spot_img
Homeຂ່າວຕ່າງປະເທດຫວຽດນາມ ກຽມງົບ 97,3 ພັນຕື້ດົງແກ້ບັນຫານ້ຳຖ້ວມ

ຫວຽດນາມ ກຽມງົບ 97,3 ພັນຕື້ດົງແກ້ບັນຫານ້ຳຖ້ວມ

Published on

ຕາມ​ຂ່າວ​ວານ​ແທັງ​ນຽນ​ນິວ ລາຍ​ງານ​ວ່າ ນະຄອນ ​ໂຮ​ຈີ​ມິນ ຂອງ​ສສ ຫວຽດນາມ ຕ້ອງ​ໃຊ້​ເງິນ​ຫຼາຍ​ເຖິງ 97,3 ພັນ​ຕື້​ດົງ(ສະກຸນ​ເງິນ​ຫວຽດນາມ)​ໃນ​ການ​ແກ້​ບັນຫາ​ນ້ຳ​ຖ້ວ​ມ​ໃນ​ປີ 2020.

     ​ໃນ​ລາຍ​ງານ​ຂອງ​ຜູ້​ຊ່ຽວຊານ​ວ່າ​ດ້ວຍ​ການ​ແກ້​ໄຂ​ບັນຫາ​ນ້ຳ​ຖ້ວມ​ໃນ​ນະຄອນ ​ໂຮ​ຈີ່​ມິນ ທີ່​ເປີດ​ເຜີຍ​ໃນ​ວັນ​ທີ 24 ພຶດສະພາ​ທີ່​ຜ່ານ​ມາ ລະບຸ​ວ່າ ລະບົບ​ການ​ລະບາຍ​ນ້ຳ​ໃນ​ນະຄອນ ​ໂຮ​ຈິມິນ ​ເປັນ​ລະບົບ​ທີ່​ເກົ່າ​ແກ່​ທີ່​ຖືກ​ອອກ​ແບບ​ມາ​ສຳລັບ​ຜູ້​ຄົນ​ຢູ່​ອາ​ໄສ 2 ລ້ານ​ຄົນ ​ແຕ່​ປະຈຸ​ບັນ​ມີ​ປະ​ຊາກ​ອນຢູ່​ໃນ​ນະຄອນ​​ໂຮ​ຈິ​ມິນເຖິງ 10 ລ້ານ​ກວ່າ​ຄົນ ຊຶ່ງ​ໂຄງ​ສ້າງສາ​ທາ​ລະ​ນູປະ​ໂພ​ກ​ໃນ​ເມືອງ ​ໂດຍ​ສະ​ເພາະ​ລະບົບ​ລະບາຍ​ນ້ຳ ບໍ່​ສາມາດ​ຮອງ​ຮັບ​ປະຊາກອນ​ທີ່​ເພີ່ມ​ຂຶ້ນຈຳນວນ​ມະຫາສາ​ນ​ໄດ້.

ຕາມ​ລາຍ​ງານ​ລະບຸ​ວ່າ ທາງ​ການ​ກຽມ​ຫາ​ເງິນ​ຈຳນວນ​ດັ່ງກ່າວ​ທັງ​ຈາກ​ການ​ກູ້​ຢືມ​ເພື່ອ​ການ​ພັດທະນາ​ຢ່າງ​ເປັນ​ທາງ​ການ(​ໂອ​ດີ​ເອ) ​ແລະ ຈາກ​ຂະ​ແໜງ​ເອກະ​ຊົນ ​ເພື່ອ​ນຳ​ມາ​ຈັດການ​ປັບປຸງ​ໂຄ​ງສ້າງສາ​ທາ​ລະ​ນູປະ​ໂພ​ກ​ເພື່ອ​ແກ້​ໄຂ​ບັນຫາ​ນ້ຳ​ຖ້ວມ​ຕໍ່​ໄປ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...