spot_img
Homeຂ່າວທ້ອງຖິ່ນທະນາຄານລາວ-ຫວຽດນາມຮ່ວມກັນແລກປ່ຽນທາງວັດທະນະທຳ ແລະ ກິລາ

ທະນາຄານລາວ-ຫວຽດນາມຮ່ວມກັນແລກປ່ຽນທາງວັດທະນະທຳ ແລະ ກິລາ

Published on

00

ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດ ສສ ຫວຽດນາມ ໄດ້ຮ່ວມກັນແລກປ່ຽນທາງດ້ານ
ວັດທະນະທຳ ແລະ ກິລາ   ໂດຍຈັດໃຫ້ມີການແຂ່ງຂັນກິລາບານເຕະ,ປິ່ງປ່ອງ ແລະ ດອກປີກໄກ່,ເຊິ່ງປີນີ້ເປັນປີທີ່ສາມ ໂດ
ຍໄດ້ມາຈັດຢູ່ແຂວງຈຳປາສັກ.

ວັນທີ 21 ພຶດສະພາຜ່ານມານີ້,ທີ່ສະໜາມກິລາຫຼັກ 2 ແຂວງຈຳປາສັກ ໄດ້ຈັດໃຫ້ມີການແຂ່ງຂັນກິລາມິດຕະພາບ ລະຫວ່າງທະນາຄານແຫ່ງ ສປປ ລາວ ເຊິ່ງນຳໂດຍທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ
ພ້ອມຄະນະນັກກິລາ ແລະ ທະນາຄານແຫ່ງລັດ ສສ ຫວຽດນາມ ນຳໂດຍທ່ານ ດ້າວມິງຕຸ ຮອງຜູ້ວ່າການທະນາຄານແຫ່ງລັດ ສສ ຫວຽດນາມພ້ອມຄະນະນັກກິລາ.

ທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໃຫ້ສຳພາດວ່າ: ໂດຍປະຕິບັດຕາມບົດບັນທຶກການຮ່ວມມືກັນ ຂອງສອງທະນາຄານ ພວກເຮົາທີ່ໄດ້ມີການພົວພັນກັນມາຫຼາຍປີແລ້ວ ໂດຍໄດ້ມີການພົວພັນຮ່ວມມືກັນໃນຫຼາຍໆດ້ານເປັນຕົ້ນ ດ້ານວິຊາສະເພາະ,ດ້ານວັດທະນະທຳ-ສັງຄົມ ແລະ ດ້ານກິລາສິລະປະ, ເຊິ່ງໃນແຕ່ລະປີໄດ້ມີການພົບປະ ແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ໂດຍຜັດປ່ຽນກັນເປັນເຈົ້າພາບ,ສຳລັບໃນປີນີ້ແມ່ນເປັນປີທີສາມ ແລະ ທະນາຄານແຫ່ງ ສປປ ລາວ
ພວກເຮົາໄດ້ເປັນເຈົ້າພາບ ແລະ ໄດ້ເລືອກເອົາແຂວງຈຳປາສັກ ເຊິ່ງເປັນແຂວງທີ່ສວຍສົດງົດງາມ ແລະ
ມີຄວາມພ້ອມໃນຫຼາຍໆດ້ານ ເປັນສະຖານທີ່ຈັດງານໃນການແລກປ່ຽນຄັ້ງນີ້, ເຊິ່ງການຈັດງານຄັ້ງນີ້ ນອກຈາກຈະເປັນການແລກປ່ຽນທາງດ້ານວັດທະນະທຳ,ສິລະປະ ແລະ ກິລາ ຮ່ວມກັນຂອງສອງທະນາຄານແລ້ວ ຍັງເປັນການໂຄສະນາເຜີຍແຜ່ ສິລະປະວັດທະນະທຳອັນດີງາມຂອງລາວ ເວົ້າລວມ ເວົ້າສະເພາະກໍ່ແມ່ນແຂວງຈຳປາສັກ.

ໃນການແລກປ່ຽນຄັ້ງນີ້ແມ່ນໄດ້ກຳນົດເອົາ 3 ປະເພດກິລາຄື:ກິລາບານເຕະ,ປິ່ງປ່ອງ ແລະ ດອກປີກໄກ່, ນອກຈາກມີການແຂ່ງຂັນກິລາແລ້ວ ຍັງໄດ້ນຳພາບັນດານັກກິລາ ໄປທ່ຽວຊົມສະຖານທີ່ຕ່າງໆທາງດ້ານວັດທະນະທຳ ,ປະຫວັດສາດ, ທຳມະຊາດ ແລະ ພື້ນຖານການຜະລິດຂອງແຂວງຈຳປາສັກຕື່ມອີກ.

(ຂ່າວ-ພາບ:ຄຳເປ່ມ)

ທີ່ມາ www.facebook.com/champamai.newspaper

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...