spot_img
Home​ຂ່າວບັນເທິງລີມິນໂຮ ຈະສະແດງຄູ່ ຈວນຈີຮຸນ ໃນຊີຣີ້ເກົາຫຼີເລື່ອງໃໝ່ Legend of the Blue Sea ຈະໄດ້ເບິ່ງທ້າຍປີນີ້

ລີມິນໂຮ ຈະສະແດງຄູ່ ຈວນຈີຮຸນ ໃນຊີຣີ້ເກົາຫຼີເລື່ອງໃໝ່ Legend of the Blue Sea ຈະໄດ້ເບິ່ງທ້າຍປີນີ້

Published on

ບັນເທີງຕ່າງແດນ ວັນນີ້ເຮົາຈະມາເວົ້າເຖິງຊຸ໊ບຕາຂອງວົງການບັນເທີງເກົາຫຼີໃຕ້ ອີກຄູ່ໜຶ່ງຝ່າຍຊາຍນີ້ແມ່ນຂັວນໃຈສາວໆທັງສາວນ້ອຍສາວໃຫຍ່ຕ່າງກໍ່ຕົກຫຼຸມຮັກຊາຍຄົນນີ້ ນັ້ນຄື ພະເອກໜຸ່ມ ລີມິນໂຮ (Lee Min Ho) ແລະ ສາວທີ່ໄດ້ສາຍາວ່ານາງຟ້າລາຕີແຫ່ງວົງການບັນເທີງເກົາຫຼີໃຕ້ ຈວນຈີຮຸນ (Jun Ji Hyun)

ແຫລ່ງຂ່າວບັນເທີງຈາກເກົາຫຼີໃຕ້ໄດ້ຢືນຢັນແລ້ວວ່າ ພະນາງແມ່ເຫຼັກຂອງເກົາຫຼີໃຕ້ຢ່າງ ລີມິນໂຮ (Lee Min Ho) ແລະ ຈວນຈີຮຸນ (Jun Ji Hyun) ຈະມາປະກົບຄູ່ສະແດງຮ່ວມກັນເປັນຄັ້ງທຳອິດໃນຊີຣີ້ເລື່ອງໃໝ່ຊື່ SBS ເລື່ອງ Legend of the Blue Sea ງານນີ້ມີການຄາດເດົາຈາກວົງໃນວ່າ Legend of the Blue Sea ອາດຈະທຸບເລດຕິ້ງຂອງຊີຣີ້ສຸດຮັອດຢ່າງ Descendants of the Sun ທີ່ກຳລັງກາຍເປັນຊີຣີ້ທີ່ມີເລດຕິ້ງສູງທີ່ສຸດໃນຮອບຫຼາຍປີໄດ້ ໂດຍ Legend of the Blue Sea ໄດ້ຮັບແຮງບັນການໃຈຈາກເທບນິຍາຍດັງ Little Mermaid ຄົນຂຽນບົດຄື Park Ji Eun ຈາກຊີຣີ້ My Love From My Star (You Who Came From the Stars) ແລະ City Hunter. ຄາດວ່າຈະອອກສາຍໄດ້ໃນຊ່ວງເດືອນພະຈິກທ້າຍປີນີ້

126740-r-1464667839649 126741-r-1464667968223

ທີ່ມາ:  http://gossipstar.mthai.com/hollywood/inter/56237/

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...