຟ້າ​ລາວ ຍັງ​ຈັດ​ຕັ້ງ​ກັນ​ລົງ​ກວດກາ​ສະ­ພາບ​ຄວາມ​ເປັນ​ຈິງ​ຂອງ​ກົງ​ເຕີ​ໄຟ ຟ້າ​ຢູ່​ແຕ່​ລະ​ຄົວ​ເຮືອນ​ທີ່​ມີ​ການ​ສົງ​ໃສ​ໃຫ້ສຳ­ເລັດ ແລະ​ແກ້​ໄຂ​ໃຫ້​ຖືກ­ຕ້ອງ​ເພື່ອ​ບໍ່ໃຫ້​ອັບ​ປະ­ໂຫຍດ​ແກ່​ຜູ້​ສະ­ໜອງ ແລະ​ຜູ້ ຊົມ­ໃຊ້​ໄຟ­ຟ້າ ຊຶ່ງ​ປະ­ຈຸ​ບັນ​ໄດ້​ລົງ​ກວດ­ກາ ໃນ​ເບື້ອງ​ຕົ້ນ​ສາ­ມາດ​ແກ້​ໄຂ​ຄວາມ​ຜິດ­ພາດ​ທີ່​ເກີດ​ຂຶ້ນ​ຕໍ່​ຜູ້​ຊົມ­ໃຊ້​ໄຟ­ຟ້າ​ເກືອບ 50 ກໍ­ລະ­ນີ ໃນ​ນີ້​ຫຼາຍ​ກ່ວ​າ​ໝູ່​ຢູ່​ເມືອງ​ສີ​ໂຄດ​ຕະ­ບອງ, ຈັນ­ທະ​ບູ​ລີ, ສີ​ສັດ­ຕະ​ນາກ ແລະ​ເມືອງ​ໄຊ​ເສດ​ຖາ ຕາມ​ລຳ­ດັບ, ພ້ອມນີ້​ທ່ານ​ຍັງ​ຮຽກ­ຮ້ອງ​ໃຫ້​ຜູ້​ຊົມ­ໃຊ້​ໄຟ­ຟ້າທີ່​ເຫັນ​ໃບ​ເກັບ​ເງິນ​ຄ່າ​ກະ­ແສ​ໄຟ­ຟ້າ​ທີ່​ມີຄວາມ​ຜິດ​ປົກ­ກະ­ຕິ ຈົ່ງ​ຮີບ​ຮ້ອນ​ນຳ​ສະເໜີ​ຕໍ່​ຂະ­ແໜງ​ທີ່​ກ່ຽວ­ຂ້ອງ​ຂອງ​ລັດ​ວິ​ສາຫະ​ກິດ​ໄຟ­ຟ້າ​ລາວ​ໂດຍ​ໄວ ແລະ​ເບື້ອງ​ຄະນະ​ກວດ­ກາ​ສະ­ເພາະ​ກິດ​ກໍ​ຈະ​ລົງ​ກວດກາ​ຄວາມ​ເປັນ​ຈິງ​ດັ່ງ­ກ່າວ, ໃນ​ຂະ­ນະດຽວ​ກັນ​ໄດ້​ຕັກ­ເຕືອນ​ໃຫ້​ພະ­ນັກ­ງານ​ໄຟ­ຟ້າ​ຈຳ­ນວນ​ໜຶ່ງ ຈົ່ງ​ມີ​ການ​ປະ­ພຶດ​ທີ່​ດີ​ຕໍ່ປະ­ຊາ­ຊົນ​ຜູ້​ມາ​ໃຊ້​ບໍ­ລິ­ການ​ໃຫ້​ດີ​ກວ່າ​ເກົ່າ.

