spot_img
Homeຂ່າວເຫດການລູກຄ້າໂວຍ ຊື້ສົ້ມໝູໄດ້ແຕ່ໃບຕອງ!

ລູກຄ້າໂວຍ ຊື້ສົ້ມໝູໄດ້ແຕ່ໃບຕອງ!

Published on

ເຊົ້າມື້ນີ້ ມີຜູ້ໃຊ້ເຟສບຸກຊື່ Chomchay Chanthasone ໄດ້ໂພສຮູບຫໍ່ສົ້ມໝູທີ່ຊື້ມາແຕ່ປາກເຊ ດ້ວຍລາຄາຫໍ່ລະ 20,000 ກີບ ແຕ່ບາດເຄ່ຍອອກມາແລ້ວ ສິ່ງທີ່ເຫັນຄືໃບຕອງຈຳນວນຫຼາຍໆ ຊັ້ນ, ໃບໝາກຍົມ… ແຕ່ສ່ວນທີ່ເອີ້ນວ່າສົ້ມໝູນັ້ນມີປະມານ 5,000 ກີບ.

ຈາກກໍລະນີດັ່ງກ່າວ, ໄດ້ມີຜູ້ອ່ານຈຳນວນຫຼວງຫຼາຍເຂົ້າມາສະແດງຄວາມຄິດເຫັນ ໂດຍສ່ວນຫຼາຍທັກທ້ວງວ່າສົ້ມໝູດັ່ງກ່າວໃສ່ຕອງຫຼາຍເກີນໄປເປັນການສິ້ນເປືອງຕອງ ພ້ອມທັງສິ່ງທີ່ໄດ້ບໍ່ເໝາະສົມກັບລາຄາ. ຜູ້ອ່ານຈຳນວນຫຼາຍໃຫ້ຄຳເຫັນວ່າ ສົ້ມໝູບໍ່ວ່າຈະເປັນຢູ່ປາກເຊ ຫຼືແຫ່ງອື່ນໆ ກໍມັກຈະມີຕອງຫຼາຍໆ ຊັ້ນ ດັ່ງນັ້ນ, ຈຶ່ງຄວນເລືອກຊື້ນຳສະເພາະແຕ່ຂາປະຈຳທີ່ເຊື່ອຖືໄດ້.

ໃນຂະນະທີ່ບາງຄົນໄດ້ໃຫ້ຄຳຄິດເຫັນວ່າ ການໃສ່ຕອງຫຼາຍໆ ມັນຈະເຮັດໃຫ້ຫໍ່ສົ້ມງາມ, ສົ້ມໝູບໍ່ບູດເນົ່າ ແລະແຊບ ແຕ່ການທີ່ໃສ່ຕອງຫຼາຍເກີນໄປ ມັນກໍບໍ່ສົມຄວນເພາະຜູ້ຊື້ຕ້ອງການຊື້ເພື່ອໄປບໍລິໂພກ ແລະຖ້າເປັນແບບນີ້ມັນຈະກະທົບກັບການທ່ອງທ່ຽວ ກະທົບກັບການຄ້າ-ຂາຍສົ້ມໝູໃນວົງກວ້າງ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ຜູ້ຜະລິດຫໍ່ສົ້ມໝູຈົ່ງຄຳນຶງເຖິງຈຸດນີ້ນຳພ້ອມ.
13315642_786419818126162_4685863153877429277_n

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...