spot_img
Homeຂ່າວການພັດທະນາວາງ​ສິລາ​ລືກ​ສ້າງ​ເຂື່ອນ​ນໍ້າງຽບ 1 ຄາດ​ຕະ­ຫຼອດ​ສຳ​ປະ­ທານ​ຈະ​ສ້າງລາຍ​ຮັບ​ໃຫ້​ລັດ​ເກືອບ 5 ພັນ​ຕື້​ກີບ

ວາງ​ສິລາ​ລືກ​ສ້າງ​ເຂື່ອນ​ນໍ້າງຽບ 1 ຄາດ​ຕະ­ຫຼອດ​ສຳ​ປະ­ທານ​ຈະ​ສ້າງລາຍ​ຮັບ​ໃຫ້​ລັດ​ເກືອບ 5 ພັນ​ຕື້​ກີບ

Published on

ເລີ່ມ​ລົງ­ມື​ກໍ່­ສ້າງ​ຢ່າງ​ເປັນ​ທາງການ​ສຳ­ລັບ​ເຂື່ອນ​ນ້ຳ​ງຽບ 1 ຊື່ງ​ຈະສ້າງ​ສຳ­ເລັດ​ໃນ​ທ້າຍ​ປີ 2018 ພ້ອມ​ເດີນເຄ​ື່ອງ​ຜະ​ລິດ​ໃນ​ຕົ້ນ​ປີຕໍ່ໄປ​ດ້ວຍ​ກຳ​ລັງການ​ຜະ­ລິດ 290 ເມ​ກາ​ວັດ ໂດຍ​ໄຟ​ທີ່ຜະ­ລິດ​ໄດ້ 95% ແມ່ນ​ຈະ​ສົ່ງ​ຂາຍ​ໄປ​ໄທສ່ວນ​ທີ່​ເຫຼືອ​ຈະ​ຕອບ​ສະ­ໜອງ​ການ​ຊົມໃຊ້​ພາຍ​ໃນ ແນວ­ໃດ​ກໍ​ດີ​ຄາດ​ວ່າ​ຕະ­ຫຼອດໄລ­ຍະ​ການ​ສຳ​ປະ­ທານ​ຈະ​ສ້າງ​ລາຍ​ຮັບໃຫ້​ແກ່​ລັດ 4.800 ຕື້​ກີບ.

ວັນ​ທີ 30 ພຶດ­ສະ­ພາ 2016 ທີ່​ເມືອງບໍ​ລິ​ຄັນ​ແຂວງ​ບໍ​ລິ​ຄຳ​ໄຊ​ໄດ້​ມີ​ພິ­ທີ​ວາງ​ສິລາ​ລືກ​ໂຄງ­ການ​ໄຟ­ຟ້າ​ນ້ຳ​ງຽບ 1 ໂດຍເຂ​ົ້າຮ່ວມລັ່ນຄ້ອງ 9 ບາດເລີ່ມ​ກໍ່ ສ້າງຂອງ​ທ່ານ ນາງ ທິບ​ພະ​ກອນ ຈັນ​ທະ​ວົງສາ​ຮອງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ, ທ່ານ ສີ​ນາ­ວາ ສຸ​ພາ­ນຸ​ວົງ ຮອງ​ລັດ​ຖະ​ມົນຕີ​ກະ­ຊວງ​ພະ­ລັງ­ງານ ແລະ​ ບໍ່​ແຮ່ ໂດຍ​ໃຫ້ກຽດ​ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ​ຂອງທ່ານ ທອງ​ລອຍ ສີ​ລິ​ວົງ ເຈົ້າ­ແຂວງ​ໄຊສົມ­ບູນ, ທ່ານ ກອງ​ແກ້ວ ໄຊ​ສົງ­ຄາມເຈົ້າ­ແຂວງ​ບໍ​ລິ​ຄຳ​ໄຊ ພ້ອມ​ນີ້​ກໍ​ມີ​ພະ­ນັກງານ​ອາ­ວຸ­ໂສ​ຕາງ­ໜ້າ​ຂາ​ຮຸ້ນ, ບໍ­ລິ­ສັດ​ຮັບເໝົາ ແລະ​ຊຸມ​ຊົນ​ທ້ອງ­ຖິ່ນ.

ທ່ານ ໂຢ​ຊີ​ຣິ​ໂຣ ຢາ​ມາ​ບາ​ຢາ​ຊິ ຜູ້ອຳ­ນວຍ​ການ​ບໍ­ລິ­ສັດ​ນ້ຳ​ງຽບ 1 ກ່າວວ່າ: ພວກ​ເຮົາ​ຕື່ນ­ເຕັ້ນ​ຫຼາຍ​ທີ່​ໄດ້​ເລີ່ມ​ຕົ້ນການ​ສ້າງ​ເຂື່ອນ​ນ້ຳ​ງຽບ 1 ທີ່​ເຮັດ​ຈາກຄອນ​ກີດ​ອັດ​ແໜ້ນ​ທີ່​ສູງ​ທີ່​ສຸດ​ໃນ ສປປ ລາວ ທີ່​ປະ­ສົມ​ຈາກ​ຊີ­ມັງ, ຂີ້­ເທົ່າ​ລອຍ, ຫີນ​ຂົບ ແລະ​ນ້ຳ ຊຶ່ງ​ສາ­ມາດ​ນຳ​ມາ​ໃຊ້ໄດ້​ງ່າຍ ແລະ​ປະ­ຢັດ​ກວ່າ​ຄອນ​ກີດ​ແບບ​ດັ້ງ­ເດີມໂດຍ​ເຂ​ື່ອນ​ຈະ​ນຳ​ໃຊ້ຄອນ​ກີດທັ ງໝົດ 2,3 ລ້ານແມ​ັດກ້ອນ ແລະ​ຈະ​ຖືກ​ເທ​ໃນ​ອັດ​ຕາ​ທີ່ໄວ​ທີ່ສຸດ​ທີ່ ມີຢູ່​ໃນ​ປະ­ຈຸ​ບັນ​ຂອງ​ໂລກ ເພື່ອ​ຮັກ­ສາ​ມາດ­ຕະ­ຖານສູງ​ໂດຍ​ການ​ກໍ່­ສ້າງ​ຈະ​ດຳ­ເນີນ​ຈົນ​ກວ່າ ເຂື່ອນ​ຈະສ້າງ​ສຳ­ເລັດ​ປີ 2018.

