spot_img
Homeມູມໄອທີລາວຖືກຈົນຢຸດບໍ່ຢູ່ ZUK Z2 ມີຍອດຈອງ 6 ລ້ານເຄື່ອງແລ້ວຫຼັງຈາກເປີດໂຕໄປບໍ່ດົນ

ຖືກຈົນຢຸດບໍ່ຢູ່ ZUK Z2 ມີຍອດຈອງ 6 ລ້ານເຄື່ອງແລ້ວຫຼັງຈາກເປີດໂຕໄປບໍ່ດົນ

Published on

ຈາກຂ່າວກ່ອນໜ້ານີ້ທີ່ເຮົາໄດ້ນຳສະເໜີສະມາດໂຟນມາແຮງຈາກບໍລິສັດ ZUK ທີ່ຢູ່ພາຍໃຕ້ການສະໜັບສະໜູນຂອງ Lenovo ນາມວ່າ ZUK Z2 ທີ່ມີຈຸດເດັ່ນໃນເລື່ອງຂອງສະເປັກທີ່ໃຫ້ມາເກີນລາຄາອີ່ຫຼີ່ ໂດຍໃນຕອນນີ້ມີຍອດຈອງຫຼາຍກວ່າ 6 ລ້ານເຄື່ອງແລ້ວສຳລັບສິນຄ້າຮອບທຳອິດໃນປະເທດຈີນ.

image

ສະເປັກໂດຍລວມກໍຄືມາພ້ອມກັບຈໍຂະໜາດ 5 ນິ້ວ, ຄວາມລະອຽດ FullHD ພ້ອມກັບຈໍ LTPS 2.5D. ໃຊ້ງານຊິບປະມວນຜົນໂຕໃໝ່ແລະແຮງແບບ Snapdragon 820 ແລະໃຊ້ງານລະບົບ Android 6.0 (Marshmallow) ທັບດ້ວຍ ZUI 2.0. ກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ ພ້ອມແຟລັດ LED, ລະບົບກວດຈັບໂຟກັດອັດຕະໂນມັດ ດ້ວຍຄວາມໄວໂຟກັດຢູ່ທິ່ 0.1 ວິນາທີ ແລະກ້ອງໜ້າ 8 ລ້ານພິກເຊວ.

image

ແບັດເຕີຣີໃຫ້ມາ 3500mAh ພ້ອມກັບລະບົບ Dual Fast Charging ແລະ Qualcomm Quick Charge 3.0 ເຊິ່ງສາມາດສາກແບັດຈາກ 0% ຫາ 80% ໄດ້ພາຍໃນ 1 ຊົ່ວໂມງ. ພື້ນທີ່ຈັດເກັບ 64 GB, RAM 4 GB ແລະຮອງຮັບ 2 ຊິມ (Nano ຊິມທັງສອງ).

ທັງໝົດນີ້ລາຄາພຽງແຕ່ 1799 ຢວນເທົ່ານັ້ນ (2.220.000 ກີບ). ສຳລັບການຈອງຍັງສາມາດຈອງໄດ້ເລື້ອຍໆຈົນເຖິງວັນທີ 7 ມິຖຸນານີ້ ກ່ອນທີ່ຈະເລີ່ມວາງຂາຍຢ່າງເປັນທາງການ.

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...