Homeຂ່າວທ້ອງຖິ່ນແຂວງວຽງຈັນ ຊັບຊ້ອນພະນັກງານການນຳ ຫລາຍຕຳແໜ່ງ!

ແຂວງວຽງຈັນ ຊັບຊ້ອນພະນັກງານການນຳ ຫລາຍຕຳແໜ່ງ!

Published on

ຂປລ. ​​ວັນທີ 30 ພຶດສະພານີ້, ແຂວງວຽງຈັນ ໄດ້ຈັດພິທີປະກາດ ຊັບຊ້ອນພະນັກງານການນຳຫລາຍຕຳແໜ່ງ ເພື່ອໃຫ້ມີຄວາມແທດເໜາະ ກັບໜ້າວຽກແລະ ເໝາະກັບຄວາມຮູ້ຄວາມສາດມາດ ແນໃສ່ຮັບປະກັນ ໃຫ້ການປະຕິບັດໜ້າທີ່ວິຊາສະເພາະ ໃຫ້ມີຜົນສຳເລັດດີຂຶ້ນກວ່າເກົ່າ.

ໃນພິທີ ທ່ານ ອຸ່ນແສງ ແກ້ວດາວັນ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ທ່ານ ເຈົ້າແຂວງເປັນຕົ້ນແມ່ນແຕ່ງຕັ້ງ ທ່ານ ບົວລຳແພງ ວາງປະດິດ ເປັນຮອງປະທານກຳມະບານແຂວງ, ທ່ານ ສົມຄິດ ອິນທະວົງ ເປັນອຳ ນວຍການໂຮງຮຽນການເມືອງການປົກຄອງ, ທ່ານ ຫຸມພັນ ເມືອງແສນ, ທ່ານ ທອງວັນ ຈັນທະລາ ເປັນຮອງອຳນວຍການ ໂຮງຮຽນການເມືອງການປົກຄອງ, ທ່ານ ວໍລະສອນ ອັກຄະສອນ ແລະ ທ່ານ ພູຄຳ ສຸດທິຈັກ ເປັນຮອງຫົວໜ້າ ຫ້ອງວ່າການປົກຄອງແຂວງ, ທ່ານ ສົມສະນິດ ແສງທອງ ເປັນຫົວໜ້າພະແນກ ການຕ່າງປະເທດ, ທ່ານ ສັນຕິພາບ ວິລະເກດ ເປັນຮອງຫົວໜ້າ ພະແນກການຕ່າງປະເທດ, ທ່ານ ພັທ ສົມປອງ ຄຳສີດາ, ທ່ານສອນໄຊ ລວງອາໄພ, ທ່ານ ທອງດຳ ສີວິໄລລັກ ເປັນຮອງຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ແສງແກ້ວ ສູນທະວົງສາ ແລະ ທ່ານ ແສງທຳ ອະໄພຍະລາດ ເປັນຮອງຄະນະໂຄສະນາອົບຮົມແຂວງ, ​ແຕ່ງຕັ້ງທ່ານ ທ່ອນຄຳ ສີຫາລາດ ແລະ ທ່ານ ຈັນທະວົງ ບົວລະພັນ ເປັນຮອງຄະນະໂຄສະນາອົບຮົມ ແຂວງວຽງຈັນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ບາດກ້າວໃໝ່! PTT (ລາວ) ຈັບມື BlueDot ເຊັນ MOU ສຶກສາຮ່ວມທຶນຂະຫຍາຍສະຖານີສາກລົດໄຟຟ້າ.

ວັນທີ 2 ກໍລະກົດ 2026 ບໍລິສັດ ພີທີທີ (ລາວ) ຈໍາກັດ (PTT LAO) ແລະ ບໍລິສັດ ລາວທານີ ກົນຈັກໜັກ...

ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ.

ທ່ານ ສອນໄຊ ສີພັນດອນ ໄດ້ສະເຫນີລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ ໄດ້ປັບປຸງລະບົບສາຍສຶກສາສາມັນ ຈາກ 5+4+3 ເປັນ 6+3+3...

ສົ່ງ-ມອບຜູ້ຖືກຫາສະແກມເມີ 174 ຄົນໃຫ້ເຈົ້າໜ້າທີ່ຕຳຫຼວດຈີນ.

ກັນຄວາມສະຫງົບ ສປປ ລາວ ສົມທົບກັບ ຄະນະສູນຮ່ວມມືວຽກງານຕຳຫຼວດ ລາວ-ຈີນ ໄດ້ດຳເນີນການນຳສົ່ງຜູ້ຖືກຫາສັນຊາດຈີນ ຈຳນວນ 174 ຄົນ ຍິງ 4 ຄົນ ໃຫ້ເຈົ້າໜ້າທີ່ຕຳຫຼວດ...

ຫ້າມຂາຍລາຕ່ຳ ຫຼື ສູງເກີນກຳນົດ ອັດຕະປື ແຈ້ງການຫ້າມຊື້-ຂາຍ (ໝູເປັນໜ້າຟາມ) ໃນລາຄາທີ່ຕໍ່າກວ່າ ຫຼື ສູງກວ່າ ໂຄງປະກອບລາຄາຕົ້ນທຶນ.

ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການ ເຜີຍແຜ່ ແຈ້ງການສະບັບເລກທີ 0786/ຫກ ເລື່ອງ: ຫ້າມຊື້-ຂາຍ ໝູຊີ້ນ (ໝູເປັນໜ້າຟາມ) ຕໍ່າກວ່າ-ສູງກວ່າ ຕົ້ນທຶນການລ້ຽງ ໂດຍເນື້ອໃນໄດ້ລະບຸໄວ້ວ່າ: ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນ ມາດຕາ...