ເຂ​ື່ອນດັ່ງກ່າວຖ້າສ້າງ​ສຳ​ເລ​ັດ​ຈະ​ມີຄວາມ​ສູງ167 ແມ​ັດ, ລວມ​ຍາວ 530 ແມ​ັດ ດ້ວຍ​ກຳ​ລັງຜະ­ລິດ 290 ເມ​ກາ​ວັດ ຕັ້ງ​ຢູ່​ລະ­ຫວ່າງ​ແຂວງ​ບໍ​ລິຄຳ​ໄຊ ແລະ​ແຂວງ​ໄຊ​ສົມ­ບູນ ໂດຍ​ປະ­ກອບ​ມີການ​ກໍ່ສ້າງ​ເຂ​ື່ອນ​ສອງ​ເຂ​ື່ອນ ແລະ​ ເຮ​ືອນຈັກຜະ​ລິດ​ໄຟ​ຟ້າ​ສອງ​ເຮ​ືອນ​ທີ່ນໍ້າງຽບ ແຂວງ​ບໍລິຄຳ​ໄຊ​ນັບ​ແຕ່ໄດ້ເລີ່ມ​ກໍ່ສ້າງ​ມາ​ແຕ່ທ້າຍ​ປີ 2014 ໂຄງ­ການ​ມີ​ຄວາມ​ຄືບ​ໜ້າ​ເປ​ັນຢ່າງ​ດີ ສະ​ເລ່ຍ​ໄດ້ປະ­ມານ 40% ສ່ວນວຽກ​ງານ​ສີ່ງ​ແວດ​ລ້ອມ ແລະ​ສັງ­ຄົມກໍ​ມີ​ຄວາມ​ຄືບ​ໜ້າ​ເຊັ່ນ​ດຽວ​ກັນ.

ໂຄງ​ການ​ດັ່ງກ່າວ​ປະ­ກອບ​ມີ 3 ຂາຮຸ້ນ​ຄື: ບໍ­ລິ­ສັດ​ຄັນ​ໄຊ​ການ​ໄຟ­ຟ້າ​ແຫ່ງປະ­ເທດ​ຍີ່­ປຸ່ນ, ການ​ໄຟ­ຟ້າ​ຝ່າຍ​ຜະ­ລິດສາ­ກົນ​ແຫ່ງ​ປະ­ເທດ​ໄທ ແລະ​ລັດ​ວິ​ສາຫະ​ກິດ​ຖື​ຮຸ້ນ​ລາວ ຊຶ່ງ​ໂຄງ­ການ​ຈະ​ເລີ່ມຜະ​ລິດ​ໄຟ​ໃນ​ປີ 2019 ມີເປ​ົ້າ​ໝາຍ​ແມ່ນເພື່ອ​ຜະ­ລິດ​ພະ­ລັງ­ງານ​ທີ່​ສະ­ອາດ ແລະ ຮັບ​ຜິດ​ຊອບ​ວຽກ​ງານ​ທາງ​ດ້ານສັງຄົມ ແລະ​ສິ່ງ­ແວ­ດລ້ອມ ເພື່ອ​ສະ­ໜອງ​ພະ­ລັງງານ​ທົດ​ແທນ​ທີ່​ສະ­ອາດ ແລະ​ປະ­ກອບສ່ວນ​ເຂົ້າ​ໃນ​ການ​ຫຼຸດ­ຜ່ອນ​ຄວາມ­ທຸກຍາກ​ໃນ ສປປ ລາວ ປະ­ມານ 95% ຈະຂາຍ​ໃຫ້​ປະ­ເທດ​ໄທ ສ່ວນ​ທີ່​ເຫຼືອ​ຂາຍພາຍ​ໃນ​ປະ­ເທດ.

ທັງ​ນີ້ ໂຄງ­ການ​ຄາດ​ວ່າ​ຈະ​ສ້າງ​ລາຍຮັບ​ໃຫ້​ແກ່​ລັດ­ຖະ­ບານ​ໄດ້​ຫຼາຍ​ກວ່າ 6 ຮ້ອຍ​ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 4.800 ຕື້​ກີບ ພ້ອມ​ທັງ​ຜົນ​ປະ­ໂຫຍດ​ທັງອ້ອມ​ຈຳ­ນວນ​ໜຶ່ງ​ໃນ​ໄລ­ຍະ​ການ​ສຳ​ປະທານ 27 ປີ ຫຼັງ​ຈາກ​ນັ້ນ​ຈະ​ຖືກ​ໂອນ​ມາເປັນ​ກຳ­ມະ­ສິດ​ຂອງ​ລັດ­ຖະ­ບານ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...