spot_img
HomeມູມໄອທີລາວHonor 5A ແລະ 5A Plus ຜ່ານການຮອງຮັບຈາກ TENAA ແລ້ວ

Honor 5A ແລະ 5A Plus ຜ່ານການຮອງຮັບຈາກ TENAA ແລ້ວ

Published on

ໂດຍທົ່ວໄປແລ້ວ Huawei ຈະບໍ່ຄ່ອຍໄດ້ເຈາະກຸ່ມຕະຫຼາດລະດັບລຸ່ມປານໃດ ເພາະປົກກະຕິແລ້ວ ຈະເນັ້ນໄປທີ່ຕະຫຼາດລະດັບກາງ ຫາ ສູງ ເປັນສ່ວນໃຫຍ່ຄືກັນກັບ Apple. ແຕ່ວ່າໃນຕອນນີ້ທາງ Huawei ກໍເລີ່ມທີ່ຈະກັບມາໃຫ້ຄວາມສຳຄັນກັບຕະຫຼາດລະດັບລຸ່ມກັນອີກຄັ້ງພາຍໃຕ້ແບຣນ Honor, ເຊິ່ງສະມາດໂຟນລຸ້ນໃໝ່ນີ້ຈະເປັນລຸ້ນທີ່ຄາດວ່າຈະມີລາຄາເລີ່ມຕົ້ນບໍ່ເກີນ 1.000.000 ກີບ ຄືກັນກັບ Honor 4A ໂດຍຮອບມີຈະມາທັງ 2 ລຸ້ນເຊິ່ງໄດ້ແກ່: Honor 5A ແລະ 5A Plus ທີ່ຫາກ່ອນຜ່ານການຮອງຮັບຈາກ TENAA ທີ່ປະເທດຈີນ.

ສຳລັບສະເປັກຂອງ Honor 5A ແມ່ນມີໜ້າຈໍຂະໜາດ 5 ນິ້ວ, ຄວາມລະອຽດ HD (1080 x 720 ພິກເຊວ), ໃຊ້ງານຊິບປະມວນຜົນຄວາມແຮງຢູ່ທີ່ 1.3GHz. RAM 2GB ແລະ ພື້ນທີ່ຈັດເກັບ 16GB. ກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ, ແຕ່ວ່າກ້ອງໜ້າມີພຽງ 2 ລ້ານພິກເຊວເທົ່ານັ້ນ. ສ່ວນຄຸນສົມບັດອື່ນໆກໍຄົງມາພ້ອມກັບ Android 5.1 Lollipop, ແບັດເຕີຣີ 2200mAh ແລະຮອງຮັບ 4G LTE.

ສ່ວນອີກລຸ້ນໜຶ່ງນັ້ນກໍຄື Honor 5A Plus ຈະມີໜ້າຈໍໃຫຍ່ກວ່າຢູ່ທີ່ 5.5 ນິ້ວ, ຄວາມລະອຽດ HD (1080 x 720 ພິກເຊວ), ມາພ້ອມກັບຊິບປະມວນຜົນ octa core ຄວາມແຮງຢູ່ທີ່ 1.8GHz. RAM 2GB ແລະພື້ນທີ່ຈັດເກັບ 16GB, ສ່ວນຄຸນສົມບັດອື່ນໆແມ່ນຄືກັນກັບ Honor 5A, ແຕ່ແບັດເຕີຣີຈະຕ່າງຄືໃຫ້ມາ 3000mAh. ກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວ ແລະກ້ອງຫຼັງ 13 ລ້ານພິກເຊວ.

ສຳລັບມື້ເປີດໂຕຢ່າງເປັນທາງການນັ້ນຄາດວ່າຈະເປີດໂຕໃນໄວໆນີ້ ແລະລາຄາເລີ່ມຕົ້ນຂອງໂຕເຄື່ອງຄາດວ່າ 1.000.000 ກີບ, ເຊິ່ງເໝາະກັບໃຜທີ່ຕ້ອງການສະມາດໂຟນສະເປັກແຮງ ລາຄາເບົາ ກໍໄດ້.

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...