Homeມູມໄອທີລາວນັບມື້ຖ້າ Honor 5A ກຽມເປີດໂຕໃນວັນທີ 12 ມິຖຸນານີ້!

ນັບມື້ຖ້າ Honor 5A ກຽມເປີດໂຕໃນວັນທີ 12 ມິຖຸນານີ້!

Published on

ຈາກກ່ອນໜ້ານີ້ທີ່ມີຂ່າວ ສະມາດໂຟນ Honor 5A ແລະ 5A Plus ຜ່ານການຮັບຮອງຈາກ TENAA ແລ້ວ, ໃນມື້ນີ້ເອງເຮົາກໍມີພາບບັດເຊີນຮ່ວມງານເປີດໂຕຂອງສະມາດໂຟນລຸ້ນດັ່ງກ່າວແລ້ວ ເຊິ່ງຈະເປີດໂຕໃນປະເທດຈີນ ວັນທີ 12 ມິຖຸນານີ້.

image

ສຳລັບສະເປັກຂອງ Honor 5A ແມ່ນມີໜ້າຈໍຂະໜາດ 5 ນິ້ວ, ຄວາມລະອຽດ HD (1080 x 720 ພິກເຊວ), ໃຊ້ງານຊິບປະມວນຜົນຄວາມແຮງຢູ່ທີ່ 1.3GHz. RAM 2GB ແລະ ພື້ນທີ່ຈັດເກັບ 16GB. ກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ, ແຕ່ວ່າກ້ອງໜ້າມີພຽງ 2 ລ້ານພິກເຊວເທົ່ານັ້ນ. ສ່ວນຄຸນສົມບັດອື່ນໆກໍຄົງມາພ້ອມກັບ Android 5.1 Lollipop, ແບັດເຕີຣີ 2200mAh ແລະຮອງຮັບ 4G LTE.

image

ສ່ວນອີກລຸ້ນໜຶ່ງນັ້ນກໍຄື Honor 5A Plus ຈະມີໜ້າຈໍໃຫຍ່ກວ່າຢູ່ທີ່ 5.5 ນິ້ວ, ຄວາມລະອຽດ HD (1080 x 720 ພິກເຊວ), ມາພ້ອມກັບຊິບປະມວນຜົນ octa core ຄວາມແຮງຢູ່ທີ່ 1.8GHz. RAM 2GB ແລະພື້ນທີ່ຈັດເກັບ 16GB, ສ່ວນຄຸນສົມບັດອື່ນໆແມ່ນຄືກັນກັບ Honor 5A, ແຕ່ແບັດເຕີຣີຈະຕ່າງຄືໃຫ້ມາ 3000mAh. ກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວ ແລະກ້ອງຫຼັງ 13 ລ້ານພິກເຊວ.

image

ທີ່ມາ: gizmochina

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...