ເຖິງ​ວ່າ​ພາກ­ສ່ວນ​ດັ່ງ­ກ່າວ​ຈະ​ອອກມາ​ຖະ­ແຫຼງ​ຂ່າວ​ສະ­ແດງ​ຄວາມ​ຮັບ​ຜິດຊອບ​ຕໍ່​ຫາງ​ສຽງ​ຄ່າ​ໄຟ­ຟ້າ​ແພງ​ແລ້ວ​ກໍຕາມ ແຕ່​ຍັງ​ຢູ່​ໃນ​ຄວາມ​ສົນ­ໃຈ​ຂອງ​ສັງຄົມ​ຢ່າງ​ຕໍ່​ເນື່ອງ, ຈາກ​ສະ­ພາບ​ຄື​ແນວນັ້ນ​ໃນ​ວັນ​ທີ 1 ມິ­ຖຸ­ນາ 2016 ທ່ານ ທອງລຸນ ສີ​ສຸ​ລິດ ນາຍ​ຍົກ​ລັດ­ຖະ­ມົນ­ຕີ ຈິ່ງອອກ​ຄຳ​ສັ່ງ​ສະ­ບັບ​ເລກ​ທີ 18/ນຍ ເຖິງກະ­ຊວງ​ພະ­ລັງ­ງານ ແລະ​ບໍ່​ແຮ່, ຄະ­ນະ​ອຳ­ນວຍ​ການ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ວ່າ​ດ້ວຍ​ການ​ກວດ­ກາ​ຄືນ​ລາ­ຄາ​ໄຟ­ຟ້າ ແລະ​ແກ້​ໄຂ​ຄວາມ​ເດືອດ­ຮ້ອນ​ຂອງ​ຜູ້​ຊົມ­ໃຊ້​ໄຟ­ຟ້າ ໂດຍ​ສັ່ງ​ໃຫ້​ກະ­ຊວງ​ພະ­ລັງ­ງານ ແລະ​ບໍ່​ແຮ່ອະ­ທິ­ບາຍ ແລະ​ຢັ້ງ­ຢືນ​ຄືນ​ນະ­ໂຍ­ບາຍ​ທີ່​ຖືກ­ຕ້ອງ​ເປັນ​ທຳ​ຂອງ​ລັດ​ຖະບານ​ກ່ຽວ​ກັບ​ການ​ພັດ­ທະ­ນາ​ພະ­ລັງ­ງານ ແລະ​ການ​ນຳ​ໃຊ້​ພະ­ລັງ­ງານ ເພື່ອ​ຮັບ​ໃຊ້ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ໃນ​ໄລຍະ​ຜ່ານ​ມາ ແລະ​ປະ­ຈຸ​ບັນ ເພື່ອ​ໃຫ້​ສັງ­ຄົມຮັບ​ຮູ້ ແລະ​ເຂົ້າ­ໃຈ​ຢ່າງ​ຖືກ­ຕ້ອງ, ມອບໃຫ້​ກະ­ຊວງ​ດັ່ງ­ກ່າວ​ສົມ­ທົບ​ພາກ­ສ່ວນ​ທີ່ກ່ຽວ­ຂ້ອງ​ກວດ­ກາ​ຄືນ​ມາດ­ຕະ­ຖານ​ເຕັກນິກ ແລະ​ຊອກ​ຫາ​ສາ­ເຫດ​ຕົວ​ຈິງ​ທີ່​ພາ­ໃຫ້ເກີດ​ມີ​ຄວາມ​ຜິດ­ພາດ​ໃນ​ການ​ອອກ​ໃບບິນ​ໄຟ­ຟ້າ ແລະ​ຄົ້ນ​ຄ້ວ​າ​ແກ້​ໄຂ​ບັນ­ຫາ​ດັ່ງກ່າວ​ໃຫ້​ໄວ, ບິນ​ໄຟ­ຟ້າ​ໃດ​ທີ່​ບໍ່​ຖືກ­ຕ້ອງໃຫ້​ແກ້​ໄຂ ແລະ​ສົ່ງ​ເງິນ​ຄືນ ຫຼື ຮັກ­ສາ​ໄວ້ຊຳ­ລະ​ຄ່າ​ກະ­ແສ​ໄຟ­ຟ້າ​ໃຫ້​ຜູ້​ຊົມ­ໃຊ້​ໃນເດືອນ​ຕໍ່​ໄປ.

