spot_img
Homeຂ່າວການພັດທະນາຝຣັ່ງໃຫ້ທຶນຊ່ວຍເຫລືອໃນວຽກງານ ປະຕິສັງຂອນເມືອງມໍລະດົກໂລກ

ຝຣັ່ງໃຫ້ທຶນຊ່ວຍເຫລືອໃນວຽກງານ ປະຕິສັງຂອນເມືອງມໍລະດົກໂລກ

Published on

ວັນທີ 26 ພຶດສະພາ ນີ້ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານນາງ ເກມອງ ວີດາ ເດີລາບັດ ຜູ້ຮັບ ຜິດຊອບໂຄງການກອງທຶນຝຣັ່ງ ເພື່ອການພັດທະນາ. ເພື່ອລາຍງານຜົນກອງປະຊຸມປະເມີນຜົນປະຈຳປີ ກ່ຽວກັບການນຳໃຊ້ ແລະ ຄວາມຄືບໜ້າ ກ່ຽວກັບການນຳໃຊ້ທຶນຊ່ວຍເຫລືອຂອງລັດຖະບານຝຣັ່ງ ໃຫ້ແກ່ລັດຖະບານລາວ ໃນວຽກງານປະຕິສັງຂອນ ເມືອງມໍລະດົກໂລກ ຫລວງພະບາງ ແລະ ຈຳປາສັກ.

ໃນໂອກາດດັ່ງກ່າວ, ທ່ານ ບໍ່ແສງຄຳ ວົງດາລາ ໄດ້ສະແດງຄວາມຍິນດີຕ້ອນຮັບ ຕໍ່ທ່ານນາງ ເກມອງ ວີດາ ເດີລາບັດ ໃນການເຂົ້າຢ້ຽມຂ່ຳນັບຄັ້ງນີ້, ພ້ອມລາຍງານຄວາມຄືບໜ້າ ແລະ ທົບທວນບັນຫາທີ່ຍັງຄ້າງຄາ ທີ່ຈະຕ້ອງແກ້ໄຂ ແລະ ສືບຕໍ່ຈັດຕັ້ງປະຕິບັດ ຮ່ວມມືໃນດ້ານການປະຕິສັງຂອນມໍລະດົກວັດທະນະທຳ.

ທ່ານນາງ ເກມອງ ວີດາ ເດີລາບັດ ໄດ້ສະແດງຄວາມຂອບໃຈ ມາຍັງທ່ານ ລັດຖະມົນຕີ ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ເອື້ອອຳນວຍຄວາມສະດວກໃນການປະຕິບັດວຽກງານ ພ້ອມຈະຍັງສືບຕໍ່ໃຫ້ການຊ່ວຍເຫລືອ ໃນຂົງເຂດວັດທະນະທຳ ຕໍ່ໄປອີກໃນອະນາຄົດ

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...