ຄຳ​ສັ່ງ​ສະ­ບັບ​ນີ້ ຍັງ​ໃຫ້​ກະ­ຊວງ​ດັ່ງກ່າວ​ຊີ້​ນຳ​ບໍ­ລິ­ສັດ​ໄຟ­ຟ້າ​ລາວ​ກວດ­ກາ​ຄືນການ​ປະ­ຕິ­ບັດ​ໜ້າ­ທີ່​ຂອງ​ພະ­ນັກ­ງານທີ່​ກ່ຽວ­ຂ້ອງ, ສຶກ​ສາ​ອົບ­ຮົມ ແລະ​ປະ­ຕິບັດ​ວິ​ໃນ​ຕໍ່​ຜູ້​ກະ­ທຳ​ຜິດ​ຕາມ​ລະ​ບຽບ​ກົົດໝາຍ, ປັບ­ປຸງ​ສັບ​ຊ້ອນ​ພະ­ນັກ­ງານ​ໃຫ້ ສອດ­ຄ່ອງ​ກັບ​ໜ້າ­ທີ່​ຄວາມ​ຮັບ­ຜິດ­ຊອບ ເພື່ອ​ສະ­ກັດ​ກັ້ນ​ບໍ່​ໃຫ້​ປາ­ກົດ­ການ​ຫຍໍ້­ທໍ້ເກີດ​ຂຶ້ນ​ອີກ, ໃຫ້​ບໍ­ລິ­ສັດ​ໄຟ­ຟ້າ​ລາວ​ຕັ້ງ ສູນ​ຮັບ​ຂໍ້​ຂັດ­ຂ້ອງ ແລະ​ຂໍ້​ຂ້ອງ​ໃຈ​ຂອງ​ຜູ້ ຊົມ­ໃຊ້​ໄຟ­ຟ້າ ແລະ​ລົງ​ກວດ­ກາ​ແຕ່​ລະ​ກໍລະ​ນີ​ໃຫ້​ລະ­ອຽດ​ຕົວ​ຈິງ​ດ້ວຍ​ຄວາມ​ຮັບຜິດ​ຊອບ​ສູງ ເພື່ອ​ໃຫ້​ຄວາມ​ຍຸ­ຕິ​ທຳ​ຕໍ່​ຜູ້​ຊົມໃຊ້​ໄຟ­ຟ້າ​ຢ່າງ​ແທ້​ຈິງ, ໃຫ້​ກະ­ຊວງ​ດັ່ງກ່າວ​ຄົ້ນ​ຄ້ວ​າ​ປັບ­ປຸງ​ລາ­ຄາ​ຄືນ­ໃໝ່​ໃຫ້ສອດ­ຄ່ອງ​ກັບ​ພື້ນ­ຖານ​ເສດ­ຖະ­ກິດ ແລະການ​ພັດ­ທະ­ນາ​ຕົວ​ຈິງ​ຂອງ​ປະ­ເທດ, ສະເໜີ​ຕໍ່​ລັດ­ຖະ­ບານ​ພິ­ຈາ­ລະ­ນາ ຊຶ່ງ​ປະ­ຈຸ​ບັນໄຟ­ຟ້າ​ລາວ​ກຳ­ລັງ​ລົງ​ຄົ້ນ­ຄວ້າ ແລະ​ອາດປັບ​ລາ­ຄາ​ໄຟ­ຟ້າ​ເປັນ 5 ຂັ້ນ ຈາກ 3 ຂັ້ນ ໃນ​ຂະ­ນະ​ນີ້.

ທັງ​ໝົດ​ທີ່​ກ່າວ​ມາ​ນັ້ນ ເປັນ­ຄວາມ​ພະຍາ​ຍາມ​ສູງ​ຂອງ​ທຸກ​ຝ່າຍ​ທີ່​ກ່ຽວ­ຂ້ອງ ເພື່ອ​ເຮັດ​ໃຫ້​ຫາງ​ສຽງ​ຂອງ​ສັງ­ຄົມ ຫຼື ບາງ​ຄົວ​ເຮືອນ​ກ່ຽວ​ກັບ​ບັນ­ຫາ​ການ​ເກັບຄ່າ​ກະ­ແສ​ໄຟ­ຟ້າ​ແພງ​ເກີນ​ຄວາມ​ເປັນຈິງ​ນັ້ນ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ຄວາມບໍ­ລິ­ສຸດ, ຍຸ­ຕິ​ທຳ​ຂອງ​ທັງ​ສອງ​ຝ່າຍ ແລະສິ່ງ​ທີ່​ສັງ­ຄົມ​ປາບ​ປື້ມ​ໃຈ, ມີ​ຄວາມ​ອົບ​ອຸ່ນແທ້ໆ ກໍ​ແມ່ນ​ຍາມ​ໃດ​ລັດ­ຖະ­ບານ​ຂອງ ພວກ​ເຮົາ​ກໍ​ມີ​ຄວາມ​ເປັນ​ຫ່ວງ, ເປັນ​ໃຍ ແລະ​ໄດ້​ເບິ່ງ­ແຍງ​ຄວາມ­ສຸກŒຄວາມ­ທຸກຂອງ​ປະ­ຊາ­ຊົນ, ຖື​ປະ­ຊາ­ຊົນ​ເປັນ​ກົກ, ຖື​ຜົນ​ປະ­ໂຫຍດ​ຂອງ​ຊາດ ແລະ​ຜົນ​ປະໂຫຍດ​ອັນ​ຊອບ​ທຳ​ຂອງ​ປະ­ຊາ­ຊົນ​ມາກ່ອນ​ນີ້​ຄື​ເປັນ​ລັດ­ຖະ­ບານ​ຂອງ​ປະ­ຊາ­ຊົນ ລາວ​ຢ່າງ​ແທ້​ຈິງ.

ທີ່ມາ: logo